ສະຫລອງຄົບຮອບ 3 ປີການດໍາເນີນການຜະລິດໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ

- Hongsa Power - ສະຫລອງຄົບຮອບ 3 ປີການດໍາເນີນການຜະລິດໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ
- kitchen vibe - ສະຫລອງຄົບຮອບ 3 ປີການດໍາເນີນການຜະລິດໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ

  ພິທີສະເຫລີມສະຫລອງຄົບຮອບ 3 ປີ (9 ທັນວາ 2015-9 ທັນວາ 2018) ວັນເປີດການຜະລິດຂອງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຫົງສາ, ແຂວງໄຊຍະບູລີ, ໄດ້ຈັດຂື້ນໃນວັນທີ 9 ທັນວານີ້ຢູ່ໂຮງງານໄຟຟ້າດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ພ້ອມດ້ວຍຄະນະບໍລິຫານບໍລິສັດ,​ ແຂກຖືກເຊີນ ແລະ ພະນັກງານໂຮງງານໄຟຟ້າດັ່ງກ່າວເຂົ້າຮ່ວມເປັນຈໍານວນຫລາຍ.

   ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ, ເປັນໂຄງການຜະລິດໄຟຟ້າຈາກຖ່ານຫີນ (ລິກໄນ) ມີເຄື່ອງຈັກຜະລິດໄຟຟ້າ 3 ໜ່ວຍ, ມີກໍາລັງການຜະລິດທັງໝົດ 1.878 ເມກາວັດ. ໃນນີ້ຂາຍໃຫ້ລັດວິສາຫະກິດໄຟຟ້າລາວ 100 ເມກາວັດ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ 1.473 ເມກາວັດ.

- Visit Laos Visit SALANA BOUTIQUE HOTEL - ສະຫລອງຄົບຮອບ 3 ປີການດໍາເນີນການຜະລິດໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ

  ທ່ານ ຍຸດທະຍາ ຈຸນພັນທອງ ຜູ້ອຳນວຍການຝ່າຍສື່ສານບໍລິສັດ ໄຟຟ້າຫົງສາ ຈຳກັດ ໃຫ້ຮູ້ວ່າ: ໂຮງໄຟຟ້າແຫ່ງນີ້, ເປັນໂຄງການຮ່ວມທຶນ ລະຫວ່າງລັດວິສາຫະກິດຖືຮຸ້ນລາວ 20%, ບໍລິສັດບ້ານປູພາວເວີ ຈຳກັດ ມະຫາຊົນ 40% ແລະ ບໍລິສັດ ອາເອດ ອິນເຕີເນເຊີແນວ ສິງກະໂປ ຄໍປໍເຣເຊີນ ຈຳກັດ ຊຶ່ງເປັນບໍລິສັດລູກຂອງບໍລິສັດຜະລິດໄຟຟ້າຣາຊະບູລີ ໂຮນດິ້ງ ຈຳກັດ 40%, ລວມມີມູນຄ່າການລົງທຶນທັງໝົດ 3.710 ລ້ານໂດລາສະຫະລັດ, ມີເນື້ອທີ່ 76,2 ກິໂລຕາແມັດ ແລະ ມີໄລຍະສຳປະທານ 25 ປີ, ຊຶ່ງໄດ້ເປີດດໍາເນີນການຜະລິດໄຟຟ້າມາແຕ່ປີ 201 ແລະ ປັດຈຸບັນ, ບໍລິສັດມີພະນັກງານ ແລະ ກໍາມະກອນຫລາຍກວ່າ 4 ພັນຄົນ ໂດຍສ່ວນໃຫຍ່ແມ່ນຄົນລາວ. ຄຽງຄູ່ກັບການດໍາເນີນທຸລະກິດແລ້ວບໍລິສັດ ຍັງໄດ້ເອົາໃຈໃສ່ແກ້ໄຂເບິ່ງແຍງປະຊາຊົນຜູ້ຖືກກະທົບຈາກໂຄງການຈໍານວນ 450 ຄອບຄົວໃນ 5 ບ້ານ, ໂດຍໄດ້ຍົກຍ້າຍຈັດສັນໃຫ້ໄປຢູ່ສະຖານທີ່ໃໝ່ທີ່ເໝາະສົມ, ມີຄວາມອຸດົມສົມບູນ ແລະ ຊຸກຍູ້ສົ່ງເສີມຊີວິດການເປັນຢູ່ຂອງເຂົາເຈົ້ານັບມື້ດີຂຶ້ນກວ່າເກົ່າ, ໂດຍໄດ້ປຸກສ້າງເຮືອນຫລັງໃໝ່ໃຫ້ໃນເນື້ອທີ່ 450 ຕາແມັດຕໍ່ຄອບຄົວ, ເນື້ອທີ່ການຜະລິດ 2 ເຮັກຕາຕໍ່ຄອບຄົວ, ພ້ອມສ້າງລະບົບຊົນລະປະທານນ້ຳລິນ, ລວມທັງເນື້ອທີ່ລ້ຽງສັດໃຫ້ພ້ອມ. ພ້ອມນັ້ນຍັງໄດ້ວາງລະບົບພື້ນຖານໂຄງລ່າງ ແລະ ສິ່ງອໍານວຍດ້ານສາທາລະນຸປະໂພກຄົບຊຸດ ເປັນຕົ້ນ: ລະບົບໄຟຟ້າ, ນ້ຳປະປາ, ເສັ້ນທາງ, ລະບົບລະບາຍນ້ຳ, ໂຮງຮຽນ, ໂຮງໝໍ, ຕະຫລາດ, ວັດ, ຫ້ອງການບ້ານ, ປ້ອມຕຳຫລວດ, ຫ້ອງປະຊຸມຂອງບ້ານ ແລະ ອື່ນໆ ແລະ ໃນປີ 2018 ນີ້ໄດ້ອະນຸມັດໃຫ້ບໍລິສັດສາກົນເຂົ້່າກວດສອບເພື່ອເຮັດການຢັ້ງຢືນມາດຕະຖານຄວາມປອດໄພ ISO ເພື່ອຮັບປະກັນບໍ່ໃຫ້ເກີດຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນຢູ່ໃນຂົງເຂດດັ່ງກ່າວ.

   ທ່ານເຈົ້າເມືອງຫົງສາ ໃຫ້ຮູ້ວ່າ: ນັບແຕ່ໂຄງການດັ່ງກ່າວເຂົ້າດຳເນີນການຜະລິດໄຟຟ້າຢູ່ເມືອງຫົງສາ ແມ່ນໄດ້ເຮັດໃຫ້ເມືອງໄດ້ຮັບການພັດທະນາຫລາຍດ້ານ, ເຮັດໃຫ້ການດຳລົງຊີວິດຂອງຊາວເມືອງດີຂຶ້ນ ດ້ວຍການສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖະນໄດ້ເປັນຢ່າງດີ.

  ໃນໂອກາດສະຫລອງຄັ້ງນີ້, ບໍລິສັດໄດ້ຈັດກິດຈະກໍາແລ່ນເພື່ອການ ກຸສົນລະດົມມທຶນຊ່ວຍໂຮງຫມໍແຂວງໄຊຍະບູລີ ແລະ ສົມທົບທຶນພັດທະນາການສຶກສາຢູ່ເມືອງຫົງສານໍາດ້ວຍ.

- 3 - ສະຫລອງຄົບຮອບ 3 ປີການດໍາເນີນການຜະລິດໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!