ສະພາຮັບຮອງເອົາກົດໝາຍວ່າດ້ວຍຄົນພິການ ສະບັບສ້າງໃໝ່


ໃນກອງປະຊຸມສະໄໝສາມັນ
ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ
10 ທັນວານີ້, ໂດຍການເປັນປະທານຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສາພາແຫ່ງຊາດ
ແລະ ພາຍຫຼັງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ໄດ້ສະເໜີກົດໝາຍວ່າດ້ວຍຄົນພິການ ສະບັບນີ້ ຕໍ່ກອງປະຊຸມວ່າ: ໂຄງສ້າງຂອງກົດໝາຍສະບັບສ້າງໃໝ່
ປະກອບມີ 12 ພາກ, 15 ໝວດ ແລະ 91 ມາດຕາ. ເພື່ອແນໃສ່ປົກປ້ອງ ແລະ ສົ່ງເສີມໃຫ້ຄົນພິການມີສ່ວນຮ່ວມຢ່າງເຕັມສ່ວນໃນສັງຄົມ ແລະ
ມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນເທື່ອລະກ້າວ ແລະ ແນໃສ່ຜັນຂະຫຍາຍແນວທາງ-ນະໂຍບາຍຂອງພັກ
ກ່ຽວກັບການບໍລິຫານທາງດ້ານສະຫວັດດີການສັງຄົມໄດ້ຮັບການຍົກລະດັບ ແລະ
ທຸກຄົນໄດ້ເຂົ້າເຖິງ ກາຍເປັນນິຕິກໍາເພື່ອຈັດຕັ້ງປະຕິບັດ, ເນື້ອໃນຈິດໃຈກ່ຽວກັບສິດ
ແລະ ພັນທະຂອງພົນລະເມືອງທີ່ໄດ້ກໍານົດໄວ້ໃນໝວດ 4 ຂອງລັດຖະທໍາມະນູນສະບັບປັບປຸງ,
ເພື່ອເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ເວົ້າລວມ, ເວົ້າສະເພາະ
ແມ່ນການຄຸ້ມຄອງຄົນພິການ ແລະ ວຽກງານຄົນພິການນັບມື້ຫັນໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ
ລະບຽບການ ແນໃສ່ປົກປ້ອງສິດ-ຜົນປະໂຫຍດອັນຊອບທໍາຂອງຄົນພິການຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ.
ສົນທິສັນຍາສາກົນວ່າດ້ວຍສິດທິຄົນພິການໄດ້ລະບຸເຖິງພັນທະຂອງລັດພາຄີ
ກ່ຽວກັບການຮັບຮອງເອົາມາດຕະການທີ່ເໝາະສົມທາງດ້ານນິຕິບັນຍັດ, ບໍລິຫານ ແລະ
ມາດຕະການອື່ນໆ, ສະນັ້ນ, ລາວໃນນາມລັດພາຄີໃນການຈັດຕັ້ງປະຕິບັດສິດ
ທີ່ຖືກຮັບຮູ້ໃນສົນທິສັນຍາດັ່ງກ່າວ ມີຄວາມຈໍາເປັນຈະຕ້ອງສ້າງກົດໝາຍທີ່ສ່ອດຄ່ອງກັບຈຸດພິເສດ
ແລະ
ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາເພື່ອເປັນສີ່ງຄໍ້າປະກັນໃຫ້ແກ່ການປະຕິບັດສິດ
ແລະ ຜົນປະໂຫຽດອັນຊອບທຳຂອງຄົນພິການຢູ່ລາວ, ຜ່ານມາລັດຖະບານລາວ
ກໍອອກດຳລັດວ່າດ້ວຍຄົນພິການ ສະບັບເລກທີ 137/ລບ ແລະ ໄດ້ປະກາດໃຊ້ແຕ່ປີ 2014
ເປັນຕົ້ນມາ ຊຶ່ງຖືເປັນນິຕິກໍາສະບັບທໍາອິດເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ ແລະ
ພັດທະນາຄົນພິການ,
ເຖິງຢ່າງໃດກໍຕາມຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າຍັງມີຂອບເຂດຈຳກັດຫຼາຍດ້ານ
ເປັນຕົ້ນແມ່ນເນື້ອໃນ ກໍຄືບັນດາໜ້າວຽກກ່ຽວກັບການພັດທະນາຄົນພິການທີ່ກຳນົດໄວ້ໃນດຳລັດຍັງບໍ່ທັນໄດ້ຄົບຖ້ວນ
ແລະ ກວມເອົາທຸກຂະແໜງການຂອງລັດ, ການບັງຄັບໃຊ້ກໍບໍ່ທັນໄດ້ກວມໃນທົ່ວສັງຄົມ, ສະນັ້ນ,
ຈິ່ງມີຄວາມຈຳ ເປັນຕ້ອງໄດ້ຍົກລະດັບຈາກດຳລັດໃຫ້ເປັນກົດໝາຍ ເພື່ອບັນຈຸເນື້ອໃນຄົບຖ້ວນ,
ຊັດເຈນ ແລະ ມີຜົນບາງຄັບໃຊ້ໃຫ້ທົ່ວສັງຄົມ.
ເມື່ອກົດໝາຍວ່າດ້ວຍຄົນພິການ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະມີພື້ນຖານທາງດ້ານນິຕິກໍາທີ່ເປັນບ່ອນອີງໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານຄົນພິການ ເວົ້າລວມ, ເວົ້າສະເພາະ ຄວາມສະເໝີພາບ ແລະ ຄວາມເທົ່າທຽມຂອງຄົນພິການໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳໃນສັງຄົມຫຼາຍຂຶ້ນ ເພື່ອໃຫ້ຄົນພິການມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ສັງຄົມມີຄວາມຍຸຕິທໍາ ແລະ ສີວິໄລ.