ແຮ່ໝົດ ລົດທຽວບໍ່ໄດ້

- 47574966 300618660564082 823296796297003008 n - ແຮ່ໝົດ ລົດທຽວບໍ່ໄດ້
- kitchen vibe - ແຮ່ໝົດ ລົດທຽວບໍ່ໄດ້

ໂດຍ : ມຶກບໍ່ແຫ້ງ

- Visit Laos Visit SALANA BOUTIQUE HOTEL - ແຮ່ໝົດ ລົດທຽວບໍ່ໄດ້

ການສຳປະທານ ການຂຸດຄົ້ນບໍ່ແຮ່ເປັນຂະແໜງທີ່ສາມາດສ້າງລາຍຮັບປະເທດຊາດໄດ້ຫຼາຍສົມຄວນ ແຕ່ໃນປັດຈຸບັນບັນດາບໍ່ແຮ່ກຳລັງມີບັນຫາ ໂດຍສະເພາະເມື່ອແຮ່ໝົດໄປ. ການສຳປະທານໃຫ້ບໍລິສັດຕ່າງປະເທດເຂົ້າມາລົງທຶນໃນ ສປປລາວ ແມ່ນມີຢ່າງຫຼວງຫຼາຍ ແຕ່ແໜືອຮອດໃຕ້ ແຕ່ຄຳຖາມທີ່ເປັນພື້ນຖານທີ່ສຸດສຳລັບພວກເຮົາກໍຄື ການລົງທຶນເຫຼົ່ານັ້ນ ມີຄວາມຮັບຊອບແລ້ວບໍ່? ແລະປະຊາຊົນເຮົາໄດ້ຮັບຜົນປະໂຫຍດແທ້ບໍ່? ໃນຊ່ວງໄລຍະ 2012-2016 ຂະແໜງບໍ່ແຮ່ ສາມາດສ້າງລາຍຮັບແກ່ປະເທດໄດ້ ປະມານ ເກືອບ ສອງຕື້ໂດລາ ເຊິ່ງລັດຖະບານໄດ້ຢັ້ງຢືນວ່າ ລາຍຮັບອາດຫຼາຍກວ່ານີ້ ຖ້າຫາກ ບັນດາບໍລິສັດຕ່າງໆ ປະຕິບັດຕາມ ພັນທະສັນຍາ ຕ່າງໆ ຢ່າງເຕັມສ່ວນ.

“ການຂຸດຄົ້ນແຮ່ສັງກະສີ ເມືອງນາໝໍ້ (ແຂວງອຸດົມໄຊ) ເຊິ່ງຢຸດມາໄດ້ 3 ປີ ແລ້ວ, ໝົດກຳນົດແລ້ວບໍ່ ຖ້າໝົດເປັນຫຍັງບໍ່ມີປິດບໍ່?”  “ແລະ ການຂຸດຄົ້ນບໍ່ແຮ່ເຫຼັກຢູ່ເມືອງຫຼາ (ແຂວງອຸດົມໄຊ) ມາຮອດປັດຈຸບັນ ຂໍ້ຂັດແຍ່ງ ກັບບໍລິສັດຈີນໄດ້ແກ້ໄຂ ໄປຮອດໄສແລ້ວ? ແລະບໍລິສັດດັ່ງກ່າວໄດ້ຢຸດມາໄດ້ ສອງປີແລ້ວ ແລະພັນທະການພັດທະນາທ້ອງຖິ່ນ ພວກເຮົາເກືອບບໍ່ໄດ້ຫຍັງເລີຍ, “ດຽວນີ້ເສັ້ນທາງກໍເປ່ເພ ແຮ່ກໍໝົດ” ຄັນຊັ້ນເຮົາຈະແປງເສັ້ນທາງຄືນຄືແນວໃດ?”

ນີ້ ແມ່ນຄຳຖາມ ທີ່ສະທ້ອນບັນດາ ບັນຫາທີ່ເກີດຂຶ້ນໃນຂະແໜງບໍ່ແຮ່ ຈາກ ທ່ານ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ທ່ານໜຶ່ງ ເຂດ 4 ແຂວງອຸດົມໄຊ ໃນກອງປະຊຸມສະໄໝສາມັນເທື່ອທີ VI.

ຄວາມຈິງແລ້ວການສົນທະນາ  ກ່ຽວກັບຜົນເສຍຫາຍຈາກ ຂະແໜງບໍ່ແຮ່ ໃນກອງປະຊຸມສະໄໝສາມັນ ສະພາແຫ່ງຊາດ ກໍບໍ່ແມ່ນເລື່ອງໃໝ່ ແລະ ລັດຖະບານກໍຮັບຮູ້ບັນຫານີ້ດີ. ໃນກາງປີ 2012 ລັດຖະບານ ໄດ້ປະກາດໂຈະການໃຫ້ສຳປະທານ ໂຄງການໃໝ່ ທີ່ຈະລົງທຶນໃນຂະແໜງບໍ່ແຮ່ ແລະ ມາຮອດ 2016 ລັດຖະບານເຮົາກໍຍັງ ຢືນຢັນວ່າ “ຍັງໂຈະ” ການໃຫ້ສຳປະທານແກ່ໂຄງການໃໝ່.

ການໂຈະ ການໃຫ້ສຳປະທານໂຄງການໃໝ່ນັ້ນ ກໍເນື່ອງຈາກມີຫຼາຍໂຄງການທີ່ໄດ້ ຮັບການສຳປະທານ ຈາກລັດຖະບານແລ້ວ ແຕ່ບໍ່ມີການເຄື່ອນໄຫວ, ບາງບໍລິສັດແມ່ນ ມີການດຳເນີນການຂຸດຄົ້ນ ແບບຜິດກົດໝາຍ ເຊິ່ງຂາດຄວາມຮັບຜິດຊອບຕໍ່ ສະພາບແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ທ້ອງຖິ່ນ.

ເພື່ອແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນກັບຂະແໜງບໍ່ແຮ່, ລັດຖະບານໄດ້ພະຍາຍາມໃນການປັບປຸງ ນິຕິກຳ ບໍ່ວ່າຈະເປັນ ກົດໝາຍວ່າ ດ້ວຍການລົງທຶນ ແລະກົດໝາຍບໍ່ແຮ່ ຄຽງຄູ່ກັບ ການຍົກສູງ ຄວາມອາດສາມາດ ທາງດ້ານສະຖາບັນ ເພື່ອໃຫ້ແນ່ໃຈວ່າ ການລົງທຶນທັງໝົດ ໃນຂະແໜງບໍ່ແຮ່ໃນຕໍ່ໜ້າ ຈະມີບັນຫາໜ້ອຍລົງ.

ແຕ່ໃນປັດຈຸບັນ ພວກເຮົາຄວນຮີບຮ້ອນແກ້ໄຂບັນຫາທີ່ເກີດຂຶ້ນ ໂດຍສະເພາະ ການປິດບໍ່ ທີ່ໄດ້ຂຸດຄົ້ນ ຈົນແຮ່ໝົດ ຫຼື ໝົດສັນຍາ ດັ່ງສະມາຊິກສະພາແຫ່ງຊາດທ່ານໜຶ່ງ ໄດ້ຊັກຖາມ ລັດຖະມົນຕີວ່າ ການກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໃນກອງປະຊຸມສະໄໝສາມັນເທື່ອທີ VI ຂອງ ສະພາແຫ່ງຊາດຊຸດ VIII ກ່ຽວກັບແຜນປິດບໍ່ ຂອງສອງບໍ່ໃຫຍ່ໃນປີ​ 2020 ແຕ່ທີ່ສຳຄັນ ເພິ່ນຍັງກ່າວວ່າ “ທາງຊິໄປບໍ່ໄດ້ລະເດີ ຢູ່ເຂດບໍ່ຄຳ ເຊໂປນ”.

ພາບທີ່ເສັ້ນທາງເປເພ່ ຂາດການສ້ອມແປງ ພ້ອມໆກັນກັບການຈາກໄປຂອງບໍລິສັດສຳປະທານນັ້ນ ເປັນສິ່ງເຈັບ ປວດທີ່ສຸດສຳລັບພວກເຮົາ, ສະນັ້ນ ພ້ອມກັນເຮັດໃຫ້ ນັກລົງທຶນມີຄວາມຮັບຜິດຊອບກວ່ານີ້ກັນເທາະ!

- 4 - ແຮ່ໝົດ ລົດທຽວບໍ່ໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!