ໂມຣ໊ອກໂກຢຶດໂຄເຄນກວ່າ 1 ໂຕນ


ເຈົ້າໜ້າທີ່ໂມຣ໊ອກໂກຢຶດໂຄເຄນໄດ້ນ້ຳໜັກກວ່າ 1 ໂຕນ ແລະ ຈັບຜູ້ຕ້ອງສົງໄສໄດ້ 7 ຄົນທີ່ລັກລອບຂົນຢາເສບຕິດຈາກອາເມລິກາໃຕ້ເຂົ້າເອີຣົບ.
ສຳນັກຂ່າວໂມຣ໊ອກໂກລາຍງານວ່າ: ສຳນັກງານສອບສວນໂມຣ໊ອກໂກຖະແຫລງວ່າ: ພົບໂຄເຄນພາຍໃນລົດບັນທຸກທີ່ຈອດຢູ່ໃກ້ກັບເຮືອບໍລິເວນທ່າເຮືອເມືອງເອລເຈດິດາ ພ້ອມຈັບກຸມຊາວໂມຣ໊ອກໂກ 7 ຄົນທີ່ຄາດວ່າຢູ່ໃນແກ້ງອາຊະຍາກຳຂ້າມຊາດພົວພັນລັກລອບຂົນໂຄເຄນຈາກຕ່າງປະເທດໃນເຄືອຂ່າຍໂມຣ໊ອກໂກ, ອາເມລິກາລາຕິນ ແລະ ເອີຣົບ. ເຈົ້າໜ້າທີ່ກ່າວວ່າ: ຈາກການສອບສວນເບື້ອງຕົ້ນພົບວ່າຄົນຮ້າຍຂົນສົ່ງຢາເສບຕິດຈາກອາເມລິກາໃຕ້ມາທາງເຮືອກ່ອນຂົນຍ້າຍໃສ່ໄວ້ໃນເຮືອປະມົງທີ່ນຳມາຈອດຢູ່ທ່າເຮືອໂມຣ໊ອກໂກ. ຂໍ້ມູນສະຫະປະຊາຊາດລາຍງານວ່າ: ແກ້ງລັກລອບຂົນໂຄເຄນພະຍາຍາມຫາເສັ້ນທາງໃໝ່ໆໃນການນຳເອົາໂຄເຄນເຂົ້າເອີຣົບໃນໄລຍະ 10 ກວ່າປີຜ່ານມາ ໂດຍມີລາຍງານວ່າໂມຣ໊ອກໂກຢຶດໂຄເຄນໄດ້ຫລາຍຂຶ້ນໃນໄລຍະ 2-3 ປີຜ່ານມາ.