ສ.ເກົາຫລີ ແລະ ສປປ ເກົາຫລີ ເລີ່ມສຳຫລວດ ເສັ້ນທາງລົດໄຟຮ່ວມລຽບຕາມທະເລຍີ່ປຸ່ນ


ພາຍຫລັງສຳຫລວດເສັ້ນທາງລົດໄຟ Gyeongui ແລ້ວ, ວັນທີ 8 ທັນວານີ້, ສ.ເກົາຫລີ ແລະ ສປປ ເກົາຫລີ ໄດ້ສືບຕໍ່ສຳຫລວດຮ່ວມເສັ້ນທາງລົດໄຟລຽບຕາມທະເລຍີ່ປຸ່ນ, ຕອນໄປຜ່ານຜືນແຜ່ນດິນ ສປປ ເກົາຫລີ.
ຄະນະສຳຫລວດຂອງ ສ.ເກົາຫລີ ລວມມີ 28 ຄົນເລີ່ມເດີນທາງຈາກເຊອຸນ. ໃນການໄປນີ້, ຄະນະຈະດຳເນີນການສຳຫລວດເສັ້ນທາງລົດໄຟຕອນຈາກພູ Geumgnang ໄປເຖິງເມືອງ Anbyon ແຂວງ Gangwon, ຄາດວ່າຈະສຳຫລວດເປັນເວລາ 10 ວັນຈົນຮອດວັນທີ 17 ທັນວານີ້. ຄະນະຈະສຳຫລວດເສັ້ນທາງລົດໄຟໄປເຖິງສະຖານີລົດໄຟ Duman ດ້ວຍຄວາມຍາວ 800 ກມ ເພື່ອກວດກາສະພາບຂອງເສັ້ນທາງລົດໄຟ ແລະ ບັນດາພື້ນຖານໂຄງລ່າງທີ່ກ່ຽວຂ້ອງ. ນີ້ແມ່ນຄັ້ງທຳອິດທີ່ລົດໄຟຂອງ ສ.ເກົາຫລີ ຈະແລ່ນຜ່ານເຂດພູ Geumgnang – ແມ່ນ້ຳ Duman ຂຶ້ນກັບເສັ້ນທາງລົດໄຟລຽບຕາມທະເລຍີ່ປຸ່ນ ນັບແຕ່ເມື່ອ ສ.ເກົາຫລີ ແລະ ສປປ ເກົາຫລີ ຖືກຕັດແຍກອອກຈາກກັນ.