ຣັດເຊຍແຊງອັງກິດຂຶ້ນແທ່ນ ຜູ້ຜະລິດອາວຸດອັນດັບ 2 ຂອງໂລກ


ຣັດເຊຍແຊງສະຫະຣາຊະອານາຈັກຂຶ້ນສູ່ອັນດັບ 2 ຂອງປະເທດທີ່ມີປະສິດທິພາບດ້ານອາວຸດສູງທີ່ສຸດໃນໂລກໄດ້ເປັນເທື່ອທຳອິດໃນຮອບ 15 ປີ, ສ່ວນແຊ້ມຍັງເປັນອາເມລິກາ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຖາບັນວິໄຈສັນຕິພາບສາກົນແຫ່ງສະຕອກໂຮມ (SIPRI) ອອກລາຍງານດ້ານປ້ອງກັນປະເທດປະຈຳປີ ໃນວັນທີ 10 ທັນວາ ໂດຍເປັນການຈັດອັນດັບ 100 ປະເທດທີ່ມີປະສິດທິພາບດ້ານອາວຸດຍຸດທະພັນສູງທີ່ສຸດໃນໂລກປະຈຳປີ 2017 ໂດຍຂໍ້ມູນທີ່ໃຊ້ໃນການວິເຄາະ ລວມທັງການຈຳໜ່າຍອາວຸດທັງພາຍໃນ ແລະ ສາກົນນຳອີກ ໂດຍອັນດັບ 1 ຍັງເປັນອາເມລິກາ ປັດຈຸບັນມີບໍລິສັດດ້ານອາວຸດຍຸດທະພັນ 42 ແຫ່ງ ແລະ ຍອດຈຳໜ່າຍສິນຄ້າໃນປີຜ່ານມາເພີ່ມຂຶ້ນ 2% ເປັນ 226.600 ລ້ານໂດລາສະຫະລັດ ຄິດເປັນອັດຕາສ່ວນສູງເຖິງ 57% ຂອງກຸ່ມປະເທດໃນ 100 ອັນດັບທຳອິດ.
ຂະນະທີ່ອັນດັບ 2 ຄືຣັດເຊຍ ຂໍ້ມູນຕາມລາຍງານຂອງ SIPRI ລະບຸວ່າ: ມີບໍລິສັດດ້ານນີ້ 10 ແຫ່ງ ສ້າງຍອດຈຳໜ່າຍໄດ້ຮ່ວມກັນ 37.700 ລ້ານໂດລາສະຫະລັດ ຄອງອັດຕາສ່ວນຕະຫລາດ 9,5% ຂອງກຸ່ມປະເທດ 100 ອັນດັບທຳອິດ ແລະ ສາມາດແຊງສະຫະຣາຊະອານາຈັກໄດ້ເປັນເທື່ອທຳອິດນັບແຕ່ປີ 2002 ໂດຍຂໍ້ມູນຂອງ SIPRI ລະບຸມູນຄ່າການຊື້ຂາຍອາວຸດຂອງສະຫະຣາຊະອານາຈັກໃນປີຜ່ານມາບັນລຸ 35.700 ລ້ານໂດລາສະຫະລັດ ຈັດຢູ່ອັນດັບ 3 ຂອງໂລກ, ແຕ່ສະຫະຣາຊະອານາຈັກຍັງຄອງຕຳແໜ່ງປະເທດຜູ້ຜະລິດ ແລະ ຈັດຈຳໜ່າຍອາວຸດລາຍໃຫຍ່ທີ່ສຸດຂອງເອີຣົບ.
ສ່ວນບໍລິສັດຜູ້ຜະລິດ ແລະ ຈັດຈຳໜ່າຍອາວຸດລາຍໃຫຍ່ທີ່ສຸດຂອງໂລກຍັງເປັນລ໊ອດຮິດ ມາຣຕິນ ຂອງອາເມລິກາ ດ້ວຍຍອດຈຳໜ່າຍ 44.900 ລ້ານໂດລາສະຫະລັດ ສະເພາະປີ 2017 ເຊິ່ງເປັນປີທີ່ມູນຄ່າຕະຫລາດອາວຸດຂອງໂລກໂດຍລວມມີມູນຄ່າສູງເຖິງ 398.200 ລ້ານໂດລາສະຫະລັດ.