ຍີ່ປຸ່ນຫ້າມໜ່ວຍງານລັດ ທຸກແຫ່ງຊື້ອຸປະກອນຫົວເຫວີຍ


ກ່ອນໜ້ານີ້, ລັດຖະບານອົດສະຕຣາລີຫົວຫົວເຫວີຍ ແລະ ແຊດທີອີບໍ່ໃຫ້ເຂົ້າຮ່ວມການພັດທະນາເຄືອຂ່າຍມືຖື 5G ຂອງປະເທດ ໂດຍອ້າງເຖິງຄວາມສ່ຽງທີ່ຈະຖືກຕ່າງປະເທດແຊກແຊງ.
ລັດຖະບານໂຕກຽວອອກຄຳສັ່ງຫ້າມທຸກກະຊວງ ລວມທັງກອງກຳລັງປ້ອງກັນຕົນເອງຂອງຍີ່ປຸ່ນຈັດຊື້-ຈັດຈ້າງຄອມພິວເຕີສ່ວນບຸກຄົນ, ເຊີເວີ ແລະ ອຸປະກອນດ້ານໂທລະຄົມມະນາຄົມທຸກຊະນິດຂອງຫົວເຫວີຍ, ເຕັກໂນໂລຊີ ແລະ ບໍລິສັດເຕັກໂນໂລຊີອື່ນໆສັນຊາດຈີນ ໂດຍໃຫ້ມີຜົນບັງຄັບໃຊ້ໃນປີໜ້າ ຫລັງສຳເລັດການຝຶກອົບຮົມແລ້ວ.
ຄຳສັ່ງຫ້າມນີ້ມີຂຶ້ນເພື່ອປ້ອງກັນການຮົ່ວໄຫລຂອງຂໍ້ມູນທີ່ອ່ອນໄຫວ ແລະ ເປັນຂໍ້ມູນທີ່ກ່ຽວຂ້ອງກັບຄວາມໝັ້ນຄົງຂອງປະເທດ ເຊິ່ງສອດຄ່ອງກັບການດຳເນີນງານຂອງລັດຖະບານອາເມລິກາທີ່ປະກາດຂວ້ຳບາດບັນດາບໍລິສັດເຕັກໂນໂລຊີສັນຊາດຈີນ ໃນຖານະທີ່ລະເມີດກົດໝາຍຂວ້ຳບາດອີຣານ ແລະ ໃນຖານະທີ່ອາເມລິກາເບິ່ງວ່າບໍລິສັດເຕັກໂນໂລຊີຈີນຈະເຂົ້າມາລ່ວງຄວາມລັບທາງລາຊະການ.