ໂອເປັກຫລຸດກຳລັງການຜະລິດຊ່ວຍໜູນ ລາຄານ້ຳມັນດິບເພີ່ມຂຶ້ນ 2,2%

- 750x422 820706 1544224980 - ໂອເປັກຫລຸດກຳລັງການຜະລິດຊ່ວຍໜູນ ລາຄານ້ຳມັນດິບເພີ່ມຂຶ້ນ 2,2%
- kitchen vibe - ໂອເປັກຫລຸດກຳລັງການຜະລິດຊ່ວຍໜູນ ລາຄານ້ຳມັນດິບເພີ່ມຂຶ້ນ 2,2%

      ສັນຍານ້ຳມັນ​ດິບລ່ວງ​ໜ້າ​ເວສ​ເທັກ​ຊັສ ປິດ​ຕະຫລາດ​ໃນ​ວັນ​ທີ 7 ທັນວາ ຕາມ​ເວລາ​ທ້ອງ​ຖິ່ນ ​ເພີ່ມ​ຂຶ້ນ 2,2% ຫລັງ​ກຸ່ມ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (​ໂອ​ເປັກ) ບັນລຸ​ຂໍ້​ຕົກລົງ​ຫລຸດ​ກຳລັງ​ການ​ຜະລິດ​ນ້ຳມັນ​ຮ່ວມ​ກັບ​ພັນທະ​ມິດ​ນອກ​ກຸ່ມ​ໂອ​ເປັກ ​ເຊິ່ງລວມທັງຣັດ​ເຊຍ.

      ສັນຍານ້ຳມັນ​ດິບ​ເວສ​ເທັກ​ຊັສ ສົ່ງ​ມອບ​ເດືອນ​ມັງກອນ ​ເຊິ່ງມີ​ການ​ຊື້ຂາຍ​ຢູ່​ຕະຫລາດ​ໄນ​ເມັກ ​ເພີ່ມ​ຂຶ້ນ 1,12 ​ໂດ​ລາ ຫລື 2,2% ປິດ​ຕະຫລາດ​ໃນ​ລາຄາ 52,61 ​ໂດ​ລາ​ຕໍ່​ບາ​ເຣລ, ສ່ວນ​ສັນຍານ້ຳມັນ​ດິບ​ເບຣນ ປັບ​ຂຶ້ນ 1,61 ​ໂດ​ລາ ຫລື 2,7% ປິດ​ໃນ​ລາຄາ 61,67 ​ໂດ​ລາ​ຕໍ່​ບາ​ເຣລ.

- Visit Laos Visit SALANA BOUTIQUE HOTEL - ໂອເປັກຫລຸດກຳລັງການຜະລິດຊ່ວຍໜູນ ລາຄານ້ຳມັນດິບເພີ່ມຂຶ້ນ 2,2%

       ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາຄາ​ນ້ຳມັນ​ປັບ​ຫລຸ​ດລົງ​ໃນ​ໄລຍະ​ທຳ​ອິດ​ຂອງ​ການ​ຊື້ຂາຍ ຈາກ​ການ​ທີ່​ນັກ​ລົງທຶນ​ຜິດ​ຫວັງ​ຕໍ່​ຜົນ​ກອງ​ປະຊຸມ​ໂອ​ເປັກ​ໃນ​ວັນ​ທີ 7 ທັນວາ ​ເຊິ່ງກອງ​ປະຊຸມ​ບໍ່​ສາມາດ​ບັນລຸ​ຂໍ້​ຕົກລົງ​ໃນ​ການ​ຫລຸດ​ກຳລັງ​ການ​ຜະລິດ​ນ້ຳມັນ ຈົນ​ກວ່າ​ຈະ​ມີ​ການ​ຫາລື​ກັບຣັດ​ເຊຍ ​ແລະ ​​ເມື່ອ​​ໄດ້​ຫາລື​ກັບຣັດ​ເຊຍ​ແລ້ວ, ສະມາຊິກ 15 ປະ​ເທດ​ຂອງ​ໂອ​ເປັກ ​ເຫັນ​ພ້ອມ​ຫລຸດ​ກຳລັງ​ການ​ຜະລິດ​ນ້ຳມັນ​ເປັນ​ໄລຍະ​ເວລາ 6 ​ເດືອນ ​ໃນ​ປີ 2019 ​ໃນ​ປະລິມານ​ວັນ​ລະ 800.000 ບາ​ເຣລ.

       ຂະນະ​ທີ່​ຜູ້​ຜະລິດ​ນ້ຳມັນ​ນອກ​ກຸ່ມ​ໂອ​ເປັກ ​ເຊິ່ງລວມທັງຣັດ​ເຊຍ ຕົກລົງ​ຫລຸດ​ກຳລັງ​ການ​ຜະລິດ​ວັນ​ລະ 400.000 ບາ​ເຣລ ​ເຮັດ​ໃຫ້​ມີ​ການ​ຫລຸດ​ກຳລັງ​ການ​ຜະລິດ​ລວມຢູ່​ທີ່​ວັນ​ທີ 1,2 ລ້ານ​ບາ​ເຣລ ​ໂດຍ​ເລີ່​ມ​ໃຫ້​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ເດືອນ​ມັງກອນ​ປີໜ້າ.

      ສ່ວນຣັດ​ເຊຍ ​ເຫັນ​ພ້ອມ​ຫລຸດ​ການ​ຜະລິດ​ນ້ຳມັນ​ວັນ​ລະ 200.000 ບາ​ເຣລ ​ເພີ່ມ​ຂຶ້ນຈາກ​ລະດັບ​ວັນ​ລະ 150.000 ບາ​ເຣລ ທີ່​ມີ​ການ​​ເປີດ​ເຜີຍ​ກ່ອນ​ໜ້າ​ນີ້.

- 5 - ໂອເປັກຫລຸດກຳລັງການຜະລິດຊ່ວຍໜູນ ລາຄານ້ຳມັນດິບເພີ່ມຂຶ້ນ 2,2%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!