ຈະແກ້ໄຂສະພາບລົດລົ້ນທາງແນວໃດ ?
ສະບາຍດີເພື່ອນຜູ້ອ່ານທີ່ຮັກແພງ, ນີ້ຄືຄຳຖາມທີ່ມີຄຳຕອບໄດ້ຍາກ. ດັ່ງແຕ່ລະມື້ກໍເຄີຍໄດ້ຍິນຂ່າວຄາວເລື່ອງລົດຕິດ-ລົດລົ້ນທາງຢູ່ບ້ານເພິ່ນເມືອງທ່ານ ດ່ັງປະເທດຈີນ, ຫວຽດນາມ, ໄທ ແລະ ເດັ່ນກວ່າໝູ່ແມ່ນປະເທດໄທ ເຊິ່ງເຈົ້າໜ້າທີ່ຕຳຫລວດກໍບໍ່ໄດ້ລົດລະ ແລະ ບໍ່ໄດ້ພັກໄດ້ເຊົາ ເພື່ອຄວບຄຸມສະພາບການສັນຈອນໃນຕົວເມືອງ ແລະ ບໍ່ພໍເທົ່າໃດປີສະພາບການດັ່ງກ່າວນັ້ນກໍໄດ້ມາຮອດມາເຖິງ ສປປ ລາວ ແລ້ວ ຍ້ອນວ່າສະພາບເສດຖະກິດ-ສັງຄົມໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ຄວາມຕ້ອງການນຳໃຊ້ລົດລາງພາຫະນະນັບມື້ເພີ່ມທະວີຂຶ້ນ ຈຶ່ງເປັນຊ່ອງຫວ່າງໃຫ້ມີການນຳເຂົ້າສິນຄ້າປະເພດລົດຕ່າງໆດັ່ງກ່າວນັບມື້ຫລວງຫລາຍ. ໃນຂະນະການຄວບຄຸມເບື້ອງມະຫາພາກກໍຍັງບໍ່ເຂັ້ມງວດປານໃດ ເອົາແຕ່ແຮງຜູ້ຈະນຳເຂົ້າ ແລະ ສ່ວນການພັດທະນາຖະໜົນຫົນທາງ ແລະ ສິ່ງອຳນວຍຄວາມສະດວກອື່ນໆໃຫ້ແກ່ການຄົມມະນາຄົມພັດຍິ່ງຈຳກັດ. ກໍດັ່ງເຮົາເຫັນຢູ່ໃນປັດຈຸບັນ ເຊິ່ງອີງຕາມຂໍ້ມູນຈາກກົມຂົນສົ່ງ ກະຊວງໂຍທາທິການ ໃຫ້ຮູ້ວ່າ: ຈຳນວນພາຫະນະໃນປະເທດເຮົາໄດ້ເພີ່ມຂຶ້ນຢ່າງວ່ອງໄວ ເຊິ່ງມາຮອດປີ 2015 ໃນທົ່ວປະເທດມີພາຫະນະທັງໝົດຫລາຍກວ່າ 1,7 ລ້ານຄັນ, ໃນນັ້ນປະເພດລົດຈັກມີປະມານ 1,3 ລ້ານກວ່າປະເພດ, ລົດເບົາ 3 ແສນກວ່າຄັນ ແລະ ເປັນລົດບັນທຸກຂະໜາດຕ່າງໆມີຫລາຍກວ່າ 53 ພັນຄົນ. ເມື່ອທຽບໃສ່ປີ 2014 ຈຳນວນລົດດັ່ງກ່າວເພີ່ມຂຶ້ນ 8,17% ແລະ ສະເພາະຕົວເລກພາຫະນະທີ່ກ່າວມານີ້ແມ່ນບໍ່ໄດ້ນັບຈຳນວນພາຫະນະຂອງພາກລັດ ແລະ ອົງການຈັດຕັ້ງທີ່ສຳຄັນຕ່າງໆ ແລະ ຫລາຍກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນມີຫລາຍກວ່າ 720 ພັນຄັນ, ສະຫວັນນະເຂດ 270 ພັນກວ່າຄັນ, ຈຳປາສັກ 145 ພັນກວ່າຄັນ, ຫລວງພະບາງມີເກືອບ 1 ແສນຄັນ ແລະ ແຂວງທີ່ໜ້ອຍກວ່າໝູ່ແມ່ນໄຊສົມບູນມີພຽງ 360 ກວ່າຄັນ ເພາະເປັນແຂວງສ້າງຂຶ້ນໃໝ່.
+ ຍ້ອນຫຍັງມວນຊົນຈິ່ງຫັນມາໃຊ້ລົດເມສາທາລະນະຫລາຍຂຶ້ນ ?
+ ຄວນເບິ່ງຄືນການເອົາແຄມທາງຈັດສັນເປັນບ່ອນຈອດລົດ
ຖ້າສົມທຽບໃສ່ເສັ້ນທາງກັບພາຫະນະແລ້ວເຫັນວ່າບໍ່ຄ່ອຍຈະມີການດຸ່ນດ່ຽງພໍເທົ່າໃດ ແລະ ຕາມຂໍ້ມູນຈາກະຊວງໂຍທາທິການ ແລະ ຂົນສົ່ງສຳຫລວດເມື່ອປີ 2015 ໃຫ້ຮູ້ວ່າ: ໃນທົ່ວປະເທດໄດ້ມີໄລຍະເສັ້ນທາງຍາວທັງໝົດ 51.597 ກິໂລແມັດ, ໃນນັ້ນ ເປັນທາງເບຕົງ 310 ກິໂລແມັດ, ເສັ້ນທາງປູຢາງອັດສະຟານ 814 ກິໂລແມັດ, ເສັ້ນທາງປູຢາງສອງຊັ້ນ 8.272 ກິໂລແມັດ, ເສັ້ນທາງປູແຮ່ 19.361 ກິໂລແມັດ ແລະ ເສັ້ນທາງດິນແດງ 22.838 ກິໂລແມັດ. ເມື່ອສະເລ່ຍໃສ່ຈຳນວນພາຫະນະແລ້ວເຫັນວ່າເສັ້ນທາງໜຶ່ງຈະຕ້ອງຮອງຮັບລົດລາງພາຫະນະຫລາຍຄັນພໍສົມຄວນແລ້ວແບບນີ້ຈະບໍ່ໃຫ້ລົດຕິດ, ລົດອັ່ງອໍ ແລະ ລົ້ນຖະໜົນໄດ້ແນວໃດ ແລະ ເມື່ອທຽບໃສ່ກັບພົນລະເມືອງລາວໃນປັດຈຸບັນມີປະມານ 6,7 ລ້ານກວ່າຄົນແລ້ວ ກໍຈະຢູ່ປະມານ 3-4 ຄົນຕໍ່ລົດຄັນໜຶ່ງ ເຊິ່ງເປັນອັດຕາສ່ວນທີ່ສູງສົມຄວນເມື່ອທຽບໃສ່ຫລາຍປະເທດໃນໂລກ. ຕໍ່ສະພາບດັ່ງກ່າວ ເຊິ່ງບໍ່ພຽງຈະເຮັດໃຫ້ເກີດສະພາບລົດຕິດ, ລົດອັ່ງອໍເທົ່ານັ້ນ ຍັງເຮັດໃຫ້ສິ້ນເປືອງວັດຖຸເງິນຄຳ, ສິ້ນເປືອງເວລາ, ກໍ່ໃຫ້ເກີດສະພາບຈອດລົດຊະຊາຍຕາມຕົວເມືອງໃຫຍ່ ດັ່ງນະຄອນຫລວງວຽງຈັນ ແລະ ຂາດຄວາມເປັນລະບຽບຮຽບຮ້ອຍຂອງການຈະລາຈອນ ແລະ ອື່ນໆ. ຖ້າເປັນແບບນີ້ຈະແກ້ໄຂແນວໃດ ? ນີ້ເປັນຄຳຖາມທີ່ຈະຫາຄຳຕອບໄດ້ຍາກ ເຊິ່ງສະເພາະໜ້າ ເບື້ອງລັດຈະຕ້ອງໄດ້ເອົາໃຈໃສ່ຕໍ່ການຄວບຄຸມການນຳເຂົ້າຂອງລົດລາງດັ່ງກ່າວ ແລະ ເຈົ້າໜ້າທີ່ຈະລາຈອນກໍຈະຕ້ອງໄດ້ອອກແຮງ ແລະ ມີມາດຕະການເຂັ້ມງວດຕໍ່ຜູ້ໃຊ້ລົດໃຊ້ຖະໜົນ. ໝາຍວ່າຈະຕ້ອງໄດ້ສຳຫລວດ ແລະ ກວດຄືນການອະນຸຍາດ ແລະ ອອກໃບຂັບຂີ່ໃຫ້ນັກຮຽນ ຫລື ໄວໜຸ່ມທີ່ຍັງບໍ່ຮອດອາຍຸກະສຽນໃນການຂັບຂີ່. ພ້ອມນັ້ນ ກໍຈະຕ້ອງໄດ້ເອົາໃຈໃສ່ກວດກາຄຸນນະພາບຂອງໂຮງຮຽນຂັບລົດຕ່າງໆໃຫ້ດີຂຶ້ນ ແລະ ໃນໄລຍະຍາວກໍຈະຕ້ອງໄດ້ເອົາໃຈໃສ່ພັດທະນາ ແລະ ຂະຫຍາຍເສັ້ນທາງຄົມມະນາຄົມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ການໃຊ້ລົດໃຊ້ຖະໜົນ, ມີມາດຕະຖານດີຂຶ້ນກວ່າເກົ່າ.