ຫລຽນຄຳທຳອິດຂອງນັກສຶກສາລາວ ໃນງານກິລາມະຫາວິທະຍາໄລອາຊຽນ 2018

- 47681669 1987875974626445 9094581330745753600 n - ຫລຽນຄຳທຳອິດຂອງນັກສຶກສາລາວ ໃນງານກິລາມະຫາວິທະຍາໄລອາຊຽນ 2018
- kitchen vibe - ຫລຽນຄຳທຳອິດຂອງນັກສຶກສາລາວ ໃນງານກິລາມະຫາວິທະຍາໄລອາຊຽນ 2018

       ໃນວັນ​ທີ 9 ທັນວາ​ນີ້, ທັບນັກກິລາມະຫາວິທະຍາໄລລາວ ສາມາດຄວ້າຫລຽນຄຳທຳອິດ ໃນງານກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 19 ທີ່ນະຄອນຫລວງເນປີດໍ ປະເທດມຽນມາ 10-19 ທັນວານີ້ ມາຈາກກິລາກະຕໍ້ຊິນຫລອນ ປະເພດທີມຊາຍ ລາຍການ Event 2 ຮອບຊີງຊະນະເລີດ ຊະນະ ເຈົ້າພາບມຽນມາ 187-179 ຄະແນນ, ຫລຽນທອງເປັນຂອງມະຫາວິທະຍາໄລໄທ.

         ຂະນະນີ້ ທັບນັກກີລາມະຫາວິທະຍາໄລລາວ ໄດ້ມາແລ້ວ 1 ຫລຽນຄຳ 1 ຫລຽນເງິນ ຈາກກິລາກະຕໍ້ຊິນຫລອນ ປະເພດທີມຊາຍ ລາຍການ Event 2 ແລະ Event 1.

         ງານກິລາມະຫາວິທະຍາໄລອາຊຽນ 2018 ກຳນົດແຂ່ງຂັນເປັນທາງການໃນວັນທີ 10-19 ທັນວາ 2018 ໂດຍກິລາບານເຕະ, ກິລາກະຕໍ້ຊິນຫລອນ, ບານສົ່ງ, ດອກປີກໄກ່ ແລະ ວູຊູ ແມ່ນເລີ່ມແຂ່ງກ່ອນມື້ເປີດ 1-2 ວັນ. ສະຫະພັນກິລາມະຫາວິທະຍາໄລລາວ ສົ່ງເຂົ້າຮ່ວມ 9 ປະເພດກິລາຄື: ບານເຕະຊາຍ, ແລ່ນ-ລານ, ເປຕັງ, ວູຊູ, ຍິງທະນູ, ໂວວີນາມ, ດອກປີກໄກ່, ກະຕໍ້ ແລະ ກັອຟ ວາງເປົ້າໝາຍບໍ່ໃຫ້ຫລຸດ 5 ຫລຽນຄຳ.

- 5 - ຫລຽນຄຳທຳອິດຂອງນັກສຶກສາລາວ ໃນງານກິລາມະຫາວິທະຍາໄລອາຊຽນ 2018
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!