ຄົນສະຫລາດຈະບໍ່ເສຍເວລາກັບຄົນເຫລົ່ານີ້


ຄົນສະຫລາດເຂົາຈະຮູ້ວ່າບໍ່ຄວນເສຍເວລາກັບຄົນແບບນີ້ :
– ບໍ່ຍອມເສຍເວລາກັບຄົນເຮັດທຳທ່າ : ຢ່າໄປດ່າເຂົາ, ຢ່າໄປຫ້າມເຂົາ ຈົ່ງໃຫ້ເຂົາເຮັດທຳທ່າໄປເລື້ອຍໆ ຈົ່ງເຮັດເປັນບໍ່ຮູ້ບໍ່ເຫັນ ຈັກມື້ໜຶ່ງຄົນອື່ນໆກໍຈະເປັນຄົນເຂົ້າມາບອກທ່ານເອງວ່າວິລະກຳຂອງເຂົາຄົນນັ້ນເປັນແນວໃດແດ່.
– ບໍ່ຍອມເສຍເວລາກັບຄົນທີ່ເຫັນແກ່ໂຕ : ຢ່າໄປໂກດແຄ້ນເຂົາ ແລະ ຢ່າເຮັດຄືບໍ່ສົນໃຈເຂົາ, ແຕ່ຈົ່ງຄ່ອຍໆຕີໂຕອອກຫ່າງ, ເລີ່ມຈາກເອົາໃຈອອກຫ່າງ ຈາກນັ້ນກໍເຮັດຄືບໍ່ຮູ້ບໍ່ເຫັນເລື່ອງຄວາມເຫັນແກ່ໂຕຂອງເຂົາ ຫາກເຂົາປ່ຽນຈຸດໝາຍຈາກທ່ານໄປຫາຄົນອື່ນ ທ່ານຈະເຫັນວ່າຄົນອື່ນກໍພະຍາຍາມຕີໂຕອອກຫ່າງຈາກເຂົາຄືກັນ.
– ບໍ່ເພິ່ງພາຄົນອື່ນຫລາຍເກີນໄປ : ເຖິງວ່າການດຳລົງຊີວິດຈະເປັນເລື່ອງຍາກ ແຕ່ຈົ່ງຮຽນຮູ້ໃນການເຮັດຫຍັງດ້ວຍຕົນເອງແດ່ ຢ່າໄດ້ເອົາແຕ່ອາໄສຄົນອື່ນຢູ່ຕະຫລອດ ເພາະຫາກມື້ໜຶ່ງຄົນອ້ອມຂ້າງຂອງທ່ານຈາກໄປໝົດແລ້ວ ທ່ານຈະໄດ້ດຳລົງຊີວິດຕໍ່ໄປໄດ້ດ້ວຍໂຕຂອງທ່ານເອງ.
– ໃນຍາມເຈັບປ່ວຍ : ຕ້ອງເຫັນຄວາມສຳຄັນຂອງຕົນເອງ ຢ່າລໍຖ້າໃຫ້ຄົນອື່ນມາເຫັນຄວາມສຳຄັນ ເພາະບໍ່ດັ່ງນັ້ນການຄອງ ຄອຍຂອງທ່ານຈະກາຍເປັນການທຳຮ້າຍຈິດໃຈ ແລະ ສຸຂະພາບຂອງໂຕເອງ.
– ໃນຍາມທີ່ຕ້ອງໃຊ້ຊີວິດພຽງລຳພັງໃນຕ່າງຖິ່ນ : ຕ້ອງໝັ່ນຕິດຕໍ່ຄົນໃນຄອບຄົວ ແລະ ມິດສະຫາຍ, ຕ້ອງຝຶກຮັບຟັງຄຳແນະນຳຂອງຜູ້ເຖົ້າຜູ້ແກ່, ຕ້ອງຮຽນຮູ້ໃນຄວາມອົດທົນອົດກັ້ນ ບໍ່ມີຫຍັງທີ່ທ່ານຈະອົດທົນບໍ່ໄດ້, ຢ່າເອົາຄວາມຜິດຂອງຄົນອື່ນມາເປັນບົດລົງໂທດໂຕທ່ານເອງ.
– ເວລາມີໃຜບອກເລົ່າເລື່ອງຕ່າງໆໃຫ້ທ່ານຟັງ : ບໍ່ວ່າຈະດ້ວຍເຫດຜົນກົນໃດ ທ່ານເຊື່ອເຂົາໄດ້ ແຕ່ຢ່າເຊື່ອຢ່າງປັກໃຈ, ແຕ່ວ່າຍາມທີ່ເຂົາເວົ້າຫຍັງໃຫ້ທ່ານຟັງຕ້ອງຟັງຢ່າງຕັ້ງໃຈ, ຟັງດ້ວຍຄວາມສົນໃຈ ມັນເປັນການສະແດງອອກເຖິງຄວາມເຄົາລົບແລະ ເອົາໃຈໃສ່ຕໍ່ຜູ້ເວົ້າ.
– ຢ່າເມົາແຕ່ໜ້າບູດໃສ່ຜູ້ຄົນ : ເຖິງວ່າທ່ານຈະຄຽດ ຫລື ໃຈຮ້າຍ ເປັນທຸກຫລາຍປານໃດ, ແຕ່ຄົນອື່ນບໍ່ສາມາດສຳຜັດໃຈຂອງທ່ານໄດ້ທັງໝົດ ແລະ ມັນກໍບໍ່ແມ່ນໜ້າທີ່ຂອງໃຜໆທີ່ຈະຕ້ອງມາເຮັດໜ້າບູດບຶ້ງເປັນໝູ່ກັບທ່ານ.
– ຢ່າໄປລໍ້ຫລິ້ນກັບຄວາມຮູ້ສຶກຂອງຄົນອື່ນ : ຈັກມື້ໜຶ່ງເວນກຳມັນຈະນຳທັນທ່ານ ເຖິງວ່າທ່ານຈະເກັ່ງ ແລະ ເປັນທີ່ນິຍົມ ຊົມຊອບຂອງໃຜໆ ຂໍໃຫ້ຈື່ໄວ້ວ່າ ດາວຍັງມີມື້ດັບ, ດວງຕາເວັນຍັງມີມື້ລັບຂອບຟ້າ, ຂີ້ຂ້າຍັງມີມື້ເປັນນາຍ.
– ຢ່າໄປຍາດແຍ່ງຜົນປະໂຫຍດຂອງໃຜ : ແຕ່ກໍຢ່າໃຫ້ໃຜມາຍາດແຍ່ງຜົນປະໂຫຍດຂອງເຮົາໄດ້ຕາມໃຈ ທ່ານຕ້ອງມີຫລັກ ເກນຂອງຕົນເອງ.
– ຢ່າອິດສາຄວາມສຳເລັດ, ບຸນວາດສະໜາ, ຕຳແໜ່ງ, ເງິນຄຳຂອງຄົນອື່ນ ເພາະມັນມີທີ່ມາຈາກ 5 ສາເຫດນີ້ :
1. ຄົນອື່ນອາດລົງແຮງຫລາຍກ່ວາທ່ານ, ແຕ່ເປັນຍ້ອນທ່ານບໍ່ໄດ້ເຫັນຕອນເຂົາລົງແຮງ.
2. ສິ່ງເຫລົ່ານີ້ນຳຄວາມພໍໃຈມາສູ່ທ່ານພຽງຊົ່ວຄັ້ງຄາວ ມັນຕື່ມເຕັມທ່ານບໍ່ໄດ້ຕະຫລອດໄປ.
3. ສິ່ງນີ້ບໍ່ຄວນຄູ່ກັບທ່ານເລີຍ ເພາະເຖິງວ່າທ່ານຈະໄດ້ມັນມາມັນກໍເຮັດໃຫ້ທ່ານເມື່ອຍລ້າໆ.
4. ທ່ານມີໃນສິ່ງທີ່ຄົນອື່ນບໍ່ມີ, ຄົນອື່ນມີໃນສິ່ງທີ່ທ່ານບໍ່ມີ, ບໍ່ມີໃຜສົມບູນແບບ, ຄົນທຸກທີ່ວ່າທຸກຍາກ ຍັງມີຄົນຮັ່ງມີທີ່ເປັນທຸກ ກ່ວາຄົນທຸກບໍ່ຮູ້ເປັນຮ້ອຍເປັນພັນເທົ່າ.
5. ຫາກທ່ານບໍ່ຍາດແຍ່ງສິ່ງທີ່ກ່າວມາຂ້າງເທິງ ອ້ອມໂຕທ່ານຈະເຕັມໄປດ້ວຍມິດສະຫາຍ.