ປັດໄຈທີ່ເຮັດໃຫ້ທ່ານນອນຝັນຮ້າຍ

- 021012 2018 - ປັດໄຈທີ່ເຮັດໃຫ້ທ່ານນອນຝັນຮ້າຍ
- kitchen vibe - ປັດໄຈທີ່ເຮັດໃຫ້ທ່ານນອນຝັນຮ້າຍ

 

     ຫາກທ່ານມັກຝັນຮ້າຍຢູ່ຕະຫລອດອາດເປັນຍ້ອນພຶດຕິກຳດັ່ງຕໍ່ໄປນີ້ :

- Visit Laos Visit SALANA BOUTIQUE HOTEL - ປັດໄຈທີ່ເຮັດໃຫ້ທ່ານນອນຝັນຮ້າຍ

     1. ນອນໜ້ອຍ : ການນອນຫລັບພັກຜ່ອນບໍ່ພຽງພໍເປັນໜຶ່ງສາເຫດທີ່ອາດເຮັດໃຫ້ເກີດຝັນຮ້າຍໄດ້ ເພາະຮ່າງກາຍອາດມີຄວາມອ່ອນເພຍ, ມີຄວາມເຄັ່ງຄຽດກົດດັນຈາກການຮຽນ ຫລື ການເຮັດວຽກ. ແນວໃດກໍຕາມ ຍັງບໍ່ຈະແຈ້ງວ່ານອນໜ້ອຍຈະເຮັດໃຫ້ເກີດຝັນຮ້າຍຈົນສົ່ງຜົນກະທົບຕໍ່ສຸຂະພາບ.

     2. ດື່ມສິ່ງມຶນເມົາຫລາຍເກີນໄປ : ການດື່ມເຄື່ອງດື່ມທ່ີມີອານກໍຮໍໃນປະລິມານຫລາຍເກີນໄປຖືເປັນປັດໄຈທີ່ເຮັດໃຫ້ທ່ານນອນຝັນຮ້າຍໄດ້.

     3. ບໍ່ສະບາຍ :  ຄົນທີ່ມີອາການບໍ່ສະບາຍ, ເຈັບປ່ວຍ, ຮ່າງກາຍບໍ່ແຂງແຮງ ກໍອາດເຮັດໃຫ້ນອນຝັນຮ້າຍໄດ້ຄືກັນ.

     4. ເຄັ່ງຄຽດ, ສຸຂະພາບຈິດບໍ່ດີ : ຄວາມເຄັ່ງຄຽດ ຫລື ຄວາມວິຕົກກັງວົນເປັນປັດໄຈທີ່ເຮັດໃຫ້ຝັນຮ້າຍໄດ້ສູງສະເລ່ຍເຖິງ 60% ເຊິ່ງບັນຫາສຸຂະພາບຈິດຫລາຍຢ່າງເຮັດໃຫ້ທ່ານນອນຝັນຮ້າຍໄດ້ ເຊັ່ນ : ຊຶມເສົ້າ, ຜູ້ທີ່ມີຄວາມເຄັ່ງຄຽດຫລັງຈາກປະສົບອຸປະຕິເຫດສະເທືອນໃຈກໍມັກຈະຝັນຮ້າຍເຖິງເຫດການສະເທືອນໃຈທີ່ເຄີຍເກີດຂຶ້ນກັບຕົນເອງມາແລ້ວ ໂດຍຈະຝັນຮ້າຍຊຳ້ໆ ແລະ ເປັນອາການປ່ວຍຊຳ້ເຮື້ອ.

     5. ຖອນຢາປິ່ນປົວພະຍາດ : ການຖອນຢາປິ່ນປົວພະຍາດບາງຢ່າງ ເຊັ່ນ : ເຊົາເຫລົ້າ, ເຊົາສູບຢາ ຫລື ສານທີ່ມີລິດລະງັບປະສາດ ອາດເຮັດໃຫ້ກ່ຽວຂ້ອງໄປເຖິງການນອນຝັນຮ້າຍ. ແນວໃດກໍຕາມ ຢ່າລືມໄປປຶກສາທ່ານໝໍ.

     6. ກິນແລ້ວເຂົ້ານອນເລີຍ : ເນື່ອງຈາກການກິນອາຫານກ່ອນນອນສົ່ງຜົນໃຫ້ການເຮັດວຽກຂອງລະບົບເມຕາບໍລິຊຶມເພີ່ມຂຶ້ນ ທັງຍັງສົ່ງສັນຍານໃຫ້ສະໝອງຕື່ນໂຕຫລາຍກ່ວາເກົ່າ ຈຶ່ງເຮັດໃຫ້ຜູ້ທ່ີກິນອາຫານ ຫລື ເຂົ້າໜົມກ່ອນເຂົ້ານອນ ອາດຫລັບໄປແລ້ວນອນຝັນຮ້າຍໄດ້.

     7. ຜົນຂ້າງຄຽງຈາກການໃຊ້ຢາ : ຢາປິ່ນປົວພະຍາດບາງຊະນິດສົ່ງຜົນໃຫ້ເກີດການນອນຝັນຮ້າຍໄດ້ ເນື່ອງຈາກມີສ່ວນປະສົມຂອງໂຕຢາທີ່ມີປະຕິກິລິຍາກັບສານເຄມີໃນສະໝອງ ເຊັ່ນ : ຢາຕ້ານອາການຊຶມເສົ້າ, ຢາລະງັບອາການປວດທີ່ມີລິດເສບຕິດ ຫລື ຢາຫລຸດຄວາມດັນເລືອດ ເຫລົ່ານີ້ເປັນຕົ້ນ.

     8. ປ່ວຍເປັນພະຍາດກ່ຽວກັບການນອນ : ອາດເປັນຜົນມາຈາກພະຍາດທີ່ກ່ຽວຂ້ອງກັບການນອນ ເຊັ່ນ : ອາການຢຸດຫາຍໃຈຂະນະນອນຫລັບ ຫລື ກຸ່ມອາການຂາຢູ່ບໍ່ເປັນສຸກ ທັງນີ້ ຜູ້ທີ່ມີບຸກຄົນໃນຄອບຄົວ ຫລື ຍາດພີ່ນ້ອງປະສົບບັນຫາການນອນຝັນຮ້າຍຢູ່ຕະຫລອດອາດມີໂອກາດທີ່ຈະກາຍເປັນຄົນນອນຝັນຮ້າຍຊຳ້ເຮື້ອໄດ້ຄືກັນ.

     – ຜົນກະທົບຕໍ່ສຸຂະພາບ : ຫາກຝັນຮ້າຍຊຳ້ເຮື້ອອາດເຮັດໃຫ້ການນອນຫລັບພັກຜ່ອນບໍ່ພຽງພໍ ແລະ ຈະເປັນຕົ້ນເຫດສົ່ງຜົນໃຫ້ເກີດບັນຫາສຸຂະພາບອື່ນໆຕາມມາ ເຊັ່ນ : ພະຍາດຫົວໃຈ, ຊຶມເສົ້າ ແລະ ຕຸ້ຍງ່າຍ. ວິທີແກ້ໄຂໃນເບື້ອງຕົ້ນແມ່ນໃຫ້ທ່ານໝັ່ນອອກກຳລັງກາຍເປັນປະຈຳ, ຈັດຫ້ອງນອນໃຫ້ສະອາດ ແລະ ມີສະພາບແວດລ້ອມທີ່ດີ, ງົດດື່ມຊາ – ກາເຟ ຫລື ກິນອາຫານໃດໆກ່ອນຈະເຂົ້ານອນ ເຫລົ່ານີ້ເປັນຕົ້ນ.

- 5 - ປັດໄຈທີ່ເຮັດໃຫ້ທ່ານນອນຝັນຮ້າຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!