ເຂົ້າປ່ຽງ ຫລື ເຂົ້າປະປາ ສິ່ງທີ່ຂາດບໍ່ໄດ້ ໃນງານບຸນກິນຈຽງເຜົ່າມົ້ງ

ໂດຍ: ຄຳພຸດເທບພະນົມ
ທ່ານຜູ້ອ່ານເຄີຍໄປທ່ຽວບຸນກິນຈຽງແລ້ວຫຼືຍັງເພາະ ໄລຍະນີ້ເປັນເທສະການບຸນກິນຈຽງຂອງຊາວເຜົ່າມົ້ງ ທີ່ ເຕັມໄປດ້ວຍຄວາມຫຼາກ ຫຼາຍທາງດ້ານຮີດຄອງປະ ເພນີ ແລະສິ່ງທີ່ຂາດບໍ່ໄດ້ ຄືຕ້ອງກິນເຂົ້າປະປາ ຫຼືເຂົ້າ ປ່ຽງເພາະຖ້າບໍ່ໄດ້ກິນເຂົ້າປ່ຽງເພິ່ນວ່າໄປບໍ່ຮອດບຸນ ກິນຈຽງ.

ເຂົ້າປ່ຽງໝາຍເຖິງເຂົ້າ ໜຽວໜຶ້ງທີ່ຜ່ານການຕຳ ໃຫ້ແຫຼກລະອຽດ ແລ້ວມາ ເຮັດເປັນປ່ຽງວົງມົນເຊິ່ງ ພາສາເຜົ່າມົ້ງເອີ້ນວ່າ “ຢົ້ວ” ຄົນລາວບາງຄົນນອກ ຈາກເອີ້ນເຂົ້າປ່ຽງແລ້ວ ຍັງເອີ້ນວ່າ”ເຂົ້າປະປາ” ອີກ ດ້ວຍ. ເຂົ້າປ່ຽງ ຫຼືເຂົ້າປະ ປານີ້ຖືໄດ້ວ່າເປັນສ່ວນປະກອບສຳຄັນຢ່າງໜຶ່ງທີ່ຂາດ ບໍ່ໄດ້ໃນມື້ບຸນກິນຈຽງ. ຂອງ ຊາວເຜົ່າມົ້ງ.

ຜູ້ຂຽນໄດ້ມີໂອກາດ ຮ່ວມງານບຸນກິນຈຽງພີ່ນ້ອງເຜົ່າມົ້ງ ທີ່ເປັນຜູ້ໃຫຍ່ ທ່ານ ໜຶ່ງເພິ່ນໄດ້ໃຫ້ຂໍ້ມູນທີ່ໜ້າ ສົນໃຈວ່າ “ເຂົ້າປ່ຽງແມ່ນ ສິ່ງທີ່ຂາດບໍ່ໄດ້ໃນມື້ບຸນກິນ ຈຽງ ເຊິ່ງມີຄວາມໝາຍ ຄວາມສຳຄັນຫຼາຍເພາະວ່າ ເຂົ້າປ່ຽງເປັນສິ່ງທີ່ສະແດງ ເຖິງຄວາມອຸດົມສົມບູນຂອງທຳມະຊາດ ແລະ ຊີວິດຂອງ ມວນມະນຸດ ໂດຍສະເພາະ ເຜົ່າມົ້ງ ການເຮັດເຂົ້າປ່ຽງ ທີ່ຕ້ອງຜ່ານຂັ້ນຕອນການ ເລືອກເຂົ້າທີ່ ອ່ອນນຸ່ມ ດ້ວຍ ການໜຶ້ງໃຫ້ເຂົ້າສຸກພໍດີ ແລະ ຕຳໃຫ້ແຫຼກລະອຽດນັ້ນ ປຽບເໝືອນຄວາມອົດທົນ ພະຍາຍາມ ທີ່ຕ້ອງສູ້ຊົນໃຫ້ ມີຢູ່ມີກິນ. ການຕຳເຂົ້າປ່ຽງ ຕ້ອງໄດ້ໃຊ້ຜູ້ທີ່ມີເຫື່ອແຮງ ແລະຊ່ວຍກັນຫຼາຍໆຄົນ ປຽບເໝືອນຄວາມຮັກແພງ ສາມັກຄີ ແລະຄວາມເປັນອັນ ໜຶ່ງດຽວຂອງເຜົ່າມົ້ງ. ສີ ຂາວ ແລະ ເປັນວົງມົນຂອງ ເຂົ້າປ່ຽງປຽບເໝືອນນໍ້າໃຈ ອັນບໍລິສຸດຜຸດຜ່ອງ ແລະ ຊື່ກົງຂອງຊາວເຜົ່າມົ້ງ ທີ່ມີ ມາແຕ່ດົນນານ. ຄວາມໜຽວ ຂອງເຂົ້າປ່ຽງປຽບເໝືອນ ນໍ້າໃຈອັນໜຽວແໜ້ນຂອງ ເຜົ່າທີ່ມີຄວາມຢຶດໝັ້ນຕໍ່ ຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາ. ເຂົ້າປ່ຽງ ກໍຄືກັບເຂົ້າຕົ້ມໃຫຍ່ໃນງານ ປີໃໝ່ຂອງຫວຽດນາມ ທີ່ ທຸກຄົນຄຸ້ນເຄີຍກັນດີ ເມື່ອ ໄດ້ເປັນປ່ຽງມາເປັນທີ່ຮຽບ ຮ້ອຍແລ້ວກໍເອົາໃສ່ໃບຕອງ ກ້ວຍຖ້າກິນຕອນຍັງຮ້ອນ ຈະແຊບທີ່ສຸດ, ຖ້າປະໄວ້ ດົນກໍຂາງໄຟໃຫ້ເຫຼືອງພໍດີ ຫອມ ແລະ ກິນກັບນໍ້າເຜິ້ງ ແຕ່ປັດຈຸບັນຫຼາຍຄົນມັກຕັດ ເປັນສີ່ປ່ຽງແລ້ວເອົາຈືນ ກັບນໍ້າມັນ ແລະ ກິນກັບນົມ ຂຸ້ນຫວານກໍແຊບດີ”
ການໄປຮ່ວມກິນຈຽງ ມື້ນັ້ນ ຜູ້ຂຽນຍັງໄດ້ສຳຜັດ ກັບລົດຊາດຂອງເຂົ້າປ່ຽງທີ່ມີຄວາມຫອມ, ກອບນອກ ນຸ່ມໃນ ບວກກັບຄວາມຫວານຂອງນໍ້າເຜິ້ງເຮັດໃຫ້ຕິດໃຈ ຈົນລືມບໍ່ລົງ. ສຳລັບຜູ້ທີ່ ຢາກ ລອງຊີມລົດຊາດທີ່ແຊບນົວຂອງເຂົ້າປ່ຽງກໍຫາໂອ ກາດໄປຮ່ວມງານກິນຈຽງ ຂອງພີ່ນ້ອງເຜົ່າມົ້ງໄດ້ຕະຫຼອດໄລຍະເດືອນທັນວານີ້.