ສ.ເກົາຫລີ ແລະ ອົງການຢູນິເຊັບ ໃຫ້ການຊ່ວຍເຫລືອເດັກນ້ອຍແຂວງອັດຕະປື.

- Japan Unicef help lao children in attapue - ສ.ເກົາຫລີ ແລະ ອົງການຢູນິເຊັບ ໃຫ້ການຊ່ວຍເຫລືອເດັກນ້ອຍແຂວງອັດຕະປື.
- kitchen vibe - ສ.ເກົາຫລີ ແລະ ອົງການຢູນິເຊັບ ໃຫ້ການຊ່ວຍເຫລືອເດັກນ້ອຍແຂວງອັດຕະປື.

 ໃນວັນທີ6 ທັນວານີ້, ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີມອບ-ຮັບຊ່ວຍເຫລືອເພື່ອປົກປ້ອງເດັກທີ່ບໍ່ມີພໍ່,ແມ່ ແລະ ຜູ້ປົກຄອງດູແລ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ເມືອງສະໜາມໄຊແຂວງອັດຕະປືໃນມູນຄ່າ3 ແສນໂດລາລະຫວ່າງລັດຖະບານ ສ.ເກົາຫລີ ແລະ ຜູ້ຕາງໜ້າອົງການຢູນີເຊັບປະຈໍາລາວເພື່ອຮັບມືກັບພາວະສຸກເສີນ ທີ່ເກີດຈາກໄພທໍາມະຊາດດັ່ງກ່າວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກ.ໃນຂະນະທີ່ແຂວງອັດຕະປືຕົກຢູ່ໃນພາວະສຸກເສີນນັ້ນ, ອົງການຢູນິເຊັບ ກໍໄດ້ເປັນກໍາລັງແຮງລົງສູ່ພື້ນທີ່ປະສົບໄພ ເພື່ອສະໜອງຄວາມຕ້ອງການທາງດ້ານວັດຖຸແລະ ປັດໃຈ ໃຫ້ເດັກທີ່ເປັນກຸ່ມສ່ຽງຕ່າງໆ.  ທຶນຊ່ວຍເຫລືອດັ່ງກ່າວ, ອົງການຢູນິເຊັບຈະຮ່ວມມືກັບກະຊວງແຮງງານ ແລະສະຫວັດດີການສັງຄົມ ເພື່ອສະໜອງການປົກປ້ອງ ແລະ ດູແລທີ່ດີ ໃຫ້ເດັກທີ່ດ້ອຍໂອກາດ ແລະຄອບຄົວຂອງເຂົາເຈົ້າ ໂດຍສະເພາະແມ່ນໃຫ້ທຶນແກ່ການສ້າງຂໍ້ແນະນໍາສຳຫລັບທາງເລືອກໃນການເບິ່ງແຍງດູແລເດັກ ທີ່ມີຄວາມສອດຄ່ອງກັບມາດຕະຖານສາກົນແລະ ສ້າງລະບົບຕິດຕາມກວດກາທາງເລືອກໃນການເບິ່ງແຍງດູແລເດັກ, ສ້າງຄວາມອາດສາມາດໃຫ້ພະນັກງານສັງຄົມສົງເຄາະເພື່ອຄຸ້ມຄອງບໍລິຫານ ເຮັດໃຫ້ເດັກກັບຄືນສູ່ຊຸມຊົນ ແລະກັບຄືນສູ່ການດຳລົງຊີວິດແບບຄອບຄົວຢ່າງປອດໄພ.

- 5 - ສ.ເກົາຫລີ ແລະ ອົງການຢູນິເຊັບ ໃຫ້ການຊ່ວຍເຫລືອເດັກນ້ອຍແຂວງອັດຕະປື.
- Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ແລະ ອົງການຢູນິເຊັບ ໃຫ້ການຊ່ວຍເຫລືອເດັກນ້ອຍແຂວງອັດຕະປື.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!