ສະຫວັນນະເຂດ ຈະເລີ່ມເສຍອາກອນຜ່ານລະບົບທີ່ທັນສະໄໝ


ກອງປະຊຸມເຜີຍແຜ່ ແນະນຳການນຳໃຊ້ລະບົບ ຄຸ້ມຄອງລາຍຮັບສ່ວຍສາ ອາກອນໃຫ້ແກ່ພາກທຸລະ ກິດ ແລະ ບັນດາອົງການ ຈັດຕັ້ງລັດພາຍໃນ ແຂວງ ສະຫວັນນະເຂດໄດ້ຈັດຂຶ້ນ ໃນວັນທີ 6 ທັນວານີ້, ຢູ່ ທີ່ຫ້ອງປະຊຸມສ່ວຍສາ ອາກອນແຂວງ.
ໂດຍການເປັນປະທານ ຂອງທ່ານ ເພັດດາລາ ແກ້ວ ສາລີ ຫົວໜ້າສ່ວຍສາອາ ກອນແຂວງ ເພື່ອກ້າວ ໄປ ສູ່ການເສຍພາສາຜ່ານ ລະບົບ TaxRIS (Tax Revenue Information System) ເປັນລະບົບຄຸ້ມ ຄອງຂໍ້ມູນລາຍຮັບສ່ວຍ ສາອາກອນແບບໃໝ່, ມີ ຄວາມທັນສະໄໝ, ສະດວກ, ວ່ອງໄວ ແລະ ຮັບປະກັນ ຄວາມປອດໄພ ແລະ ເປັນ ສູນກາງການແຈ້ງມອບ ທີ່ມີປະສິດທິຜົນ ແລະ ມີ ຄວາມຍືນຍົງ.
ເພື່ອແນໃສ່ປັບປຸງການ ບໍລິການສ່ວຍສາອາກອນ ໃຫ້ດີຂຶ້ນ ແລະ ເພື່ອຄວາມ ໂປ່ງໃສໃນການຄຸ້ມຄອງເກັບ ລາຍຮັບສ່ວຍສາອາກອນ ແລະ ເຮັດໃຫ້ການປະຕິບັດ ກົດໝາຍສະດວກງ່າຍດາຍ ພ້ອມທັງປະຢັດເວລາ, ອັນສຳ ຄັນລະບົບຂໍ້ມູນລາຍຮັບສ່ວຍ ສາອາກອນນີ້ ຈະເປັນຄູ່ຮ່ວມ ງານທີ່ສຳຄັນໃນການພັດທະ ນາແຫ່ງຊາດໂດຍຜ່ານລະບົບ ຂໍ້ມູນຂ່າວສານທີ່ກ້າວໜ້າ ແລະ ການຄຸ້ມຄອງການເກັບ ລາຍຮັບຢ່າງມີປະສິດທິຜົນ.
ເຊິ່ງລະບົບດັ່ງກ່າວປະ ກອບມີ 7 ພາກຄື: ພາກຄຸ້ມ ຄອງຂໍ້ມູນຜູ້ເສຍອາກອນ, ພາກຄຸ້ມຄອງການແຈ້ງມອບ ອາກອນ, ພາກຄຸ້ມຄອງລາຍ ຮັບສ່ວຍສາອາກອນ, ພາກ ຄຸ້ມຄອງການກວດບັນຊີ, ພາກຄຸ້ມຄອງການເຊື່ອມຕໍ່, ພາກແຈ້ງການ ແລະ ພາກ ການໃຫ້ການຊ່ວຍເຫລືອ, ເຊິ່ງເປັນລະບົບທີ່ສາມາດ ເຊື່ອມຕໍ່ເຂົ້າກັບລະບົບຖານ ຂໍ້ມູນຂອງພະແນກອຸດສາຫະ ກຳ ແລະ ການຄ້າແຂວງ, ພາສີ, ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ແລະ ຄັງເງິນໄດ້.
ມາຮອດປັດຈຸບັນສ່ວຍ ສາອາກອນແຂວງໄດ້ຂຶ້ນ ບັນຊີສຳເລັດແລ້ວ 995 ເປົ້າ ໝາຍ, ໃນນັ້ນຕິດພັນກັບ ອົງການຈັດຕັ້ງລັດ 86 ເປົ້າ ໝາຍ, ຫົວໜ່ວຍທຸລະກິດ 909 ເປົ້າໝາຍ./.
ມາຮອດປັດຈຸບັນສ່ວຍສາອາກອນແຂວງໄດ້ຂຶ້ນ ບັນຊີສຳເລັດແລ້ວ 995ເປົ້າ ໝາຍ,ໃນນັ້ນຕິດພັນກັບ ອົງການຈັດຕັ້ງລັດ 86ເປົ້າ ໝາຍ, ຫົວໜ່ວຍທຸລະກິດ 909 ເປົ້າໝາຍ./.



