ລັດ​​ເລັ່ງສະກັດ​ກັ້ນການ​ດູດ​​ແຮ່-ຊາຍ​ຜິດ​ລະບຽບ

- Sand 1 - ລັດ​​ເລັ່ງສະກັດ​ກັ້ນການ​ດູດ​​ແຮ່-ຊາຍ​ຜິດ​ລະບຽບ
- kitchen vibe - ລັດ​​ເລັ່ງສະກັດ​ກັ້ນການ​ດູດ​​ແຮ່-ຊາຍ​ຜິດ​ລະບຽບ

ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ປັດຈຸບັນ ຂະ​ແໜງ​ການ​ຂອງຕົນ​ໄດ້​ເປັນ​ເຈົ້າການ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ອື່ນໆ​ໃນ​ການ​ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ຜູ້​ປະກອບ​ການ​ດູດ​ແຮ່-ຊາຍ​ຕາມ​ສາຍ​ນ້ຳຕ່າງໆ ​ເພື່ອ​ສະກັດ​ກັ້ນການ​ເຄື່ອນ​ໄຫວ​ທີ່​ຜິດ​ລະບຽບ ​ແລະ ກໍ່​ໃຫ້​ເກີດ​ການ​ປ່ຽນ​ແປງ​ຂອງ​ແລວນ້ຳ ​ເຊິ່ງຈະ​ເຮັດ​ໃຫ້​ປະ​ເທດ​ເຮົາ​ເສຍ​ດິນ​ແດນ​ໂດຍ​ບໍ່​ຮູ້​ຕົວ.

ລັດຖະມົນຕີ​ ​ໃຫ້​ຮູ້​ວ່າ: ຜ່ານ​ມາ ລັດຖະບານ​ໄດ້​ຊີ້​ນຳ​ຢ່າງ​ໃກ້ຊິດ​ກ່ຽວ​ກັບ​ການ​ຂຸດ​ຄົ້ນຫີນ-​ແຮ່​ຊາຍ​ຕາມ​ແມ່ນ້ຳຂອງ ​ແລະ ​ແມ່ນ້ຳສາຂາ​ທີ່​ມີ​ຜົນ​ກະທົບ​ຕໍ່​ຕາ​ຝັ່ງ​ເຈື່ອນ ​ແລະ ​ເສັ້ນຊາຍ​ແດນ​ລະຫວ່າງ​ຊາດ ກ່ອນ​ຈະ​ອະນຸມັດ​ໃຫ້​ມີ​ການ​ຂຸດ​ຄົ້ນຕ້ອງ​ໄດ້​ຮັບ​ການ​ຕົກລົງ​ເຫັນ​ດີ​ເປັນ​ເອກະ​ພາບ​ຈາກ​ຂະ​ແໜງ​ກ່ຽວຂ້ອງ​ຕ່າງໆ ​ເປັນຕົ້ນກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ອົງການ​ປົກຄອງ​ທ້ອງ​ຖິ່ນ​ກ່ຽວຂ້ອງ, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ພະລັງງານ ​ແລະ ບໍ່​ແຮ່, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ. ຈາກ​ນັ້ນຈຶ່ງ​ສະ​ເໜີ​ລັດຖະບານ​ພິຈາລະນາ​ອະນຸຍາດ​ເປັນ​ແຕ່​ລະ​ກໍລະນີ, ພ້ອມ​ທັງ​ໄດ້​ມີ​ການ​ກວດຄືນ​ການ​ເຄື່ອນ​ໄຫວ​ຂອງ​ຜູ້​ປະກອບ​ການ​ທີ່​ໄດ້​ຮັບ​ອະນຸຍາດ​ໃນ​ແຕ່ລະ​ປີ ​ເພື່ອ​ຮັບປະກັນ​ການ​ດຳ​ເນີນ​ກິດຈະການ​​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ ​ແລະ ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ, ລະບົບ​ການ​ໄຫວ​ຂອງ​ແລວນ້ຳຮຸນ​ແຮງ. ​ໃນ​ຜ່ານ​ມາ ຂະ​ແໜງ​ກ່ຽວຂ້ອງ​ກໍ​ໄດ້​ສັ່ງ​ໂຈະ​ດຳ​ເນີນ​ກິດຈະການ​ດູດ​ຫີນ-ຊາຍ​ຢູ່​ນ້ຳງື່ມ ​ເມືອງ​ທຸລະຄົມ ​ແຂວງ​ວຽງ​ຈັນ ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ດັ່ງ​ນີ້​ເປັນຕົ້ນ.

ທ່ານລັດຖະມົນຕີ ​ໃຫ້​ຮູ້​ອີກວ່າ: ນັບ​ແຕ່​ປີ 2010 ​ເປັນຕົ້ນມາ, ລັດຖະບານ​ໄດ້​ສຸມ​ທຶນຮອນ​ກໍ່ສ້າງ​ຕາ​ຝັ່ງ​ເຈື່ອນ​ຫລາຍ​ໂຄງການ​ຄື: ​ແຕ່​ປີ 2010-2015 ກໍ່ສ້າງ​ສຳ​ເລັດ​ 23 ​ໂຄງການ, ມີ​ຄວາມ​ຍາວ​ທັງ​ໝົດ 23,3 ກວ່າ​ກິ​ໂລ​ແມັດ ລວມມີ​ມູນ​ຄ່າຫລາຍ​ກວ່າ 40 ​ຕື້ກີບ; ​ແຕ່​ປີ 2016-2018 ມີ 20 ​ໂຄງການ ກໍ່ສ້າງ​ສຳ​ເລັດ 8 ​ໂຄງການ ລວມມີ​ມູນ​ຄ່າ 182 ຕື້ກວ່າ​ກີບ ​ແລະ ຜ່ານ​ການ​ເກັບ​ກຳ​ຂໍ້​ມູນ​ຂອງ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ ​ເມື່ອ​ບໍ່​ດົນ​ມາ​ນີ້​ເຫັນ​ວ່າ ຍັງ​ມີ​ຄວາມ​ຕ້ອງການ​ກໍ່ສ້າງ​ກັນ​ຕາ​ຝັ່ງ​ເຈື່ອນ​ຕື່ມ​ອີກ ​ໃນ​ຄວາມ​ຍາວ​ທັງ​ໝົດ 129 ກິ​ໂລ​ແມັດ ລວມມີ​ມູນ​ຄ່າ 2.079 ຕື້ກີບ ​ໃນ​ນີ້​ມີ 3 ຈຸດມີຄວາມ​ຍາ​ວທັງ​ໝົດ 15 ກິ​ໂລ​ແມັດ ຕ້ອງ​ໄດ້​ຮີບ​ຮ້ອນ​ກໍ່ສ້າງ​ດ່ວນ​ໃນ​ປີ 2019, ສ່ວນ​ທີ່​ເຫລືອ​ແມ່ນ​ຈະ​ໄດ້​ສະ​ເໜີ​ເຂົ້າ​ແຜນ​ງົບປະມານ​ 2021-2025.

- 3 - ລັດ​​ເລັ່ງສະກັດ​ກັ້ນການ​ດູດ​​ແຮ່-ຊາຍ​ຜິດ​ລະບຽບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!