ປກສ ນະຄອນຫລວງເຕືອນ​​ໃຫ້​ມີ​ສະຕິ​ລະວັງ​ຕົວ ພາຍຫລັງ​ມີ​ແກ້ງລັກ​ຊັບ​ອອກ​ອາ​ລະວາ​ດ

- Untitled 1 copy 1 - ປກສ ນະຄອນຫລວງເຕືອນ​​ໃຫ້​ມີ​ສະຕິ​ລະວັງ​ຕົວ ພາຍຫລັງ​ມີ​ແກ້ງລັກ​ຊັບ​ອອກ​ອາ​ລະວາ​ດ
- kitchen vibe - ປກສ ນະຄອນຫລວງເຕືອນ​​ໃຫ້​ມີ​ສະຕິ​ລະວັງ​ຕົວ ພາຍຫລັງ​ມີ​ແກ້ງລັກ​ຊັບ​ອອກ​ອາ​ລະວາ​ດ

​ເຈົ້າໜ້າ​ທີ່ ປກສ ນະຄອນຫລວງ​ວຽງ​ຈັນ ​ໄດ້​ອອກ​ມາ​ເຕືອນ​ປະຊາຊົນ​ໃຫ້​ເພີ່ມ​ສະຕິ​ລະວັງ​ຕົວ ​ແລະ ຮັກສາ​ຊັບ​ສິນ​ຂອງ​ຕົນ​ໃຫ້​ດີ, ພາຍຫລັງ​ເຫັນ​ວ່າ​ໄລຍະ​ນີ້​ໄດ້​ມີ​ກຸ່ມ​ແກ້ງ​ວິສາ​ຊີບ ​ແລະ ຊີງ​ຊັບ​ອອກ​ອາ​ລະວາ​ດກໍ່​ເຫດ​ໃນ​ຫລາຍ​ຈຸດ​ໃນ​ຕົວ​ເມືອງ ​ໂດຍ​ເປົ້າໝາຍ​ຕົ້ນຕໍຂອງ​ພວກ​ມັນ​ແມ່ນ​ເພດ​ຍິງ ​ແລະ ຜູ້ອາຍຸ​ສູງ​ທີ່ຢູ່​ຕາມ​ເສັ້ນທາງ​ປ່ຽວ​ມືດ. ດັ່ງ​ໃນ​ເດືອນ​ພະຈິກ​ຜ່ານ​ມານີ້ ​ໄດ້​ມີ​ຜູ້​ເສຍ​ຫາຍ​ເຂົ້າມ​າ​ແຈ້ງ​ຕໍ່​ເຈົ້າໜ້າ​ທີ່​ຄື: ​ຄ້າຍ​ແລງຂອງ​ວັນ​ທີ 14 ພະຈິກ ມີ​ຄົນ​ຮ້າຍ​ດຶງ​ສາຍ​ຄໍ​ໜັກ 1 ບາດ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ກຳລັງຂັບ​ຂີ່​ລົດຈັກຢູ່​ເຂດ​ໄຟ​ອຳນາດ​ບ້ານ​ນາ​ຄຳ ​ເມືອງ​ສີ​ໂຄດ​ຕະບອງ, ​ແລະ ​ເຊົ້າຂອງ​ວັນ​ທີ 15 ພະຈິກ ມີ​ຍິງ​ຄົນ​ໜຶ່ງ​ອາຍຸ 75 ປີ ຖືກ​ຄົນ​ຮ້າຍ​ດຶງ​ກະ​ເປົາ​ໃນ​ຂະນະ​ຍ່າງ​ເລາະ​ແຄມ​ທາງ​ໜ້າ​ຕະຫລາດ​ເຂດ​ບ້ານ​ໂພນ​ປ່າ​ເປົ້າ ​ໃນ​ກະ​ເປົາ​ມີ​ສາຍ​ຄໍ​ຄຳ 1 ​ເສັ້ນ ໜັກ 2 ບາດ, ​ເງິນ 2.500 ບາດ (ສະກຸນ​ເງິນ​ໄທ), ​ແຫວນ​ຄຳ 1 ວົງ​ນ້ຳໜັກ 1 ສະຫລຶງ, ກີ້​ແຫວນ​ເພັດ 1 ອັນ ມູນ​ຄ່າ 2,5 ລ້ານ​ກີບ ​ແລະ ​ເງິນ 1 ລ້ານ​ກີບ; ຕອນທ່ຽງ​ຂອງ​ວັນ​ທີ 17 ພະຈິກ ​ໄດ້​ມີ​ຄົນ​ຮ້າຍ 2 ຄົນ​ຂີ່​ລົດຈັກ​ດຶງ​ເອົາ​ສາຍ​ຄໍ​ຄຳໜັກ 3 ບາດ​ຂອງ​ປະຊາຊົນ​ຢູ່​ເຂດ​ບ້ານ​ສາຍ​ລົມ ​ເມືອງ​ຈັນທະ​ບູລີ ​ແລະ ຕອນ​ທ່ຽງຂອງ​ວັນ​ທີ 18 ພະຈິກ ​ໄດ້​ມີ​ຄົນ​ຮ້າຍ 2 ຄົນ​ຂີ່​ລົດຈັກ​ບໍ່​ມີ​ປ້າຍ​ທະບຽນ ດຶງ​ສາຍ​ຄໍ​ຄຳໜັກ 5 ບາດ ຢູ່​​ເຂດ​ບ້ານ​ສີສະ​ຫວາດ ​ເມືອງ​ຈັນທະ​ບູລີ, ​ຕອນ​ແລງຂອງ​ວັນ​ທີ 20 ພະຈິກ ​ໄດ້​ມີ​ຄົນ​ຮ້າຍ 2 ຄົນ​ດຶງ​ກະ​ເປົາ​ຍິງ​ຄົນ​ໜຶ່ງ​ຢູ່​ເຂດ​ເສັ້ນທາງ​ຕໍ່ໜ້າ​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ​ມີ​ເງິນ 8 ລ້ານ​ກີບ, 800 ​ໂດ​ລາ, ​ໂທລະສັບ​ມື​ຖື 2 ໜ່ວຍ ​ແລະ ​ເອກະສານ​ຈຳນວນ​ໜຶ່ງ ​ແລະ ຕອນ​ທ່ຽງຂອງ​ວັນ​ດຽວ​ກັນ ​ໄດ້​ມີ​ຄົນ​ຮ້າຍ 2 ຄົນ​ຂີ່​ລົດຈັກ​ດຶງ​ກະ​ເປົາ​ຍິງ​ຄົນ​ໜຶ່ງ​ຂະນະ​ຂີ່​ລົດຈັກ​ຢູ່​ເສັ້ນທາງ​ຕໍ່ໜ້າ​ຕະຫລາດ​ສະພານ​ທອງ ​ເມືອງ​ສີ​ສັດຕະ​ນາກ ​ໃນ​ກະ​ເປົາມີ​ເງິນ 15 ລ້ານ​ກີບ, 10 ພັນ​ບາດ (ສະກຸນ​ເງິນ​ໄທ) ​ແລະ ​ເອກະສານ​ຈຳນວນ​ໜຶ່ງ. ຈາ​ກສະພາບ​ທີ່​ເກີດ​ຂຶ້ນນີ້​ຈຶ່ງ​ຂໍ​ໃຫ້​ປະຊາຊົນ​​ມີ​ສະຕິ​ລະວັງ​ຕົວ​ສູງ​​ໃນ​ການ​ປົກ​ປັກ​ຮັກສາ​ຊັບ​ສິນ ​ແລະ ​ເຄື່ອງ​ຂອງ​ມີຄ່າ​ຕ່າງໆຂອງ​ຕົນ​ໃຫ້​ດີ ​ເພື່ອ​ບໍ່ຕົກ​ເປັນ​ເຫຍື່ອ​ຂອງ​ແກ້ງ​ຊິງ​ຊັບ​ດັ່ງກ່າວ.

- 4 - ປກສ ນະຄອນຫລວງເຕືອນ​​ໃຫ້​ມີ​ສະຕິ​ລະວັງ​ຕົວ ພາຍຫລັງ​ມີ​ແກ້ງລັກ​ຊັບ​ອອກ​ອາ​ລະວາ​ດ
- Visit Laos Visit SALANA BOUTIQUE HOTEL - ປກສ ນະຄອນຫລວງເຕືອນ​​ໃຫ້​ມີ​ສະຕິ​ລະວັງ​ຕົວ ພາຍຫລັງ​ມີ​ແກ້ງລັກ​ຊັບ​ອອກ​ອາ​ລະວາ​ດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!