ຍ້ອນ​ຫຍັງ ລາວ​ຕ້ອງ​ຫລຸດ​ໂກ​ຕາ​ລັດຖະກອນ

- kitchen vibe - ຍ້ອນ​ຫຍັງ ລາວ​ຕ້ອງ​ຫລຸດ​ໂກ​ຕາ​ລັດຖະກອນ

ລັດຖະບານ​ຍັງ​ສືບ​ຕໍ່​ດັດສົມ​ອັດຕາ​ລັດຖະກອນ​ໃຫ້​ຢູ່​ໃນ​ຕົວ​ເລກ​ທີ່​ເໝາະ​ສົມ, ພາຍຫລັງ​ເຫັນ​ວ່າ​ປະ​ເທດ​ເຮົາ​ຍັງ​ມີ​ອັດຕາ​ລັດຖະກອນ​ຕໍ່​ພົນລະ​ເມືອງ​ສູງ​ຫລາຍ.

ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ຊີ້​ແຈງ​ບັນຫາ​ການ​ຫລຸດ​ໂກ​ຕາ​ລັດຖະກອນ​ຈາກ 3.000 ຄົນ ​ໃນ​ປີ 2018 ລົງ​ມາ​ເປັນ 1.500 ຄົນ ຕໍ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ປັດຈຸບັນ​ນີ້​ວ່າ: ​ໃນ​ຕົວ​ຈິງ​ແລ້ວ ​ເຊິ່ງຜ່ານ​ມາ ລັດຖະບານ​ຮັບ​ຮູ້​ຄວາມ​ຕ້ອງການ​ໂກ​ຕາ​ລັດຖະກອນ ​ເພື່ອ​ບັນຈຸ​ ​ເຂົ້າ​ໃນ​​ຂະ​ແໜງ​ການຕ່າງໆ ນັບ​ທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ແມ່ນ​ມີ​ຫລາຍ, ​ແຕ່​ຜ່ານ​ການຄົ້ນຄວ້າ-ວິ​ໄຈ ​ແລະ ປຽບທຽບ​ກັບປະ​ເທດ​ໃນ​ພາກພື້ນດຽວ​ກັນ, ປະ​ເທດ​ເຮົາ​ແມ່ນ​ມີ​ອັດຕາ​ລັດຖະກອນ​ຕໍ່​ພົນລະ​ເມືອງ​ສູງ​ຫລາຍ ຈັດ​ຢູ່​ອັນ​ດັບ 3 ​ໃນ​ອາ​ຊຽນ. ຂະນະ​ດຽວ​ກັນ, ງົບປະມານ​ສຳລັບ​ເງິນ​ເດືອນ-ພະນັກງານ​ລັດຖະກອນ​ໃນ 2 ປີຜ່ານມາ ກໍ​ກວມ​ເຖິງ 50% ຂອງ​ລາຍ​ຮັບ​ປົກກະຕິ ​ເຊິ່ງຖື​ວ່າ​ເປັນ​ອັດຕາ​ສູງ​ສົມຄວນ ​ໂດຍ​ທົ່ວ​ໄປ​ແລ້ວ​ຈະ​ຢູ່​ໃນ​ລະດັບ 35% ຂອງ​ລາຍ​ຮັບ. ສະນັ້ນ ​ໃນ​ສົກ​ປີ 2019 ຈະມາ​ເຖິງ​ນີ້ ລັດຖະບານ​ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຈັດ​ສັນ​ໂກ​ຕາ​ລັດຖະກອນ​ລົງ​ໃຫ້ເຫລືອ​ພຽງ 1.500 ຄົນ ​ໂດຍ​ຈະ​ເນັ້ນ​ໃຫ້​ບູລິ​ມະ​ສິດ​ແກ່​ແພດ​ໝໍ, ຄູ-ອາຈານ, ວິຊາ​ການ​ສົ່ງ​ເສີມ​ການ​ຜະລິດ ​ແລະ ອື່ນໆ, ພ້ອມ​ທັງ​ຈະ​ເອົາ​ໃຈ​ໃສ່​ຕິດຕາມ​ກວດ​ກາ​ບັນດາ​ປາກົດການ​ຫຍໍ້​ທໍ້​ໃນ​ການຈັດ​ແບ່ງ​ໂກ​ຕາ​ທີ່​ມີ​ຈຳກັດ​ນີ້​ໃຫ້​ໄປ​ເຖິງ​ເປົ້າໝາຍ​ທີ່​ຈຳ​ເປັນ​ແທ້. ພ້ອມ​ນີ້ ລັດຖະບານ​ຈະ​ຫັນ​ພະນັກງານ-ລັດຖະກອນ​ຈາກ​ສູນ​ກາງ​ລົງ​ຊ່ວຍ​ທ້ອງ​ຖິ່ນ​ໃຫ້​ຫລາຍ​ຂຶ້ນ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ​ ​ແລະ ປະສິດທິພາບ​ຂອງ​ພະນັກງານ​ລັດຖະກອນ ​ແນ​ໃສ່​ສ້າງ​ເຂົາ​ເຈົ້າ​ເຫລົ່ານັ້ນ​ໃຫ້​ມີ​ປະສົບ​ການ​ຕົວ​ຈິງ​ ​ແລະ ​ເຕີບ​ໃຫຍ່​ຈາກ​ວຽກ​ງານ​ຮາກ​ຖານ, ກາຍ​ເປັນ​ພະນັກງານ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ສາມາດ​ເຮັດ​ວຽກ​ຮັບ​ໃຊ້​ປະຊາຊົນ​ຢ່າງ​​ແທ້​ຈິງ. ພ້ອມ​ນີ້ ກໍ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ຈົບ​ການ​ສຶກສາ​ໃໝ່​ໄດ້​ປະກອບ​ອາຊີບ​ດ້ວຍ​ຕົນ​ເອງ​ເຊັ່ນ: ການ​ຄ້າຂາຍ, ການ​ຜະລິດ​ທຸລະ​ກິດ ​ແລະ ວິຊາ​ຊີບ​ອື່ນໆ​ໃຫ້​ຫລາ​ຍຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ຍ້ອນ​ຫຍັງ ລາວ​ຕ້ອງ​ຫລຸດ​ໂກ​ຕາ​ລັດຖະກອນ
- 3 - ຍ້ອນ​ຫຍັງ ລາວ​ຕ້ອງ​ຫລຸດ​ໂກ​ຕາ​ລັດຖະກອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!