ຫຼຸດຄວາມທຸກ ຍັງຕ້ອງບຸກຫຼາຍອັນ
ຄວາມທຸກຍາກແມ່ນບັນຫາບູລິມະສິດຂອງຊາດ ທີ່ລັດຖະບານພະຍາຍາມແກ້ໄຂເລື້ອຍມາ ແຕ່ເຖິງປານນັ້ນ ການເຮັດໃຫ້ປະເທດຫຼຸດຈາກຄວາມທຸກຍາກນັ້ນ ຍັງຮຽກຮ້ອງການແກ້ໄຂຫຼາຍຂອດຕຶ່ມ.
ບັນຫາການຫຼຸດຜ່ອນຄວາມທຸກຍາກແມ່ນໜຶ່ງໃນບັນຫາ ສຳຄັນ ທີ່ບັນດາສະມາຊິກສະພາແຫ່ງຊາດ ສົນທະນາກັນຢ່າງຈິງຈັງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII.
ໃນບົດປະກອບຄຳເຫັນ ຂອງຄະນະປະຈຳ ສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ, ອົງການກວດສອບ ແຫ່ງລັດ ແລະອົງການກວດກາລັດຖະບານ ຕອນໜຶ່ງເວົ້າວ່າ “ການປະຕິບັດ ຄາດໝາຍ ເພື່ອຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ຍັງມີຄວາມສ່ຽງ ໂດຍສະເພາະ ດັດສະນີ ຄວາມບອບບາງທາງດ້ານເສດຖະກິດ, ຜະລິດຕະພັນພາຍໃນຍັງບໍ່ທັນ ມີຄວາມຫຼາກຫຼາຍ, ການສ້າງມູນຄ່າເພີ່ມ ຂະແໜງກະສິກຳ ຕໍ່ລວມຍອດຜະລິດຕະພັນພາຍ (GDP) ຍັງຕໍ່າ”.
ແລະ ໃນບົດປະກອບຄຳເຫັນນີ້ ໃຫ້ຮູ້ຕຶ່ມວ່າ “ມາດຕະການປ້ອງກັນ ໄພພິບັດທຳມະຊາດຍັງບໍ່ທັນ ເປັນລະບົບ … ຍັງມີການນຳໃຊ້ສານເຄມີເກີນຄ່າມາດຕະຖານໃນຂົງເຂດກະສິກຳ ແລະການຜະລິດສະບຽງອາຫານ”.
ໃນຫຼາຍໆບັນຫາ ທີ່ກ່ຽວຂ້ອງກັບການຫຼຸດຜ່ອນຄວາມທຸກຍາກນັ້ນ, ຜູ້ຂຽນຂໍແລກປ່ຽນ ກ່ຽວກັບການປ້ອງກັນ ໄພພິບັດ ແລະເສີມສ້າງຄວາມອາດສາມາດໃນການຟື້ນຟູ ຈາກຜົນກະທົບ ໄພພິບັດ.
ເປັນສິ່ງທີ່ເຫັນດີນຳກັນວ່າ ຄວາມອາດສາມາດ ໃນການປ້ອງປັນ ແລະ ຟື້ນຟູ ຈາກຜົນກະທົບ ຂອງ ໄພພິບັດ ແມ່ນໜຶ່ງໃນປັດໄຈສຳຄັນທີ່ຈະຮັບປະກັນວ່າ “ຜູ້ທີ່ຫຼຸດພົ້ນຈາກຄວາມທຸກແລ້ວ ບໍ່ກັບມາທຸກຄືນອີກ ຫຼື ຜູ້ທີ່ທຸກແລ້ວ ບໍ່ທຸກຍິ່ງກວ່າເກົ່າ” ແຕ່ອາດເວົ້າໄດ້ວ່າ ໃນສະພາບປັດຈຸບັນ ຄວາມອາດສາມາດ ຂອງພວກເຮົາໃນດ້ານນີ້ ຍັງຂ້ອນຂ້າງ ອ່ອນນ້ອຍຢູ່.
ເມື່ອເປັນເຊັ່ນນັ້ນ, ໃນທ່າມກາງ ໄພພິບັດທາງທຳມະຊາດ ກໍຄືຈາກ ນໍ້າມືມະນຸດ ມີທ່າອ່ຽງເພີ່ມຂຶ້ນ ກໍຍິ່ງມີຄວາມທ້າທາຍ ໃນການ ຫຼຸດຜ່ອນຄວາມທຸກຍາກ ເຊິ່ງອັນນີ້ ກໍກ່ຽວຂ້ອງມາຍັງ ພື້ນຖານເສດຖະກິດພວກເຮົາທີ່ຍັງບອບບາງ, ຂາດທຶນຮອນໃນການກະກຽມການປ້ອງກັນ ແລະການຟື້ນຟູ ຢ່າງທັນການ.
ບົດຮຽນທີ່ພວກເຮົາເຫັນໄດ້ໃນລະດູຝົນທີ່ຜ່ານມາ ຄື ໄພນໍ້າຖ້ວມ ທັງຈາກອຸບັດຕິເຫດ ເຂື່ອນແຕກຢູ່ອັດຕະປື ແລະ ຈາກທຳມະຊາດ ຝົນຕົກໜັກ ເຮັດໃຫ້ຫຼາຍພາກໄດ້ຮັບຄວາມເສຍຫາຍ ຈາກການຜະລິດກະສິກຳ ຈົນຮອດ ພື້ນຖານໂຄງລ່າງ ເປເພ່ ເຊິ່ງໃນ “ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ກ່ຽວກັບການແກ້ໄຂ ໄພພິບັດທົ່ວປະເທດ” ໃນວັນທີ 26 ພະຈິກ 2018 ທີ່ຜ່ານມາ ລັດຖະບານປະກາດວ່າ ພວກເຮົາຕ້ອງການງົບປະມານ 4,000 ຕື້ກີບ ໃນການຟື້ນຟູ.
ຈຳນວນເງິນນີ້ກໍສູງສົມຄວນ ໃນທ່າມກາງປະເທດຊາດທີ່ມີລາຍຈ່າຍສູງ ແຕ່ລາຍຮັບຍັງຕໍ່າ ແລະບໍ່ທັນຫຼາກຫຼາຍ, ສະນັ້ນ ການຂົນຂວາຍແຫຼ່ງທຶນນີ້ອາດຈະທ້າທາຍ ເພາະສະນັ້ນ ພວກເຮົາໄດ້ປະເມີນ ລະອຽດດີແລ້ວຫຼື ຍັງວ່າ ປະຊາຊົນ ບັນດາເຜົ່າທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນປີນີ້ ເຂົາເຈົ້າໄດ້ຮັບການຟື້ນຟູ ຊີວິດການເປັນຢູ່ເຂົາເຈົ້າດີຂຶ້ນແນວໃດ, ມີຜົນຕໍ່ການປ່ຽນແປງຕົວເລກການລຶບລ້າງຄວາມທຸກຍາກແນວໃດ? ແລະອື່ນໆ ທີ່ກ່ຽວຂ້ອງກັບການຫຼຸດຜ່ອນຄວາມທຸກຍາກ.
ເຖິງວ່າໃນບົດລາຍງານຂອງ ທ່ານນາຍົກ ຕໍ່ກອງປະຊຸມສະພາສະໄໝສາມັນ ເທື່ອທີ 6 ນີ້ ບໍ່ໄດ້ລະບຸຈະແຈ້ງ ກ່ຽວກັບ ທິດທາງການປ້ອງກັນ ແລະຟື້ນຟູ ຜົນກະທົບ ໄພພິບັດ ໃນອະນາຄົດ ແຕ່ ກໍເຊື່ອວ່າ ລັດຖະບານເພິ່ນ ຈະເອົາບັນຫານີ້ ເປັນໜຶ່ງໃນບູລິມະສິດ ເພື່ອຮັບປະກັນວ່າ ຄວາມທຸກຍາກພວກເຮົາຫຼຸດລົງຢ່າງຕໍ່ເນື່ອງ.