ອັຊປິລິກວຍຕ້າ ຂະຫຍາຍສັນຍາ ເຊລຊີ 4 ປີ


ເຊຊາ ອັຊປິລິກວຍຕ້າ ຟູລແບັກຊາວສະເປນຂອງ ເຊລຊີ ສະໂມສອນຍັກໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ເຊັນສັນຍາສະບັບໃໝ່ກັບທີມເປັນເວລາ 4 ປີ ຢ່າງເປັນທາງການແລ້ວ ສົ່ງຜົນໃຫ້ລາວຈະໄດ້ຢູ່ກັບທີມໄປຈົນເຖິງປີ 2022.
ດາວເຕະໄວ 29 ປີ ເປັນກຳລັງຫລັກຂອງ ເຊລຊີ ມາໂດຍຕະຫລອດ ນັບແຕ່ຍ້າຍມາຈາກ ໂອລິມປິກ ມາກເຊຍ ຊ່ວງເດືອນສິງຫາ 2012 ເຖິງວ່າລະດູການນີ້ ເຊລຊີ ຈະປ່ຽນມາໃຊ້ ເມົາຣິຊິໂອ ຊາຣີ ເປັນຜູ້ຈັດການທີມຄົນໃໝ່ ແຕ່ ອັຊປິລິກວຍຕ້າ ຍັງຍຶດຕຳແໜ່ງຕົວຈິງເອົາໄວ້ໄດ້ຢ່າງໜຽວແໜ້ນ ຈາກການໄດ້ເປັນຕົວຈິງໃນລີກຄົບ 14 ນັດ.
ທັງນີ້ ກ່ອນໜ້ານີ້ມີກະແສຂ່າວລືອອກມາແລ້ວວ່າ: ອັຊປິລິກວຍຕ້າ ກຽມຈະຕໍ່ສັນຍາກັບທີມ ຫລັງຈາກຂໍ້ຕົກລົງສະບັບເກົ່າຈະໝົດອາຍຸລົງໃນຊຳເມີ້ປີ 2020 ແລະ ຫລ້າສຸດ ເຊລຊີ ກໍປະກາດຕໍ່ສັນຍາກັບດາວເຕະທີມຊາດສະເປນແບບເປັນທາງການຮຽບຮ້ອຍ ແຕ່ບໍ່ມີການລະບຸວ່າລາວຈະໄດ້ຮັບຄ່າເມື່ອຍເທົ່າໃດ.
ອັຊປິລິກວຍຕ້າ ກ່າວວ່າ: ລາວມີຄວາມສຸກກັບການຫລິ້ນໃຫ້ ເຊລຊີ ແລະ ຫວັງຈະສ້າງຜົນງານໃຫ້ດີທີ່ສຸດຕໍ່ໄປ.