ກາຕາຈະຖອນຕົວຈາກໂອເປັກ 1 ມັງກອນນີ້

- 1543823441626 960x0 - ກາຕາຈະຖອນຕົວຈາກໂອເປັກ 1 ມັງກອນນີ້
- kitchen vibe - ກາຕາຈະຖອນຕົວຈາກໂອເປັກ 1 ມັງກອນນີ້

ກາ​ຕາ​ປະກາດ​ໃນ​ວັນ​ທີ 3 ທັນວາ​ວ່າ: ຈະ​ຖອນ​ຕົວ​ຈາກ​ກຸ່ມ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (​ໂອ​ເປັກ) ມີ​ຜົນ​ແຕ່​ວັນ​ທີ 1 ມັງກອນ​ປີໜ້າ ຫລັງ​ຈາກ​ເປັນ​ສະມາຊິກ​ມາ​ເກືອບ 60 ປີ.

ທ່ານ ຊາ​ອັດ ​ເຊີຣິດາ ອັລ ຄາ​ບີ ລັດຖະມົນຕີ​ພະລັງງານ​ກາ​ຕາ ຖະ​ແຫລ​ງຂ່າວ​ຢູ່​ນະຄອນຫລວງ​ໂດ​ຮາ ​ໃນ​ວັນ​ທີ 3 ທັນວາວ່າ: ກາ​ຕາ​ຕັດສິນ​ໃຈ​ຖອນ​ຕົວ​ຈາກ​ການ​ເປັນ​ສະມາຊິກ​ໂອ​ເປັກ ​ເພາະ​ເມື່ອ​ພິຈາລະນາ​ຕາມ​ຄວາມ​ເປັນ​ຈິງ​ແລ້ວ ກາ​ຕາ​ບໍ່​ມີ​ປະສິດທິພາບ​ໃນ​ການ​ຜະລິດ​ນ້ຳມັນ, ​ແຕ່​ປະສິດທິພາບ​ຢູ່​ທີ່​ແກັສ. ກາ​ຕາ​ຈະ​ຍັງ​ຜະລິດ​ນ້ຳມັນ​ຕໍ່​ໄປ ​ແຕ່​ຈະ​ມຸ່ງ​ໜ້າ​ຜະລິດ​ແກັສ​ເປັນ​ຫລັກ​ໃນ​ຖານະ​ເປັນ​ຜູ້​ສົ່ງ​ອອກ​ແກັສທຳ​ມະ​ຊາດ​​ເຫ​ລວ (LNG) ລາຍ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ແລະ ​ໄດ້​ແຈ້ງ​ເລື່ອງ​ໃຫ້​ໂອ​ເປັກ​ຮູ້​ໃນ​ວັນ​ດຽວ​ກັນ​ນີ້​ກ່ອນ​ເປີດ​ຖະ​ແຫລ​ງຂ່າວ.

​ໂອ​ເປັກ​ຕັ້ງຂຶ້ນ​ໃນ​ປີ 1960 ຢູ່​ສະ​ວິດ ມີ​ສະມາຊິກ​ສ້າງຕັ້ງ 5 ປະ​ເທດ​ຄື: ອາຣັບບີ ຊາ​ອຸ​ດິດ, ອີຣັກ, ອີຣານ, ກູ​ເວດ ​ແລະ ​ເວ​ເນ​ຊູ​ເອລາ. ກາ​ຕາ​ເຂົ້າ​ເປັນ​ສະມາຊິກ​ໃນ​ປີ 1965 ປັດຈຸບັນ​ມີ​ສະມາຊິກ​ທັງ​ໝົດ 15 ປະ​ເທດ ​ແລະ ຍ້າຍ​ສຳນັກງານ​ໃຫຍ່​ໄປ​ຢູ່​ນະຄອນຫລວງ​ວຽນ​ນາ​ຂອງ​​ໂອ​ຕຣິດ ນັບ​ແຕ່​ປີ 1965, ຜະລິດ​ນ້ຳມັນ​ດິບ​ລວມກັນ 44% ຂອງ​ໂລກ. ກາ​ຕາ​ຖືກ​ຫລາຍ​ປະ​ເທດ ລວມທັງ​ປະ​ເທດ​ໃນ​ໂອ​ເປັກ​ທີ່​ມີ​ອາຣັບບີ ຊາ​ອຸ​ດິດ ​ເປັນ​ແກນ​ນຳ​ຕັດ​ການ​ພົວພັນ​ທາງ​ການ​ທູດ ​ແລະ ​ເສດຖະກິດ ນັບ​ແຕ່​ກາງ​ປີ​ກ່ອນ ​ໂດຍ​ກ່າວ​ຫາ​ວ່າ​ສະໜັບສະໜູນ​ການ​ກໍ່​ການ​ຮ້າຍ.

- 5 - ກາຕາຈະຖອນຕົວຈາກໂອເປັກ 1 ມັງກອນນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!