ວິທີຈັດລະບຽບການເງິນຂັ້ນພື້ນຖານແບບຄົນຮຸ່ນໃໝ່

ປະຈຸບັນເປັນຍຸກທີ່ຊື້ງ່າຍ, ຂາຍງ່າຍ ບໍ່ວ່າຈະໃຊ້ຈ່າຍຫຍັງກໍເຮັດໄດ້ງ່າຍ, ໄວ, ສະດວກ ເພາະມີບໍລິການທາງອອນລາຍຕ່າງໆ ທັງການຂາຍເຄື່ອງອອນລາຍ, ການຈ່າຍເງິນອອນລາຍ ແລະ ອື່ນໆມາອຳນວຍຄວາມສະດວກໃນການໃຊ້ເງິນຂອງຜູ້ຄົນຫລາຍຂຶ້ນ ໂດຍສະເພາະໄວໜຸ່ມ ແລະ ໄວເຮັດວຽກ ຫລື ພະນັກງານເງິນເດືອນທີ່ມັກຈະໃຊ້ເງິນກັນຢ່າງລືມໂຕເກີນໂຕ ຈົນໄປສູ່ການກູ້ຢືມເງິນ ທັງຈາກໃນ ແລະ ນອກລະບົບ ແລະ ກາຍເປັນໜີ້ສິນໃນທີ່ສຸດ ເພາະມີລາຍຮັບບໍ່ພໍກັບລາຍຈ່າຍ ທັງຍັງຕ້ອງກູ້ຢືມເງິນເພື່ອມາຊຳລະໜີ້ ເພາະຂາດຄວາມຮູ້ ແລະ ທັກສະທາງການເງິນ, ຂາດການເຮັດບັນຊີລາຍຮັບ – ລາຍຈ່າຍ ແລະ ການທ້ອນ ຈຶ່ງບໍ່ສາມາດຈັດການ ຫລື ແກ້ໄຂບັນຫາໜີ້ສິນທີ່ມີໄດ້.
ໂດຍວິທີການຈັດລະບຽບທາງການເງິນຂັ້ນພື້ນຖານທີ່ຈະເຮັດໃຫ້ມີເງິນທ້ອນເພີ່ມຂຶ້ນ ສາມາດຫລຸດພາລະໜີ້ສິນ ແລະ ແກ້ບັນຫາໜີ້ສິນໃນເຮືອນໄດ້ຢ່າງມີປະສິດທິພາບໃນໄລຍະຍາວທີ່ເຮັດໄດ້ແບບງ່າຍໆ ມີ 4 ວິທີຫລັກດັ່ງນີ້ :
- ການກຳໜົດເປົ້າໝາຍທາງການເງິນ : ໂດຍຈະຕ້ອງມີເປົ້າໝາຍທີ່ຈະແຈ້ງວ່າມີຄວາມຕ້ອງການທີ່ຈະທ້ອນເງິນຈຳນວນເທົ່າໃດ ສຳລັບການເຮັດຫຍັງໃນອະນາຄົດ ເພື່ອນຳໄປສູ່ການຈັດສັນເງິນທີ່ເໝາະສົມ ແລະ ບັນລຸເປົ້າໝາຍທີ່ຕັ້ງໄວ້ໄດ້.
- ການບໍລິຫານລາຍຮັບ – ລາຍຈ່າຍທີ່ມີໃນແຕ່ລະເດືອນ : ເຊິ່ງລາຍຈ່າຍຄວນເໝາະສົມກັບລາຍຮັບທີ່ໄດ້ ໂດຍຈະຕ້ອງມີການຈົດບັນຊີໃນເຮືອນ ຫລື ລາຍຮັບ – ລາຍຈ່າຍເປັນປະຈຳທຸກເດືອນ ແລະ ວາງແຜນການຄ່າໃຊ້ຈ່າຍຂອງແຕ່ລະເດືອນໄວ້ລ່ວງໜ້າ.
- ການທ້ອນເງິນຈະຕ້ອງມີການທ້ອນຢ່າງສະໝໍ່າສະເໝີ : ໃນແຕ່ລະເດືອນຄວນຈະຫັກຈາກລາຍຮັບສ່ວນໜຶ່ງກ່ອນຄຳນວນ ລາຍຈ່າຍສະເໝີ ເພື່ອຈະໄດ້ມີເງິນທ້ອນສຳລັບອະນາຄົດ ແລະ ສາມາດບັນລຸເປົ້າໝາຍທາງການເງິນທີ່ຕັ້ງໄວ້ໄດ້.
- ການບໍລິຫານຈັດການໜີ້ສິນ : ຈະຕ້ອງມີການຊຳລະຢ່າງກົງເວລາໃນທຸກໆເດືອນ ຈົນກ່ວາຈະຄົບຕາມຈຳນວນໂດຍການຊຳລະໜີ້ສິນຈະເປັນສ່ວນໜຶ່ງຂອງລາຍຈ່າຍທີ່ຈຳເປັນຕ້ອງໃຊ້ ເຊິ່ງຖ້າມີການຈັດສັນລາຍຮັບ – ລາຍຈ່າຍໄດ້ຢ່າງເໝາະສົມ ໜີ້ສິນກໍຈະໜ້ອຍລົງໃນທຸກໆເດືອນ.
ຝຶກສ້າງນິໄສຕັ້ງແຕ່ຍັງເປັນໄວໜຸ່ມ ເລີ່ມເລີຍມື້ນີ້ ທັງນີ້ 4 ວິທີດັ່ງກ່າວ ເປັນວິທີປະຕິບັດທີ່ບໍ່ຍາກເກີນຈະເຮັດ ສາມາດເລີ່ມເຮັດໄດ້ຕັ້ງແຕ່ໄວໜຸ່ມ ເພື່ອສ້າງວິໄນທາງການເງິນຂອງຕົນເອງຕັ້ງແຕ່ຫົວທີ ເພື່ອໃນອະນາຄົດມີເງິນເດືອນກໍໍຈະໄດ້ສາມາດຈັດລະບຽບການເງິນໄດ້ຢ່າງດີ ເຊິ່ງຫລາຍໆທະນາຄານກໍໄດ້ສະໜັບສະໜູນການສ້າງວິໄນທາງການເງິນຜ່ານກິດຈະກຳເພື່ອສັງຄົມ ແລະ ການຮ່ວມມືກັບສະຖາບັນຕ່າງໆມີຈຸດປະສົງເພື່ອຕໍ່ຍອດເສີມສ້າງຄວາມຮູ້ການບໍລິຫານການເງິນໃຫ້ແກ່ທັງເດັກນ້ອຍ, ໄວເຮັດວຽກ ຫລື ພະນັກງານເງິນເດືອນໃນຍຸກປະຈຸບັນໃຫ້ສາມາດເພີ່ມພູນເງິນທ້ອນ ແລະ ຫລຸດໜີ້ສິນໄດ້.