ປ້ອນອາຫານເສີມໃຫ້ລູກກ່ອນອາຍຸ 6 ເດືອນສ່ຽງອັນຕະລາຍ

ປ້ອນອາຫານເສີມໃຫ້ລູກກ່ອນອາຍຸ 6 ເດືອນສ່ຽງອັນຕະລາຍ - 033011 2018 - ປ້ອນອາຫານເສີມໃຫ້ລູກກ່ອນອາຍຸ 6 ເດືອນສ່ຽງອັນຕະລາຍ
ປ້ອນອາຫານເສີມໃຫ້ລູກກ່ອນອາຍຸ 6 ເດືອນສ່ຽງອັນຕະລາຍ - kitchen vibe - ປ້ອນອາຫານເສີມໃຫ້ລູກກ່ອນອາຍຸ 6 ເດືອນສ່ຽງອັນຕະລາຍ

ຜູ້ເປັນພໍ່ແມ່ຄົງຈະຮູ້ກັນດີຢູ່ແລ້ວວ່າ ອາຫານເສີມເດັກນ້ອຍອາຍຸກ່ອນ 6 ເດືອນແມ່ນນຳ້ນົມແມ່. ໄວທີ່ເໝາະສົມສຳລັບການ ເລີ່ມຕົ້ນອາຫານຄາບທຳອິດຂອງລູກນອກຈາກຈົມແມ່ແມ່ນຫລັງ 6 ເດືອນໄປແລ້ວ, ແຕ່ມີຫລາຍຄອບຄົວຄິດວ່າບໍ່ຈຳເປັນຕ້ອງຈິງຈັງກັບເລື່ອງນີ້ ເພາະໂຕເອງຖືກລ້ຽງມາກໍບໍ່ເປັນປ່ວຍຫຍັງ.

ການໃຫ້ລູກໄດ້ຮູ້ຈັກກັບອາຫານເສີມກ່ອນອາຍຸຄົບ 6 ເດືອນນັ້ນຖືວ່າໄວເກີນໄປ ເພາະອາດເປັນສາເຫດໜຶ່ງທີ່ເຮັດໃຫ້ລູກພາດ ສານອາຫານສຳຄັນທີ່ມີຢູ່ໃນນຳ້ນົມແມ່ໄດ້. ນອກຈາກນີ້, ໄດ້ມີການເຜີຍແຜ່ວຽກງານວິໄຈຈາກສະຖາບັນໂພຊະນາການ ແລະ ອາຫານວ່າ : ໄດ້ມີການສຶກສາກຸ່ມໂຕຢ່າງທີ່ເປັນເດັກນ້ອຍ 1.482 ຄົນ ພົບວ່າມີພໍ່ແມ່ຈຳນວນ 16,3% ໃຫ້ລູກກິນອາຫານເສີມຈຳພວກເຂົ້າບົດ ຫລື ຊີຣຽວ ຕັ້ງແຕ່ອາຍຸໄດ້ພຽງ 4 ເດືອນ. ອີກ 38,3% ນັ້ນເລີ່ມໃຫ້ລູກກິນຕອນມີອາຍຸຄົບ 4 – 5 ເດືອນ. ອາຍຸທີ່ດີ ແລະ ເໝາະສົມກັບການເລີ່ມໃຫ້ກິນອາຫານເສີມຄາບທຳອິດຂອງລູກນັ້ນແມ່ນອາຍຸຄົບ 6 ເດືອນ, ແຕ່ອາຫານເສີມບໍ່ໄດ້ເປັນອາຫານຫລັກ ຈຶ່ງຢາກໃຫ້ພໍ່ແມ່ໃຫ້ຄວາມສຳຄັນກັບການລ້ຽງລູກດ້ວຍນົມແມ່ຢູ່ ເນື່ອງຈາກລະບົບການຍ່ອຍອາຫານຂອງເດັກນ້ອຍເກີດໃໝ່ຍັງບໍ່ແຂງແຮງສົມບູນເຕັມທີ່ ເຮັດໃຫ້ການຍ່ອຍ, ການດູດຊຶມອາຫານບໍ່ມີປະສິດທິພາບຫລາຍເທົ່າກັບຜູ້ໃຫຍ່.

ເຊິ່ງອາຫານສຳລັບເດັກນ້ອຍເກີດໃໝ່ທີ່ດີສຸດກໍແມ່ນນົມແມ່ຢ່າງດຽວ ໂດຍເດັກສາມາດຍ່ອຍ ແລະ ດູດຊຶມໄດ້ດີ, ແຕ່ຫາກປ້ອນອາຫານອື່ນໆທີ່ບໍ່ແມ່ນນົມໃຫ້ແກ່ລູກ ເຊັ່ນ : ເຂົ້າ, ໝາກກ້ວຍ ຫລື ອາຫານເສີມອື່ນໆເຂົ້າໄປ ອາຫານເຫລົ່ານີ້ຈະບໍ່ສາມາດຍ່ອຍ ແລະ ດູດຊຶມໃນກະເພາະອາຫານ ແລະ ລຳໄສ້ຂອງລູກໄດ້ ອາດກໍ່ໃຫ້ເກີດອາການຜິດປົກກະຕິໄດ້ ເຊັ່ນ : ຍຶ່ງທ້ອງ, ອາຫານບໍ່ຍ່ອຍ, ເຈັບທ້ອງ, ແພ້ອາຫານ ແລະ ຈະກໍ່ໃຫ້ເກີດບັນຫາລຳໄສ້ອັດຕັນຈາກເສດອາຫານທີ່ບໍ່ຍ່ອຍນີ້ໄດ້ ເຊິ່ງອາດຮຸນແຮງຈົນຕ້ອງປິ່ນປົວໂດຍການຜ່າຕັດລຳໄສ້ ຫລື ເຖິງຂັ້ນເສຍຊີວິດໄດ້.

ແລະ ນີ້ກໍແມ່ນເຫດຜົນທີ່ວ່າເປັນຫຍັງຈຶ່ງຕ້ອງສົ່ງເສີມ ຫລື ໂຄສະນາການໃຫ້ຄວາມຮູ້ກັບພໍ່ແມ່ມືໃໝ່ໃຫ້ລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວໄປຈົນເຖິງອາຍຸຄົບ 6 ເດືອນ ຫລັງຈາກນັ້ນຈຶ່ງຄ່ອຍໆເລີ່ມປ້ອຍອາຫານຊະນິດອື່ນໆໄດ້. ສຳລັບນຳ້ນົມແມ່ນັ້ນມີສານອາຫານຄົບຖ້ວນ, ປະຢັດ ແລະ ຖືກຫລັກໂພຊະນາການຫລາຍກ່ວາອາຫານຊະນິດອື່ນໆ ທັງຍັງຊ່ວຍເສີມສ້າງພູມຕ້ານທານໃຫ້ແກ່ຮ່າງກາຍລູກໄດ້ດີຫລາຍນຳອີກ, ຊ່ວຍຫລຸດອັດຕາການເຈັບປ່ວຍຍ້ອນໄດ້ຮັບພູມຕ້ານທານຈາກນົມແມ່ເຕັມທີ່ ຫລາຍກ່ວາ 50 ຊະນິດ ແລະ ຍັງມີອີກຫລາຍຊະນິດທີ່ຍັງບໍ່ຮູ້ຈັກ. ການສຶກສາໜຶ່ງພົບວ່າເດັກທີ່ໄດ້ຮັບນົມແມ່ຢ່າງດຽວໃນ 4 ເດືອນທຳອິດມີບັນຫາກ່ຽວກັບພະຍາດຫູຊັ້ນກາງອັກເສບໜ້ອຍກ່ວາກຸ່ມທີ່ເລີ່ມປ້ອນອາຫານໄວ ໂດຍຫລຸດລົງເຖິງ 40% ແລະ ມີບັນຫາພະຍາດຕິດເຊື້ອທາງເດີນຫາຍໃຈຫລຸດລົງຢ່າງຈະແຈ້ງ, ບໍ່ເຮັດໃຫ້ທາງເດີນອາຫານເຮັດວຽກໜັກເກີນໄປນຳອີກ.

ປ້ອນອາຫານເສີມໃຫ້ລູກກ່ອນອາຍຸ 6 ເດືອນສ່ຽງອັນຕະລາຍ - 3 - ປ້ອນອາຫານເສີມໃຫ້ລູກກ່ອນອາຍຸ 6 ເດືອນສ່ຽງອັນຕະລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!