ມ່ວນຫລາຍບຸນບັ້ງໄຟ
ດັ່ງທີ່ພວກເຮົາຮູ້ນຳກັນ ແລ້ວວ່າພໍເລີ່ມເຂົ້າສູ່ເດືອນ 6 ລາວ (ເດືອນຫ້າໂລກ) ຂອງທຸກໆປີຫລາຍທ້ອງຖິ່ນໃນ ປະເທດເຮົາ ແມ່ນຈະເລີ່ມຈັດບຸນບັ້ງໄຟຂຶ້ນ ເພື່ອຮຽກຟ້າຮຽກຝົນຈົ່ງອຳນວຍ ຄວາມສະດວກໃຫ້ແກ່ການຜະລິດ ລະດູຝົນຂອງປະຊາຊົນໄດ້ຮັບຜົນອັນເປັນບຸນປະເພນີໜຶ່ງທີ່ຊາວລາວເຮົາເຄີຍປະຕິບັດກັນມາແຕ່ບູຮານນະການໃນຮີດ 12 ຄອງ 14 ຂອງລາວເຮົາ, ເຊິ່ງງານດັ່ງກ່າວຊາວພຸດທະສາສານິກະຊົນທ້ອງຖິ່ນ ຕ່າງໆກໍຈະຜະລິດບັ້ງໄຟ ຫລາຍຂະໜາດ ເພື່ອນຳໄປຈູດບູຊາເທວະດາຟ້າແຖນ, ໃນວັນດັ່ງກ່າວເພື່ອຂໍຟ້າຂໍຝົນໃຫ້ຕົກມີຖືກຕາມລະດູ ການ ແລະ ຂໍໃຫ້ບ້ານເມືອງຢູ່ເຢັນເປັນສຸກ.
ຕາມການບອກເລົ່າຂອງ ເຖົ້າແກ່ອາວຸໂສໃຫ້ຮູ້ວ່າ: ປະເພນີ ບຸນບັ້ງໄຟຂອງລາວເຮົາແມ່ນ ມີມາແຕ່ບູຮານນະການ ແລະ ຍັງຄົງຮັກສາໄວ້ໄດ້ຈົນເຖິງປັດ ຈຸບັນ, ເຊິ່ງສ່ວນໃຫຍ່ກ່ອນຈະ ເຮັດບຸນບັ້ງໄຟໃນແຕ່ລະບ້ານ ເພິ່ນຈັດຕັ້ງ ຄະນະກຳມະການ ໜຶ່ງຂຶ້ນເພື່ອຮັບຜິດຊອບງານ ບຸນດັ່ງກ່າວໂດຍຈະໄດ້ຮຽກເຊີນ ເອົາບ້ານຕ່າງໆຢູ່ໃກ້ຄຽງເຂົ້າມາ ຮ່ວມໂດຍຈະມີການກະກຽມເຂົ້າປາອາຫານ,ກະກຽມກະຕິກາ ແລະ ລະບຽບການຕ່າງໆພ້ອມ ລາງວັນເພື່ອໄວ້ເປັນ ການຍ້ອງຍໍສັນລະເສີນບັ້ງໄຟຜູ້ໃດຂຶ້ນສູງ, ຂຶ້ນດີ, ຂຶ້ນງາມ. ການເຮັດບັ້ງໄຟ ສ່ວນຫລາຍແມ່ນຈະນຳເອົາໄມ້ ໄຜ່ຫລືທໍ່ຢາງເຮັດກໍໄດ້, ພ້ອມນັ້ນກໍຈະມີຂະບວນແຫ່ຫລືເອີ້ນກັນວ່າເຊີ້ງບັ້ງໄຟ, ເຊິ່ງຂະບວນດັ່ງກ່າວຈະຕົກແຕ່ງ ເອ້ຍ້ອງຕ່່າງໆ ພ້ອມຮ້ອງລຳທຳເພງດ້ວຍຄວາມເບີກບານມ່ວນຊື່ນ, ໄປຕາມສາຍທາງຫລືບ່ອນ ທີ່ມີພິທີຈູດບັ້ງໄຟ ແລະ ເມື່ອຈູດບັ້ງ ໄຟບ້ານໃດ ບໍ່ ຂຶ້ນນາຍຊ່າງຜູ້ເຮັດ ຫລືຜູ້ນຳຂະບວນຈະຖືກ ຫາມລົງອາບຂີ້ຕົມ ຫລື ນ້ຳໜອງ ແລະ ຖືກປັບໃໝດ້ວຍເຫລົ້າສາໂທໂອໃຫຍ່.
ຜູ້ເຖົ້າຜູ້ແກ່ເລົ່າສູ່ຝັງວ່າ: ການເຮັດບຸນບັ້ງໄຟແບບແຕ່ ກ່ອນແມ່ນບ້ານເຈົ້າພາບຈະຕ້ອງ ຮັບແຂກ ຜູ້ມາຢາມດ້ວຍອາຫານການກິນພື້ນເມືອງເຊ່ັນ: ລາບ, ກ້ອຍ, ເຂົ້າປຸ້ນ, ເຂົ້າປາດ, ແລະ ເຫລົ້າຢາປາແປ້ງ ໃຫ້ອີ່ມໜ່ຳສຳລານ, ລ້ຽງເຫລືອເກືອອີ່ມເພື່ອ ຄວາມອຸດົມສົມບູນຂອງລະດູ ການຜະລິດໃໝ່ທີ່ຈະມາເຖິງ, ສ່ວນການຈັດຕັ້ງບຸນແມ່ນຖືເອົາວັນວິຊາຄະບູຊາເດືອນ 6 ລາວເປັນມື້ເຮັດບຸນ, ບ່ອນບໍມີເງື່ອນໄຂກໍເຮັດ ພໍເປັນຮີດເປັນ ຄອງເມືອງເທົ່ານັ້ນ, ຈະເຮັດໃຫຍ່, ຫລືເຮັດນ້ອຍກໍແລ້ວແຕ່ເງື່ອນໄຂສ່ວນເນື້ອທີ່ຈູດບັ້ງໄຟພັດ ຈຳກັດ, ບໍ່ສາມາດບັ້ງຄັບບັນຊາໄດ້ຈິ່ງຕ້ອງໄດ້ລະມັດລະວັງ ຄວາມປອດໄພ, ຕ່າງໆນຳອີກ, ແລະ ຮັບປະກັນໃຫ້ມີ ຄວາມເບີກບານມ່ວນຊື່ນ, ຮັກສາໄດ້ຮີດ ຄອງປະເພນີ, ມີຄວາມສະຫງົບປອດໄພໃຫ້ສົມກັບເປັນ ບຸນປະເພນີອັນ ດີງາມຂອງຊາດ, ສ່ວນການຜະລິດບັ້ງໄຟໂດຍປົກກະ ຕິແລ້ວແມ່ນເພິ່ນຕຳໝື້ ຫລື ຂີ້ເຈຍໃສ່ບັ້ງ ໄມ້ໄຜ່ຂະໜາດ ຕ່າງໆ ເຊັ່ນ: ຂະໜາດນ້ອຍເພິ່ນເອີ້ນວ່າບັ້ງໄຟໝື່ນ, ຂະໜາດກາງ ແມ່ນບັ້ງໄຟແສນ ແລະ ຂະໜາດໃຫຍ່ສຸດ ແມ່ນບັ້ງໄຟລ້ານເມື່ອເຮັດສຳເລັດແລ້ວເພິ່ນກໍນຳໄປປະດັບ ເອ້ໃຫ້ງົດງາມແລ້ວຈິ່ງ ນຳໄປຈູດຕາມກຳນົດ, ຊື່ຂອງ ບັ້ງໄຟກໍແຕກຕ່າງກັນເຊັ່ນ: ບັ້ງໄຟຈີນາຍ, ບັ້ງໄຟຕະໄລ, ບັ້ງໄຟພຸ, ບັ້ງໄຟກົງ, ບັ້ງໄຟດອກໄວ້ຈູດໃນວັນບຸນປະເພ ນີຕ່າງໆ, ສ່ວນບັ້ງໄຟຫາງ ຫລື ບັ້ງໄປໝື່ນ, ບັ້ງໄຟແສນແມ່ນຈູດຖວາຍບູຊາເພື່ອຂໍຟ້າຂໍຝົນຕາມຄວາມເຊື່ອ ຖືທີ່ໄດ້ປະຕິບັດກັນມາ, ເພິ່ນຈະຈັດຕັ້ງຕ່າງຫາກ ແລະ ເອີ້ນວ່າບຸນບັ້ງໄຟປະຈຳປີ.