ມິລານ ເປີດເຈລະຈາ ເຊລຊີ ຂໍຢືມ 3 ນັກເຕະເສີມທີມມັງກອນນີ້

ມິລານ ເປີດເຈລະຈາ ເຊລຊີ ຂໍຢືມ 3 ນັກເຕະເສີມທີມມັງກອນນີ້ - news201811271302554 - ມິລານ ເປີດເຈລະຈາ ເຊລຊີ ຂໍຢືມ 3 ນັກເຕະເສີມທີມມັງກອນນີ້
ມິລານ ເປີດເຈລະຈາ ເຊລຊີ ຂໍຢືມ 3 ນັກເຕະເສີມທີມມັງກອນນີ້ - kitchen vibe - ມິລານ ເປີດເຈລະຈາ ເຊລຊີ ຂໍຢືມ 3 ນັກເຕະເສີມທີມມັງກອນນີ້

ສະປ໋ອດ ມີ​ເດຍ​ເຊັດ ກັບ ​ເຣດິ​ໂອ ຣອສ​ໂຊ​ເນ​ຣ່າ ສື່​ຂອງ​ປະ​ເທດອີ​ຕາ​ລີ ລາຍ​ງານ​ວ່າ: ​ເອຊີ ມິ​ລານ ກຳລັງ​ເຈລະຈາ​ກັບ ​ເຊ​ລຊີ ​ເພື່ອ​ຂໍ​ຄວ້າ ​ເຊ​ສ ຟາ​ເບຣກາສ, ​ແກຣີ ​ເຄຮິ​ລ ​ແລະ ອັນ​ເດຣີ ຄຣິສ​ເຕນ​ເຊ​ນ ມາ​ຮ່ວມ​ທີ​ມດ້ວຍ​ສັນຍາ​ຢືມ​ຕົວ​ໃນ​ເດືອນ​ມັງກອນ​ນີ້ ​ໂດຍ​ຄົນ​ທີ່ “ຣອສ​ໂມ​ເນຣີ” ຕ້ອງການ​ຫລາຍ​ທີ່​ສຸດ​ຄື ຟາ​ເບຣກາສ.

​ເອຊີ ມິ​ລານ ສະ​ໂມ​ສອນ​ຊັ້ນນຳ​ແຫ່ງ ກັລ​ໂຊ່ ​ເຊ​ເຣຍ ອາ ອີ​ຕາ​ລີ ກຳລັງ​ເຈລະຈາ​ກັບ ​ເຊ​ລຊີ ກ່ຽວ​ກັບ​ການ​ຂໍ​ຢືມ ​ເຊ​ສ ຟາ​ເບຣກາສ, ​ແກຣີ ​ເຄຮິ​ລ ​ແລະ ອັນ​ເດຣີ ຄຣິສ​ເຕນ​ເຊ​ນ ​ໄປ​ຮ່ວມ​ທີ​ມ​ໃນ​ຕະຫລາດ​ຊື້-ຂາຍ​ນັກ​ເຕະ​ຮອບ​ສອງ ຊ່ວງ​ເດືອນ​ມັງກອນ​ນີ້.

ປັດຈຸບັນ ມີ​ນັກ​ເຕະ​ຫລາຍ​ຄົນ​ຂອງ ມິ​ລານ ທີ່​ມີ​ອາການ​ບາດ​ເຈັບ​ຈົນ​ຕ້ອງ​ພັກ​ໃນ​ລະດັບ​ໜຶ່ງ​ເຊັ່ນ: ລູກັສ ບີ​ຢາ, ຈາ​ໂຄ​ໂມ່ ​ໂບນາ​ເວນ​ຕູຣາ ​ແລະ ມັດ​ເຕຍ ຄັລດາຣາ ​ເປັນຕົ້ນ ​ເຊິ່ງ​ເຮັດ​ໃຫ້​ພວກ​ເຂົາ​ຊອກ​ຫາ​ທາງ​ທີ່​ຈະ​ເຮັດ​ໃຫ້​ກຳລັງ​ຍັງ​ດີ​ພໍ​ສຳລັບ​ການ​ສູ້​ສຶກ​ໃນ​ລະດູ​ການ​ນີ້ ​ແຕ່​ມີ​ບັນຫາ​ທີ່​ສະ​ໂມ​ສອນ​ເລັ່ງຈະ​ເສີມ​ທີ​ມ​ແບບ​ຢືມ​ຕົວ​ເທົ່າ​ນັ້ນ ​ເພາະ​ຕອນ​ນີ້​ພວກ​ເຂົາ​ມີ​ສິດ​ຖືກ​ສະຫະພັນ​ບານ​ເຕະ​ຢູ​ໂຣບ (ຢູຟາ) ລົງ​ໂທດ​ເພີ່ມ​ຈາກ​ກໍລະນີ​ລະ​ເມີດ​ກົດ​ຄວບ​ຄຸມ​ການ​ເງິນ.

ທັງ​ນີ້, ຈາກ​ທັງ 3 ຄົນ​ໃນ​ເບື້ອງຕົ້ນນັ້ນ ນັກ​ເຕະ​ທີ່ ມິ​ລານ ຢາ​ກ​ໄດ້​ມາ​ຮ່ວມ​ທີ​ມຫລາຍ​ທີ່​ສຸດ​ຄື ຟາ​ເບຣກາສ ​ໂດຍ​ມີ​ການ​ລະບຸ​ວ່າ: ​ເລ​ໂອ​ນາ​ໂດ້ ຜູ້ອຳນວຍການ​ກິລາ​ຂອງ ມິ​ລານ ​ເປັນ​ຄົນ​ຕິດ​ຕໍ່​ກັບ ມາຣິນ່າ ກຣານອຟສະກາ​ຢາ ​ເຈົ້າໜ້າ​ທີ່​ດ້ານ​ການ​ເຈລະຈາ​​ເລື່ອງ​ຊື້-ຂາຍຂອງ ​ເຊ​ລຊີ ​ເອງ​ເລີຍ.

ມິລານ ເປີດເຈລະຈາ ເຊລຊີ ຂໍຢືມ 3 ນັກເຕະເສີມທີມມັງກອນນີ້ - 3 - ມິລານ ເປີດເຈລະຈາ ເຊລຊີ ຂໍຢືມ 3 ນັກເຕະເສີມທີມມັງກອນນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!