ມູຣິນໂຢ ມີລຸ້ນຄວ້າ ເປຣິຊິ ຮ່ວມທີມ ແມນຢູ ຊ່ວງປີໃໝ່


ໂຊເຊ ມູຣິນໂຢ ຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ຕົກເປັນຂ່າວມີລຸ້ນຄວ້າ ອິວານ ເປຣິຊິ ປີກ ອິນເຕີ ມິລານ ປີໃໝ່ນີ້ ຫລັງ ອິນເຕີ ມິລານ ສົນໃຈຄວ້າ ອ໊ອງໂຕນີ ມາຣກຊິຍາລ ກອງໜ້າ ແມນເຊັສເຕີ ຢູໄນເຕັດ ໄປຮ່ວມທີມເຊັ່ນກັນ.
ໂຊເຊ ມູຣິນໂຢ ຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ແຫ່ງ ພຣີເມຍລີກ ຕົກເປັນຂ່າວວ່າມີສິດທີ່ຈະໄດ້ ອິວານ ເປຣິຊິ ປີກຄົນເກັ່ງ ອິນເຕີ ມິລານ ມາຮ່ວມທີມໃນຊ່ວງເປີດຕະຫລາດຊື້-ຂາຍນັກເຕະເດືອນມັງກອນນີ້.
ສື່ອີຕາລີລະບຸວ່າ: ອິນເຕີ ພ້ອມຈະຂາຍດາວທີມຊາດໂຄຣເອເຊຍ ອອກໄປໃນລາຄາປະມານ 30 ລ້ານປອນ ແລະ ພວກເຂົາອາດໃຊ້ ເປຣິຊິ ເປັນສ່ວນໜຶ່ງໃນຂໍ້ສະເໜີຂໍຊື້ ອ໊ອງໂຕນີ ມາຣກຊິຍາລ ຫົວຫອກ ແມນເຊັສເຕີ ຢູໄນເຕັດ ມາຮ່ວມທີມ.
ຕົ້ນເດືອນພະຈິກນີ້, ມີລາຍງານວ່າ: ອິນເຕີ ຕ້ອງການຄວ້າ ມາຣກຊິຍາລ ຫລັງຈາກກອງໜ້າທີມຊາດຝຣັ່ງ ເຫລືອສັນຍາກັບ ແມນເຊັສເຕີ ຢູໄນເຕັດ ຈົນຮອດຊຳເມີ້ເທົ່ານັ້ນ ເຖິງວ່າ ແມນເຊັສເຕີ ຢູໄນເຕັດ ມີເງື່ອນໄຂສາມາດຕໍ່ອອກໄປໄດ້ອີກ 12 ເດືອນກໍຕາມ.
ເດິ ມິເຣີ ລະບຸວ່າ: ອິນເຕີ ອາດເບິ່ງເຖິງການຕົກລົງແລກຕົວນັກເຕະ ແຕ່ເປັນໄປໄດ້ຍາກທີ່ ແມນເຊັສເຕີ ຢູໄນເຕັດ ຈະຍິນດີຍອມຮັບຂໍ້ສະເໜີແບບນັ້ນ.