ແຫ່ຜາສາດເຜິ້ງເປັນທີ່ຂາດບໍ່ໄດ້ ໃນງານບຸນພະທາດຫລວງ


ໂດຍ: ຊາຍພະເນຈອນ
ຜາສາດກໍໝາຍເຖິງ ເຮືອນ, ຫໍ ຫຼືພະລາຊະວັງ, ໂດຍ ໄດ້ເກີດຂຶ້ນມາກ່ອນສາສະ ໜາພຸດ ທີ່ປະເທດອິນເດຍ ອັນໄດ້ມີການພົວພັນເຖິງ ຫຼາຍສາສະໜາເຊັ່ນ: ສາສະ ໜາພາມ, ຮິນ ດູ ແລະ ສາສະ ໜາຜີ ທີ່ໄດ້ມີການເຊື່ອຖື ກັນວ່າ, ເວລາຕາຍໄປແລ້ວ ກໍຕ້ອງໃຫ້ມີຜາສາດຫຼືເຮືອນ ຫໍພໍໄດ້ພັກພາອາໃສເໝືອນ ດັ່ງຕອນຍັງມີຊີວິດຢູ່ ຈຶ່ງໄດ້ ພາກັນນິຍົມກັນສ້າງຜາສາດຂຶ້ນ ແລ້ວແຫ່ໄປຖວາຍ ໃຫ້ ພະພິກຂຸສົງເພື່ອອຸທິດເຖິງ ດວງວິນຍານຜູ້ທີ່ລ່ວງລັບ ໄປແລ້ວນັ້ນໃຫ້ມີເຮືອນຢູ່ ອາໄສ.
+ ທາດຫລວງໜຶ່ງໃນຮີດຄອງປະເພນີອັນດີງາມຂອງຊາດ2018/
+ ທ່ຽວບຸນວັດພູມໍລະດົກໂລກທີ່ແຂວງຈຳປາສັກ2018/
ພະອາຈານໃຫຍ່ ເຈົ້າອະ ທິການວັດອົງຕື້ ໃຫ້ຮູ້ວ່າ: ປະຫວັດຄວາມເປັນມາຂອງຜາສາດເຜິ້ງແມ່ນເກີດມາ ຈາກ ວັດເຊຕາວັນ, ເມືອງ ສາວະຖີ, ປະເທດອິນເດຍ, ເຊິ່ງໃນເມື່ອກ່ອນປະຊາຊົນ ໄດ້ເຮັດຜາສາດ ແລະ ດອກ ໄມ້ທູບທຽນທໍາມະດາ ບໍ່ມີຂີ້ ເຜິ້ງມາປະດັບປະດາ, ພາຍ ຫຼັງສາສະໜາພຸດເກີດຂຶ້ນ ມາ, ພະພຸດທະເຈົ້າໄດ້ອອກ ໄປເຜີຍແຜ່ສາສະໜາໃຫ້ ອອກຕົນຍາດໂຍມທັງຫຼາຍ, ເຊິ່ງໃນຕອນນັ້ນ, ມີພະເຈົ້າ ໂກສິນ ຜູ້ປົກຄອງເມືອງ ໄດ້ ຮັບຟັງການທໍາມະເທສະ ໜາຂອງພະພຸດທະເຈົ້າ ແລ້ວກໍເກີດເຫຼື້ອມໃສໃຈສັດ ທາທາງພຸດທະສາສະໜາ ຂຶ້ນມາ, ແຕ່ກໍບໍ່ປະວາງທາງ ສາສະໜາພາມ, ຮິນດູ ແລະ ຜີ ເມື່ອເປັນເຊັ່ນນັ້ນ, ພະພຸດ ທະ ເຈົ້າຈຶ່ງຊົງຕັດສິນບັນ ຫາ ໂດຍໃຫ້ມີສາສະໜາ ພຸດຄຽງຄູ່ກັນໄປ ແລະ ຊົງ ອະນຸຍາດໃຫ້ນໍາເອົາຂີ້ເຜິ້ງ ມາປະດິດເປັນດອກໄມ້ ແລະ ທຽນ ແລ້ວມາປະດັບໃສ່ຜາ ສາດໃຫ້ສວຍສົດງົດງາມ ຂຶ້ນກວ່າເກົ່າແລ້ວກໍໄປ ຖວາຍໃຫ້ພະພຸດທະເຈົ້າ ຈຶ່ງ ເອີ້ນກັນວ່າ: ຜາສາດເຜິ້ງ ແລະ ໄດ້ສືບທອດຕໍ່ກັນມາ ຈົນຮອດປັດຈຸບັນ.
ເຈົ້າອະທິການວັດອົງຕື້ ໃຫ້ຮູ້ອີກວ່າ: ຄວາມເປັນມາ ຂອງການແຫ່ຜາສາດເຜິ້ງ ຢູ່ພະທາດຫຼວງ ແລະ ວັດອົງ ຕື້-ອິນແປງແມ່ນມີການພົວ ພັນເຊິ່ງກັນ ແລະ ກັນ ໂດຍໄດ້ ສືບທອດກັນມາແຕ່ ສະໄໝ ພະເຈົ້າໄຊຍະເຊດຖາທິລາດ, ໂດຍພະອົງມີລາຊະທິດາຢູ່ ສາມອົງຄື: ລາຊະທິດາເສີມ, ລາຊະທິດາສຸກ ແລະ ລາຊະ ທິດາໃສ. ພະອົງຊົງສັ່ງໃຫ້ ເອົາຄໍາທີ່ເຫຼືອຈາກການຫຼໍ່ ພະເຈົ້າອົງຕື້ທີ່ວັດອົງຕື້ນັ້ນ ມາຫຼໍ່ພະສາມອົງ ໂດຍໃສ່ຊື່ ພະຕາມຊື່ລາຊະທິດາຂອງ ພະອົງເອງເຊັ່ນ: ພະເສີມ, ພະ ສຸກ ແລະ ພະໃສ. ພາຍຫຼັງ ສໍາເລັດແລ້ວກໍໄດ້ມີການຈັດ ພິທີແຫ່ຜາສາດເຜິ້ງຂຶ້ນ ພ້ອມກັບການສະເຫຼີມສະ ຫຼອງພະທາດຫຼວງ ແລະ ກໍໄດ້ສືບທອດກັນມາຈົນ ຮອດປັດຈຸບັນ, ເຊິ່ງໃນທຸກໆ ປີໃນມື້ 8 ຄໍ່າ ເດືອນສິບ ເອັດກໍຈະມີປະຊາຊົນເຂດ ວັດໂພນໄຊ, ທາດຫຼວງໃຕ້ ແລະ ທາດຫຼວງເໜືອ ໄດ້ ເອົາຜາສາດເຜິ້ງມາບູຊາພະ ທາດຫຼວງກ່ອນໝູ່.
ຮອດມື້ 13-14 ຄໍ່າກໍ ຈະມີຂະບວນແຫ່ຜາສາດ ເຜິ້ງຈາກວັດສີເມືອງໄປບູຊາພະທາດຫຼວງ ແລະ ຮອດ ມື້ແຮມ 1 ຄໍ່າກໍຈະມີຂະບວນ ແຫ່ຜາສາດເຜິ້ງ ຈາກສີ່ຕົວ ເມືອງໃນເຊັ່ນ: ເມືອງຈັນ ທະ ບູລີ, ສີໂຄດຕະບອງ, ສີສັດຕະ ນາກ ແລະ ໄຊເຊດຖາ ມາເຕົ້າ ໂຮມກັນທີ່ວັດອົງຕື້ແລ້ວພາ ກັນແຫ່ໄປທີ່ວັດອິນແປງ ແຫ່ອອ້ມວັດສາມຮອບແລ້ວ ແຫ່ກັບຄືນມາທີ່ວັດອົງຕື້ ຄືເກົ່າ, ເຊິ່ງທັງໝົດເຫຼ່ານີ້ ແມ່ນເພື່ອລະນຶກເຖິງເຫດ ການສໍາຄັນທີ່ກ່າວມານັ້ນ ແລະ ກໍໄດ້ສືບທອດກັນມາ ຈົນເທົ່າທຸກວັນນີ້ ແລະ ໄດ້ ກາຍເປັນອະລິຍະທໍາທາງ ພຸດທະສາສະໜາ ແລະ ເປັນ ຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາ.
ການແຫ່ຜາສາດເຜິ້ງ ໄດ້ກາຍເປັນວຽກງານວັດ ທະນະທໍາອັນດີງາມຂອງ ລາວທີ່ມີລັກສະນະພິເສດ ທີ່ເປັນເອກະລັກຂອງຊາດ ຕິດພັນກັບວຽກງານທ່ອງ ທ່ຽວສ້າງຄວາມປະທັບໃຈ ໃຫ້ຜູ້ຄົນທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມ ໃນງານດັ່ງກ່າວ ຢ່າງຫຼວງ ຫຼາຍສໍາລັບປີນີ້ ກໍຄົງຈະ ມີແຂກ ຕ່າງດ້າວທ້າວຕ່າງ ແດນມາທ່ຽວຊົມຢ່າງຫຼວງ ຫຼາຍ, ແຕ່ພວກເຮົາຄົນລາວ ຊາວພຸດກໍຄວນເປັນແບບ ຢ່າງທາງດ້ານການນຸ່ງຖື ແລະ ການປະພຶດໃນງານ ບຸນປະເພນີກໍຄືໃນການສະ ເຫຼີມສະຫຼອງໃຫ້ຖືກຕ້ອງ ສອດຄ່ອງກັບປະເພນີອັນ ດີງາມ ແລະ ຮັບປະກັນໄດ້ ຄວາມສະຫງົບສຸກ, ຄວາມ ເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມຂອງ ສັງຄົມ./.

