ວິລະພອນ ນັກກິລາລົດຖີບແຂນດຽວ ທີ່ສ້າງຜົນງານໄດ້ໂດດເດັ່ນ


ຖືວ່າເປັນເລື່ອງທີ່ໜ້າສົນໃຈ ເມື່ອນັກແຂ່ງລົດຖີບແຂນດຽວຈາກ ສປປ ລາວ ທ້າວ ວິລະພອນ ພຸດທະວົງໄຊ ໄປຮ່ວມແຂ່ງຂັນລົດຖີບ ລາຍການ The Riders Festival 2018-Udon ສາມາດຈົບໄດ້ອັນດັບ 5 ເມື່ອທ້າຍອາທິດຜ່ານມາ ທ່າມກາງນັກປັ່ນລົດຖີບມີຮ່າງກາຍປົກກະຕິທີ່ສືມືດີຢູ່ກຸ່ມດຽວກັນຫລາຍຄົນ.
ສຳລັບສາເຫດທີ່ ວິລະພອນ ມີແຂນດຽວນັ້ນ ແມ່ນລາວເຄີຍໄດ້ເກີດອຸປະຕິເຫດລົດຈັກລົ້ມ ເມື່ອປີ 2007. ທ້າວ ວິລະພອນ ບອກວ່າ: ການແຂ່ງຂັນລົດຖີບລະຫວ່າງຄົນປົກກະຕິດ້ວຍກັນມັກກໍຍາກຢູ່ແລ້ວ, ແຕ່ຂ້ອຍກັບເປັນຄົນພິການ ມັນຈຶ່ງຍາກເປັນສອງເທົ່າ ບໍ່ວ່າຈະເປັນການຄວບຄຸມລົດດ້ວຍມືດຽວ, ການປ່ອຍມືຖີບ. ແນວໃດກໍຕາມ, ຂ້ອຍຢາສະແດງອອກໃນຮູບແບບຂອງການຫລິ້ນກິລາ ແລະ ເປັນການພິສູດຕົນເອງໃຫ້ສັງຄົມເຫັນຄວາມສາມາດຂອງຄົນພິການ ລວມທັງຍັງເປັນການສ້າງແຮງບັນດານໃຈໃຫ້ຄົນປົກກະຕິ ແລະ ຄົນພິການຫັນມາໃສ່ໃຈໃນສຸຂະພາບ.
ສຳລັບ ວິລະພອນ ພຸດທະວົງໄຊ ປັດຈຸບັນອາຍຸ 34 ປີ ເຄີຍຍາດໄດ້ທີ 2 ໃນລາຍການແຂ່ງຂັນທີ່ແຂວງເລີຍ, ຍາດໄດ້ທີ 5 ທີ່ທ່າບໍ່ ແລະ ທີ 5 ໃນລາຍການທີ່ແຂວງສະກົນນະຄອນ ປະເທດໄທ ໃນປະເພດເສືອພູເຂົາ, ແຕ່ຜົນງານຫລ້າສຸດຄືການຄວ້າອັນດັບ 6 ປະເພດເສືອໝອບ ເປັນຄວາມພາກພູມໃຈຂອງລາວທີ່ສຸດ ເພາະເປັນປະເພດທີ່ຍາກກວ່າ ແລະ ມີນັກກິລາເຂົ້າຮ່ວມຫລາຍກວ່າທຸກໆຄັ້ງທີ່ຜ່ານມາ.
ນອກຈາກນີ້, ວິລະພອນ ຍັງເຄີຍເຂົ້າຮ່ວມຫລາຍລາຍການເດັ່ນໆລະດັບສາກົນ ໄດ້ແກ່ The Great Mekong Bike Ride 2017 ປະເທດໄທ, ລາຍການ 2017 ASEAN Para Games ປະເທດມາເລເຊຍ, ລາຍການ 2018 TOYOTA BANGSAEN TRIATHLON ປະເທດໄທ, ລາຍການ para ekiden in TOKYO 2018 ແລະ ອື່ນໆຢ່າງຫລວງຫລາຍ.