ລາວທົບທວນໂຄງການຄຸ້ມຄອງປ່າໄມ້ແບບຍືນຍົງ




ການຫາລືເທື່ອນີ້ໄດ້ເນັ້ນໃສ່ຫລາຍບັນຫາສຳຄັນ ຄືການສະໜັບສະໜູນຂອງອົງການໄຈກາເຂົ້າໃນວຽກງານ REDD+ ທີ່ດຳເນີນມາເປັນເວລາຫລາຍກວ່າປີເຄິ່ງ, ການປັບປ່ຽນຄະນະຮັບຜິດຊອບໂຄງການ, ໂຄງຮ່າງການຈັດຕັ້ງ, ການສ້າງນິຕິກຳ ແລະ ນະໂຍບາຍປ່າໄມ້, ການພັດທະນາລະດັບທຽບຖານແຫ່ງຊາດ, ຂອດປະສານງານ ແລະ ກິດຈະກຳອື່ນໆອີກ.
ທ່ານຫົວໜ້າກົມປ່າໄມ້ ກ່າວວ່າ: ຊັບພະຍາກອນປ່າໄມ້ມີຄວາມສຳຄັນຫລາຍຕໍ່ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຍ້ອນແນວນັ້ນ ລັດຖະບານຈຶ່ງຖືວຽກງານຄຸ້ມຄອງປ່າໄມ້ເປັນລິມະສິດໃນການປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ປະເທດຊາດ. ແຕ່ແນວໃດກໍຕາມ, ໃນສະພາບດິນຟ້າອາກາດໃນໂລກມີການປ່ຽນແປງ, ຊັບພະຍາກອນທຳມະຊາດມີການເຊື່ອມໂຊມ ແລະ ຖືກທຳລາຍຢ່າງຫລວງຫລາຍ ແລະ ເພື່ອຮັບມືຕໍ່ບັນຫາດັ່ງກ່າວ ສປປ ລາວ ກໍໄດ້ເຂົ້າຮ່ວມຂະບວນການສາກົນ ເຣດ+ (REDD+) ນັບແຕ່ປີ 2007 ເປັນຕົ້ນມາ ແລະ ໄດ້ຖືກເລືອກໃຫ້ເປັນປະເທດຕົວແບບໂຄງການທົດລອງພາຍໃຕ້ແຜນງານການລົງທຶນດ້ານປ່າໄມ້ຂອງສາກົນ.