ຫລາຍປະເທດອອກກົດໝາຍໃຊ້ກັນຊາ ເພື່ອຜົນປະໂຫຍດທາງການແພດ

ຫລາຍປະເທດອອກກົດໝາຍໃຊ້ກັນຊາ ເພື່ອຜົນປະໂຫຍດທາງການແພດ - 1111 1 - ຫລາຍປະເທດອອກກົດໝາຍໃຊ້ກັນຊາ ເພື່ອຜົນປະໂຫຍດທາງການແພດ
ຫລາຍປະເທດອອກກົດໝາຍໃຊ້ກັນຊາ ເພື່ອຜົນປະໂຫຍດທາງການແພດ - kitchen vibe - ຫລາຍປະເທດອອກກົດໝາຍໃຊ້ກັນຊາ ເພື່ອຜົນປະໂຫຍດທາງການແພດ

ຫລາຍ​ປະ​ເທດ​ຕື່ນ​ຕົວ​ອອກ​ກົດໝາຍ​ໃຊ້ “ກັນຊາ​ເພື່ອ​ການ​ແພດ” ປ່ຽນ​ຢາ​ເສບ​ຕິດ​ໃຫ້​ເປັນ​ຢາ​ປິ່ນປົວ​ພະຍາດ​ຮ້າຍ​.

ຫລາຍ​ປະ​ເທດ​ໃນ​ໂລກ​ເລີ່​ມຫັນ​ມາ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ໃຊ້​ປະ​ໂຫຍ​ດຈາກ “ກັນຊາ” ພືດ​ຊະນິດ​ໜຶ່ງ​ທີ່​ເຄີຍ​ຖືກ​ພິຈາລະນາ​ໃຫ້​ຈັດ​ຢູ່​ໃນ​ໝວດ​ໝູ່​ຢາ​ເສບ​ຕິດ​ໃຫ້​ໂທດ​ເພີ່ມ​ຂຶ້ນ, ປັດຈຸບັນ​ມີ​ຢ່າງ​ໜ້ອຍ 33 ປະ​ເທດ​ທີ່​ອະນຸຍາດ​ໃຫ້​ມີ​ການ​ໃຊ້​ປະ​ໂຫຍ​ດຈາກ​ກັນຊາ​ໃນ​ດ້ານ​ການ​ແພດ ​ໂດຍ​ຈະ​ມີ​ລາຍ​ລະອຽດ​ແຕກ​ຕ່າງ​ກັນ​ຕາມ​ແຕ່ລະ​ປະ​ເທດ.

ຫລາຍປະເທດອອກກົດໝາຍໃຊ້ກັນຊາ ເພື່ອຜົນປະໂຫຍດທາງການແພດ - Visit Laos Visit SALANA BOUTIQUE HOTEL - ຫລາຍປະເທດອອກກົດໝາຍໃຊ້ກັນຊາ ເພື່ອຜົນປະໂຫຍດທາງການແພດ

ບາງ​ປະ​ເທດ​ຈະ​ອະນຸຍາດ​ໃຫ້​ໃຊ້​ກັນຊາ​ໃນ​ທາງ​ການ​ແພດ​​ເມື່ອ​ໄດ້​ຮັບ​ຄວາມ​ຍິນ​ຍອມ​ຈາກ​ລັດ, ມີ​ໃບຮັບ​ຮອງ​ແພດ ຫລື ​ໃບ​ສັ່ງ​ຢາ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ເທົ່າ​ນັ້ນ​ເຊັ່ນ: ​ແຟງ​ລັງ, ​ເຢຍລະ​ມັນ, ສະຫະຣາຊະນາ​ອາ​ຈັກ. ບາງ​ປະ​ເທດ​ຈະ​ຕ້ອງ​ຊື້ກັນຊາ​ຈາກ​ຮ້ານ​ຂາຍ​ຢາ​ຂອງ​ລັດ​ເຊັ່ນ: ຈາ​ໄມ​ກາ, ສີ​ລັງກາ ຫລື ​ໃນ​ບາງ​ປະ​ເທດ​ຈະ​ອະນຸຍາດ​ໃຫ້​ໃຊ້​ປິ່ນປົວ​ອາການ​ເຈັບ​ເປັນ​ໃນ​ບາງ​ພະຍາດ​ເທົ່າ​ນັ້ນ​ເຊັ່ນ: ​ໄຊ​ປຣັດ ທີ່​ອະນຸຍາດ​ໃຫ້​ໃຊ້​ກັນຊາ​ປິ່ນປົວ​ສະ​ເພາະ​ຄົນ​ເປັນ​ພະຍາດ​ມະ​ເຮັງ ​ເປັນຕົ້ນ.

ຂະນະ​ທີ່​ມີ​ການ​ໃຊ້​ກັນຊາ​ເພື່ອ​ປິ່ນປົວ​ພະຍາດ​ຢ່າງ​ໜ້ອຍ​ໃນ 33 ລັດ​ທົ່ວ​ປະ​ເທດ ລວມທັງ​ດິນ​ແດນ​ທີ່ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ອາ​ເມ​ລິ​ກາ ​ໂດຍ​ມີ​ພຽງ 10 ລັດ​ເທົ່າ​ນັ້ນທີ່​ອະນຸຍາດ​ໃຫ້​ມີ​ການ​ໃຊ້​ກັນຊາ​ເພື່ອ​ສັນທະ​ນາ​ການ​ໄດ້. ​ແຕ່​ຢ່າງ​ໃດ​ກໍ​ຕາມ, ກັນຊາ​ຍັງ​ຖື​ວ່າ​ເປັນ​ສິ່ງ​ຜິດ​ກົດໝາຍ​ພາຍ​ໃຕ້​ກົດໝາຍ​ຂອງ​ອາ​ເມ​ລິ​ກາ ​ໂດຍ​ຈະ​ຕ້ອງ​ຈຳກັດ​ປະລິມານ​ການ​ຊື້ຂາຍ ​ແລະ ອາຍຸ​ຂັ້ນຕໍ່າ​ຂອງ​ຜູ້​ຊື້ ​ເພື່ອ​ບໍ່​ໃຫ້ການ​ຈຳໜ່າຍ​ກັນຊາ​ເສລີ​ຫລາຍ​ເກີນ​ໄປ.

​ໂດຍ​ມີ​ພຽງ​ບໍ່​ເທົ່າ​ໃດ​ປະ​ເທດ​ທີ່​ລັດຖະບານ​ອະນຸຍາດ​ໃຫ້​ບໍລິ​ໂພ​ກກັນຊາ​ເພື່ອ​ສັນທະ​ນາ​ການ​ໄດ້ ​ເຊິ່ງ​ໃນ​ແຕ່ລະ​ປະ​ເທດ​ຈະ​ມີ​ລາຍ​ລະອຽດ​ແຕກ​ຕ່າງ​ກັນ, ບາງ​ປະ​ເທດການ​ຄອບ​ຄອງ ​ແລະ ບໍລິ​ໂພ​ກກັນຊາ​ຖື​ເປັນ​ສິ່ງ​ຖືກ​ກົດໝາຍ ​ແຕ່​ຫ້າມ​ກະທຳ​ການຈັດ​ຈຳໜ່າຍ​ເຊັ່ນ: ຈໍ​ເຈຍ ​ແລະ ອາ​ຟຣິກາ​ໃຕ້ ຫລື ບາງ​ປະ​ເທດ​ຄື​​ແອັສປາຍ​ກໍ​ມີ​ຂໍ້​ຫ້າມ​ບໍລິ​ໂພ​ກກັນຊາ​ໃນ​ພື້ນທີ່​ສາທາລະນະ, ບາງ​ປະ​ເທດ​ຕ້ອງ​ຊື້ຈາກ​ຕົວ​ແທນ​ຈຳໜ່າຍ​ຂອງ​ລັດ​ເທົ່າ​ນັ້ນ ​ແລະ ບໍ່​ຈຳ​ໜ່າຍ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຊັ່ນ: ອຸຣຸກວາ​ຍ.

ປັດຈຸບັນ​ມີ​ພຽງ 2 ປະ​ເທດ​ໃນ​ໂລກ​ເທົ່າ​ນັ້ນ ຄື​ອຸຣຸກວາ​ຍ ​ແລະ ກາ​ນາ​ດາ ທີ່​ລັດຖະບານ​ອະນຸຍາດ​ໃຫ້​ມີ​ການ​ບໍລິ​ໂພ​ກກັນຊາ​ໄດ້​ຢ່າງ​ເສລີ ທັງ​ໃນ​ທາງ​ການ​ແພດ ​ແລະ ສັນທະ​ນາ​ການ, ອະນຸຍາດ​ໃຫ້​ມີ​ການຈຳໜ່າຍ, ຄອບ​ຄອງ, ​ເຄື່ອນ​ຍ້າຍ ​ແລະ ​ເກັບ​ກ່ຽວ​ກັນຊາ ​ໄດ້​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ຢ່າງ​ເຕັມ​ຮູບ​ແບບ​ທົ່ວ​ປະ​ເທດ ​ໂດຍ​ແມັກ​ຊິກ​ກຽມ​ເລັ່ງ​ເປັນ​ປະ​ເທດ​ທີ 3 ທີ່​ຈະ​ຊຸກຍູ້​ການ​ປະກາດ​ໃຊ້​ກົດໝາຍ​ນີ້.

ຫລາຍປະເທດອອກກົດໝາຍໃຊ້ກັນຊາ ເພື່ອຜົນປະໂຫຍດທາງການແພດ - 5 - ຫລາຍປະເທດອອກກົດໝາຍໃຊ້ກັນຊາ ເພື່ອຜົນປະໂຫຍດທາງການແພດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!