49 ປີທີ່ລໍຄອຍ, ສະປອລ ເລື່ອນຊັ້ນຂຶ້ນ ກັລໂຊເຊເຣຍອາ ອິຕາລີ

- Untitled 2 copy 9 - 49 ປີທີ່ລໍຄອຍ, ສະປອລ ເລື່ອນຊັ້ນຂຶ້ນ ກັລໂຊເຊເຣຍອາ ອິຕາລີ
- kitchen vibe - 49 ປີທີ່ລໍຄອຍ, ສະປອລ ເລື່ອນຊັ້ນຂຶ້ນ ກັລໂຊເຊເຣຍອາ ອິຕາລີ

- Untitled 2 copy 9 300x170 - 49 ປີທີ່ລໍຄອຍ, ສະປອລ ເລື່ອນຊັ້ນຂຶ້ນ ກັລໂຊເຊເຣຍອາ ອິຕາລີ
ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທີມ ສະປອລ ທີມຜູ້ ນຳຂອງການແຂ່ງຂັນ ກັລໂຊເຊ ເຣຍ ບີ ອິຕາລີ ໄດ້ເລື່ອນຊັ້ນຂຶ້ນ ກັລໂຊເຊເຣຍອາ ອິຕາລີ ໃນລະ ດູການ 2017-18 ແນ່ນອນແລ້ວ ຫຼັງຈາກເຮັດຄະແນນໜີກຸ່ມເພລ ອອຟເລື່ອນຊັ້ນໄດ້ສຳເລັດ.

ເຖິງວ່າເກມນັດຫຼ້າສຸດຈະ ບຸກໄປເສຍໃຫ້ທີມ ແຕນານາ 1-2 ແຕ່ທີມ ສະປອລ ມີ 75 ຄະ ແນນຈາກ 41 ນັດ ເຫຼືອເກມດຽວ ກໍຈະຈົບລະດູການແລ້ວ ເຊິ່ງຄະ ແນນຫ່າງຈາກທີມ ໂຣຊິໂນເນ ອັນດັບ 3 ຂອງຕາຕະລາງ 4 ຄະແນນ ແນວໃດກໍໄລ່ບໍ່ທັນ ເຮັດ ໃຫ້ທີມ ສະປອລ ເລື່ອນຊັ້ນແນ່ ນອນແລ້ວ ແຕ່ຍັງຕ້ອງລຸ້ນໃນນັດ ຫຼ້າສຸດກັບທີມ ເຮລລາສ ເວໂຣ ນາ ອັນດັບ 2 ທີມີ 73 ຄະແນນ ວ່າທີມໃດຈະໄດ້ແຊ໊ມໃນທ້າຍທີ່ ສຸດ.

ສຳລັບການເລື່ອນຊັ້ນໃນຄັ້ງນີ້ຂອງ ທີມສະປອລ ຖືເປັນການ ກັບຄືນກັລໂຊເຊເຣຍອາ ອິຕາລີ ຄັ້ງທຳອິດໃນຮອບ 19 ປີນຳອີກ ເພາະຄັ້ງສຸດທ້າຍທີ່ໄດ້ຫຼິ້ນໃນລີກສູງສຸດຂອງ ອິຕາລີ ຄືລະດູການ 1967-68.

ທັງນີ້ ທີມສະປອລ ຫຼື  SPAL ມື່ຊື່ທີມແບບເຕັມໆວ່າ Societa Polisportva Ars et Labor ຈຶ່ງໃຊ້ໂຕຫຍໍ່ SPAL ເພື່ອຈະຮຽກໄດ້ງ່າຍນັ້ນເອງ.

- 4 - 49 ປີທີ່ລໍຄອຍ, ສະປອລ ເລື່ອນຊັ້ນຂຶ້ນ ກັລໂຊເຊເຣຍອາ ອິຕາລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!