ເຈົ້າໜ້າທີ່ຈາລະ​ຈອນຈະ​ເຂົ້າຄວບ​ຄຸມ ​ແລະ ຈັດ​ສັນ​ການ​ຈອດ​ລົດໃນ​ງານບຸນ​ນະມັດ​ສະການ​ພະທາດ​ຫລວງ​ ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ

ເຈົ້າໜ້າທີ່ຈາລະ​ຈອນຈະ​ເຂົ້າຄວບ​ຄຸມ ​ແລະ ຈັດ​ສັນ​ການ​ຈອດ​ລົດໃນ​ງານບຸນ​ນະມັດ​ສະການ​ພະທາດ​ຫລວງ​ ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ - 10734034 737203916371228 1427080065605321337 n - ເຈົ້າໜ້າທີ່ຈາລະ​ຈອນຈະ​ເຂົ້າຄວບ​ຄຸມ ​ແລະ ຈັດ​ສັນ​ການ​ຈອດ​ລົດໃນ​ງານບຸນ​ນະມັດ​ສະການ​ພະທາດ​ຫລວງ​ ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ
ເຈົ້າໜ້າທີ່ຈາລະ​ຈອນຈະ​ເຂົ້າຄວບ​ຄຸມ ​ແລະ ຈັດ​ສັນ​ການ​ຈອດ​ລົດໃນ​ງານບຸນ​ນະມັດ​ສະການ​ພະທາດ​ຫລວງ​ ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ - kitchen vibe - ເຈົ້າໜ້າທີ່ຈາລະ​ຈອນຈະ​ເຂົ້າຄວບ​ຄຸມ ​ແລະ ຈັດ​ສັນ​ການ​ຈອດ​ລົດໃນ​ງານບຸນ​ນະມັດ​ສະການ​ພະທາດ​ຫລວງ​ ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ

​  ໃນ​ວັນ​ທີ 13 ພະຈິກນີ້, ​ເຈົ້າໜ້າທີ່ຈາລະ​ຈອນ​ນະຄອນຫລວງວຽງຈັນ ໄດ້​​ແຈ້ງ​ໃຫ້​ຮູ້​ວ່າ: ​ເພື່ອ​ຮັບປະກັນຄວາມ​ເປັນ​ລະບຽບຮຽບຮ້ອຍຂອງ​ງານບຸນນະມັດ ສະການພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າທີ່ສູນການຄ້າລາວ-ໄອເຕັກ ລະຫວ່າງວັນທີ 16-25 ພະຈິກນີ້ ​ແລະ ບໍ່​ໃຫ້​ມີ​ການ​ສວຍ​ໂອກ​າດ​ເກັບ​ເງິນ​ຄ່າ​ຝາກ​ລົດ​ຢ່າງ​ຊະຊາຍ​ດັ່ງ​ງານ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ​ທີ່​ທ່າ​ວັດ​ຈັນ​ໃນ​ຜ່ານ​ມາ​ນີ້, ​ເຈົ້າໜ້າທີ່ຈາລະ​ຈອນ​ນະຄອນຫລວງວຽງຈັນຈະ​ເຂົ້າ​ຄວບ​ຄຸມ ​ແລະ ຈັດສັນ​ບ່ອນ​ຈອດ​ລົດ​ໃຫ້​ເປັນ​ລະບຽບຮຽບຮ້ອຍ ​ແລະ ​ໄດ້​ກຳນົດສະຖານ​ທີ່​ຈອດ​ລົດ​ປະ​ເພດ​ຕ່າງໆ​ໃນ​ງານ​ບຸນດັ່ງ​ນີ້: ລົດ VIP ອະນຸຍາດ​ໃຫ້​ຈອດ​ເບື້ອງ​ທິດຕາ​ເວັນ​ອອກ​ເຂດ​ເຮືອນ​ຊົງ​ລາວ (ບໍລິສັດ CNP), ລົດ P1, P2 ອະນຸຍາດ​ໃຫ້​ຈອດ​ຢູ່​ສະໜາມຫລວງໜ້າຕຶກສະພາ​ແຫ່ງ​ຊາດ, ສຳລັບ​ລົດ​ທີ່​ມາ​ສົ່ງ​ເຄື່ອງ​ໃນ​ງານ​ບຸນ​ໃຫ້​ເລີ່​ມ​ແຕ່ 8:00-12:00 ​ໂມງ,​ ພາຍຫລັງ​ເອົາ​ເຄື່ອງ​ລົງໝົດ​ແລ້ວ​ໃຫ້​ເອົາ​ລົດ​ໄປ​ຈອດ​​ໄວ້ຢູ່​ບ່ອນ​ທີ່​ກຳມະການ​ກຳນົດ, ລົດ​ສົ່ງ​ມວນ​ຊົນ ປະ​ເພດ​ລົດຕຸກໆ, ຈຳ​ໂບ້, ລົດ​ຂົນ​ສົ່ງ​ໂດຍສານ​ອະນຸຍາດ​ໃຫ້​ຈອດ​ຊົ່ວຄາວ​ເພື່ອ​ສົ່ງ​ຄົນ​ໂດຍສານ​ລົງ​ຕາມ​ຈຸດ​ທີ່​ໄດ້ກຳນົດ​ໄວ້ຄື: ​ເສັ້ນທາງ​ຊ້າງ​ເຜືອກ​ເຂດ​ບ້ານ ຮ່ອງ​ໄກ່​ແກ້ວ, ຕະຫລາດທາດຫລວງ, ສີ​ສັງວອນ-​ໂພນ​ໄຊ, ປະຕູ​ໄຊ, ​ໂພນ​ສະອາດ ​ແລະ ຮ່ອມ​​ໂຮງຮຽນມັດທະຍົມໜອງສ້າງ​ທໍ່, ສະ​ເພາະ​ລົດສ່ວນ​ຕົວ, ລົດຈັກ, ລົດຖີບ, ​ລົດ​ສາມ​ລໍ້ ​ທີ່​ມີ​ຈຸດປະສົງ​ໄປ​ທ່ຽວງານ​ບຸນ​ດັ່ງກ່າວ​ແມ່ນ​ໃຫ້​ຈອດ​ຕາມ​ສະຖານ​ທີ່​ຈອດ​ລົດ​ທີ່​ທາງ​ຄະນະກຳມະການຈັດ​ງານ​ກຳນົດ​ໄວ້, ​ເຊິ່ງຈະ​ມີ​ເຈົ້າໜ້າທີ່​ອຳນວຍ​ຄວາມ​ສະດວກ​ຕາມ​ຈຸດ​ຕ່າງໆ.

​  ໃນ​ໂອກາດ​ນີ້, ທ່ານຫົວໜ້າພະ​ແນ​ກຈາລະ​ຈອນ​ນະຄອນຫລວງວຽງຈັນ​ໄດ້ຮຽກຮ້ອງ​ໃຫ້ນັກຂັບຂີ່ທີ່​ໃຊ້​ລົດ​ໃຊ້​ຖະໜົນຈົ່ງປະຕິບັດຕາມກົດລະບຽບຈາລະຈອນຢ່າງເຂັ້ມງວດ ແລະ ຂັບຂີ່ດ້ວຍຄວາມມີສະຕິຫ້າມ​ດື່ມ​ສິ່ງ​ມືນ​ເມົາ​ໃນ​ເວລາ​ຂັບ​ລົດ​ຢ່າງ​ເດັດຂາດ ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ມີ​ອຸປະ​ຕິ​ເຫດ​ເກີດ​ຂຶ້ນ.

ເຈົ້າໜ້າທີ່ຈາລະ​ຈອນຈະ​ເຂົ້າຄວບ​ຄຸມ ​ແລະ ຈັດ​ສັນ​ການ​ຈອດ​ລົດໃນ​ງານບຸນ​ນະມັດ​ສະການ​ພະທາດ​ຫລວງ​ ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ຈາລະ​ຈອນຈະ​ເຂົ້າຄວບ​ຄຸມ ​ແລະ ຈັດ​ສັນ​ການ​ຈອດ​ລົດໃນ​ງານບຸນ​ນະມັດ​ສະການ​ພະທາດ​ຫລວງ​ ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ
ເຈົ້າໜ້າທີ່ຈາລະ​ຈອນຈະ​ເຂົ້າຄວບ​ຄຸມ ​ແລະ ຈັດ​ສັນ​ການ​ຈອດ​ລົດໃນ​ງານບຸນ​ນະມັດ​ສະການ​ພະທາດ​ຫລວງ​ ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ - 5 - ເຈົ້າໜ້າທີ່ຈາລະ​ຈອນຈະ​ເຂົ້າຄວບ​ຄຸມ ​ແລະ ຈັດ​ສັນ​ການ​ຈອດ​ລົດໃນ​ງານບຸນ​ນະມັດ​ສະການ​ພະທາດ​ຫລວງ​ ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!