ອີຢູ-ອັງກິດ ຜ່ານຮ່າງເງື່ອນໄຂເບຣັກຊິດ
November 14, 2018 - 4:25 PM


ສະຫະພາບເອີຣົບ (EU) ແລະ ອັງກິດ ເຫັນພ້ອມຮັບຮອງຮ່າງຂອງເງື່ອນໄຂການຖອນອັງກິດອອກຈາກການເປັນສະມາຊິກສະຫະພາບເອີຣົບ (ເບຣັກຊິດ) ເຊິ່ງນາຍົກລັດຖະມົນຕີ ເທເຣຊາ ເມ ຂອງສະຫະຣາຊະອານາຈັກ ຈະນຳຮ່າງເງື່ອນໄຂເບຣັກຊິດນີ້ ໄປສະເໜີຕໍ່ສະມາຊິກລະດັບສູງຂອງຄະນະລັດຖະບານໃນໂອກາດຕໍ່ໄປ.
ເຖິງຢ່າງໃດກໍຕາມ, ເຖິງວ່າຈະມີຄວາມຄືບໜ້າໃນເລື່ອງນີ້ ແຕ່ຍັງບໍ່ແນ່ນອນວ່າ: ນາຍົກລັດຖະມົນຕີ ເມ ຈະຊຸກຍູ້ຮ່າງດັ່ງກ່າວໃຫ້ໄດ້ຮັບການຮັບຮອງຈາກລັດຖະສະພາສຳເລັດ ຫລື ບໍ່, ແຕ່ຫລັງຈາກມີຂ່າວຄວາມຄືບໜ້າໃນເລື່ອງນີ້ ເງິນປອນສະເຕີລິງຂອງອັງກິດ ກໍປັບແຂງຄ່າຂຶ້ນມາຢູ່ 1.3036 ໂດລາສະຫະລັດຕໍ່ປອນ ຈາກ 1,5 ໂດລາ ທຽບໃສ່ໄລຍະສອງປີຜ່ານມາ ກ່ອນການລົງປະຊາມະຕິທີ່ເຮັດໃຫ້ອັງກິດດຳເນີນການອອກຈາກສະຫະພາບເອີຣົບ.