Ransomware WannaCry ການໂຈມຕີເທື່ອທີສອງອາດກັບມາອີກ

- wannacry version 2 - Ransomware WannaCry ການໂຈມຕີເທື່ອທີສອງອາດກັບມາອີກ
- kitchen vibe - Ransomware WannaCry ການໂຈມຕີເທື່ອທີສອງອາດກັບມາອີກ

ພາຍຫລັງ Ransomware ມັລ​ແວຣ໌​ເອີ້ນ​ຄ່າ​ໄຖ່​ຮູ​ບ​ແບບ​ຫລັງ​ສຸດ​ຊື່ “WannaCry” ຫລື “WannaCrypt” ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄອມ​ພິວ​ເຕີ​ທົ່ວ​ໂລກ​ທີ່​ໃຊ້​ລະບົບ Windows ລຸ້ນ​ເກົ່າ​​ເປັນແສນ​ໜ່ວຍ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າການ​ໂຈມ​ຕີ​ຮອບ​ສອງ​ອາດ​ເກີດ​ຂຶ້ນອີກ.

 

- Visit Laos Visit SALANA BOUTIQUE HOTEL - Ransomware WannaCry ການໂຈມຕີເທື່ອທີສອງອາດກັບມາອີກ

- wannacry version 2 - Ransomware WannaCry ການໂຈມຕີເທື່ອທີສອງອາດກັບມາອີກ

ການ​ໂຈມ​ຕີ​ຮອບ​ສອງ​ຂອງ​ມັລ​ແວຣ໌​ເອີ້ນ​ຄ່າ​ໄຖ່ “WannaCry” ມີ​ການ​ເປີດ​ເຜີຍ​ຈາກ​ນັກວິ​ໄຈ​ດ້ານ​ຄວາມ​ປອດ​ໄພ​ຫລາຍ​ຄົນ​ຢູ່​ຕ່າງປະ​ເທດ​ອ້າງ​ວ່າ​ອາດ​ເກີດ​ຂຶ້ນ​ໃນຕົ້ນອາທິດ​ຂອງ​ການ​ເຮັດ​ວຽກ, ພາຍຫລັງ​ການ​ໂຈມ​ຕີ​ຮອບ​ທຳ​ອິດ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ຈາກ​ໄພ​ຄຸກ​ຄາມ​ໃນ​ໂລກ​ໄຊ​ເບີ​ຫລັງ​ສຸດ​ນີ້ ​ເຮັດ​ໃຫ້​ຄອມ​ພິວ​ເຕີ​ທີ່​ໃຊ້ລະບົບ Windows 10 ປະສົບ​ບັນຫາ​ຖືກ​ລັອກ​ໄຟ​ລ໌ຂໍ້​ມູນ ​ເຮັດ​ໃຫ້​ບໍ່​ສາມາດ​ໃຊ້​ວຽກ​ໄດ້ ​ເຊິ່ງພາຍຫລັງ​ການ​ໂຈມ​ຕີ​ຮອບ​ທຳ​ອິດ​ຜ່ານ​ໄປ 24 ຊົ່ວ​ໂມງ, Microsoft ຈຳ​ເປັນ​ຕ້ອງ​ອອກ​ແພ​ສດ້ານ​ຄວາມ​ປອດ​ໄພ​ຮີບ​ດ່ວນ​ສຳລັບ Windows XP, Vista, Windows 8, Server 2003 ​ແລະ 2008 Editions ​ເພື່ອ​ປ້ອງ​ກັນ​ໃຫ້​ຜູ້​ທີ່​ໃຊ້​ຄອມ​ພິວ​ເຕີລະບົບ​ລຸ້ນດັ່ງກ່າວ​ຢູ່ ​ໂດຍ Microsoft ​ແນະນຳ​ວ່າ​ໃຫ້​ຜູ້​ໃຊ້​ເລັ່ງອັບ​ເດດຄອມ​ພິວ​ເຕີ​ທັນທີ.

 

+ ໄວຣັດ WannaCry ເອີ້ນຄ່າໄຖ່ໂຈມຕີຄອມພີວເຕີ້ໄປແລ້ວ 99 ປະເທດ

+ ໄມໂຄຣຊອບຕຳນິລັດຖະບານອາເມລິກາ ເປັນສາເຫດໂຈມຕີທາງໄຊເບີ

+ ນັກວິໄຈອັງກິດປົດສະນວນມັລແວຣ໌ເອີ້ນຄ່າໄຖ່ຢຸດການແຜ່ລະບາດທົ່ວໂລກ

 

ການ​ແຜ່​ກະຈາຍ​ຂອງ​ມັລ​ແວຣ໌​ເອີ້ນ​ຄ່າ​ໄຖ່ “WannaCry” ບໍ່​ພຽງ​ສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ໃຊ້​ທົ່ວ​ໄປ, ​ແຕ່​ຍັງ​ສົ່ງ​ຜົນ​ກະທົບ​ຕໍ່​ໜ່ວຍ​ງານ​ຂອງ​ລັດ ​ແລະ ​ເອກະ​ຊົນ​ໃນ​ຫລາຍ​ປະ​ເທດ. ສູນ​ຮັກສາ​ຄວາມ​ປອດ​ໄພ​ໄຊ​ເບີ​ແຫ່ງ​ຊາດ​ຂອງ​ສະຫະຣາຊະ​ອານາຈັກ ​ເຊິ່ງ​ເປັນ​ອົງການ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເບິ່ງ​ແຍງ ​ແລະ ຮັກສາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ໄຊ​ເບີ ອອກ​ມາຍ​ອມຮັບ​ວ່າການ​ແຜ່​ກະຈາຍ​ຂອງ WannaCry ​ເກີດ​ຂຶ້ນຢ່າງ​ວ່ອງ​ໄວ​ຜ່ານ​ລະບົບ​ເຄືອ​ຂ່າຍ. ໝາຍ​ຄວາມ​ວ່າ​​ໃນ​ໄລຍະ​ເລີ່​ມຕົ້ນອາທິດການ​ເຮັດ​ວຽກ ມີ​ທ່າ​ອ່ຽງ WannaCry ຈະ​ກັບ​ມາ​ໂຈມ​ຕີ​ອີກ ​ເນື່ອງ​ຈາກ​ຈະ​ມີ​ຜູ້​ໃຊ້​ເປີດ​ຄອມ​ພິວ​ເຕີ ພ້ອມ​ກວດ​ເບິ່ງ​ອີ​ເມລຕ່າງໆ. ດັ່ງນັ້ນ ຜູ້​ໃຊ້​ຈຶ່ງ​ຕ້ອງ​ລະມັດລະວັງ​ເປັນ​ພິ​ເສດ ບໍ່​ເປີດ​ອີ​ເມລທີ່​ມີ​ລັກສະນະ​ແປກໆ ຫລື ​ອີ​ເມລທີ່​ຖືກ​ສົ່ງ​ມາ​ຈາກ​ປາຍທາງ​ທີ່​ບໍ່​ຮູ້.

 

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ການ​ປ້ອງ​ກັນ​ຄອມ​ພິວ​ເຕີ​ທີ​່​ໃຊ້​ລະບົບ Windows ຄວນ​ອັບ​ເດດ​ຊອບ​ແວຣທັນທີ ​ເພື່ອ​ເປັນ​ການ​ອັດ​ຊ່ອງ​ຫວ່າງ​ຕ່າງໆ​ພາຍ​ໃນ​ຊອບ​ແວຣທີ່​ເຮົາ​ບໍ່​ສາມາດ​ຮັບ​ຮູ້​ໄດ້ ລວມທັງ​ການ​ປ້ອງ​ກັນ​​ໃນ​ເລື່ອງ​ການ​ເປີດ​ອີ​ເມລທີ່​ຈຳ​ເປັນ​ຕ້ອງ​ຮອບ​ຄອບ​ຫລາຍ​ຂຶ້ນ.

- 5 - Ransomware WannaCry ການໂຈມຕີເທື່ອທີສອງອາດກັບມາອີກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!