ຢູໂຣປາລີກ ໄດ້ແລ້ວ 7 ທີມເຂົ້າຮອບ 32 ທີມ

- 45715542 347450029357129 296604355493101568 n - ຢູໂຣປາລີກ ໄດ້ແລ້ວ 7 ທີມເຂົ້າຮອບ 32 ທີມ
- kitchen vibe - ຢູໂຣປາລີກ ໄດ້ແລ້ວ 7 ທີມເຂົ້າຮອບ 32 ທີມ

ການແຂ່ງຂັນບານ​ເຕະ ຢູຟາ ຢູໂຣປາລີກ ລະດູການ 2018-19 ຮອບແບ່ງກຸ່ມນັດທີ 4 ຈົບຄົບ 12 ກຸ່ມ 48 ທີມ, ປະກົດວ່າ: ມີ 7 ທີມຜ່ານເຂົ້າຮອບ 32 ທີມສຸດທ້າຍແນ່ນອນແລ້ວຄື: ເຊລຊີ ຕົວເຕັງ ທີ່​ບຸກຊະນະ ບາເຕ້ ໂບຣີຊັອຟ ຈາກເບລາຣຸສ 1-0 ຈາກປະຕູໂທນຂອງ ໂອລີວີເຢ້ ຊີຣູ ນາທີ 53 ຍິງປະຕູທຳອິດໃນຮອບ 18 ນັດຫລັງສຸດລວມທຸກລາຍການ ເຊລຊີ ຊະນະ 4 ນັດລວດໃນກຸ່ມ L.

ຂະນະທີ່ ອາເຊນອລ ອີກໜຶ່ງຕົວເຕັງຈາກອັງກິດກໍຜ່ານໄດ້ ເຖິງວ່າຈະເປີດບ້ານສະເໝີກັບ ສະປ໋ອດຕິ້ງ ລິສບ໋ອນ ຈາກປອກຕຸຍການ (ໂປຕູເກດ) 0-0 ແຕ່ພຽງພໍຕໍ່ການເຂົ້າຮອບ ມີ 10 ຄະແນນຈາກ 4 ນັດ. ອີກ 5 ທີມທີ່ຢືນຢັນຜ່ານເຂົ້າຮອບ 32 ທີມແນ່ນອນແລ້ວປະກອບມີ: ໄບເອີ ເລເວີຄູເຊັນ (ເຢຍລະມັນ), ຊູຣິກ (ສະວິດ), ດີນາໂມຊາເກັບ (ໂຄຣເອເຊຍ), ລາຊີໂອ (ອີຕາລີ) ແລະ ໄອແທັກແຟັງເຟີດ (ເຢຍລະມັນ).

- Visit Laos Visit SALANA BOUTIQUE HOTEL - ຢູໂຣປາລີກ ໄດ້ແລ້ວ 7 ທີມເຂົ້າຮອບ 32 ທີມ

ສ່ວນທີ່ເຫລືອຕ້ອງລຸ້ນອີກ 2 ນັດສຸດທ້າຍ ໂດຍຮອບແບ່ງກຸ່ມນັດທີ 5 ຈະກັບມາແຂ່ງຂັນໃນວັນທີ 29 ພະຈິກ 2018. ສຳລັບດາວຍິງສູງສຸດຜ່ານໄປ 4 ນັດ ມົວເນັສ ດາບູຣ (Moanes Dabour) ຈາກຊາວບວກ ຍິງ 5 ປະຕູ, 3 ປະຕູມີ 5 ຄົນ ເປັນຕົ້ນ ຣູເບັນ ລັອຟຕັສຊິກ ຈາກເຊລຊີ, ແພັດທຣິກ ຊູໂຕເນ້ ຈາກເອຊີມິລານ ແລະ ຄາຍ ຮາວເວີດ ຈາກເລເວີຄູເຊັນ.

- 3 - ຢູໂຣປາລີກ ໄດ້ແລ້ວ 7 ທີມເຂົ້າຮອບ 32 ທີມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!