ວຽງໄຊ ນະຄອນຫລວງເຂດປົດປ່ອຍ


ໂດຍ: ທິດກ່ຳ
ບັນດານັກປະຕິວັດຮຸ້ນ ອາວຸໂສຫລາຍທ່ານ, ຫລາຍ ສະຫາຍເກືອບເວົ້າໄດ້ວ່າຫລາຍ ພັນຫລາຍໝື່ນຄົນໄດ້ອຸທິດຊີ ວິດ ໃນພາລະກິດກູ້ຊາດ ແລະ ມີ ຫລາຍທ່ານ, ຫລາຍສະຫາຍ ຍ້ອນເຖົ້າແກ່ສະລາການໄດ້ລະ ສັງຂານໄປຕາມການເວລາຍັງ ຄົງເຫລືອແຕ່ຮຸ້ນສືບທອດຫົວ ຫງອກດອກຄູນທີ່ຍັງສືບຕໍ່ກັນ ມາຕາມຍຸກຕາມສະໄໝມາ ຮອດປັດຈຸບັນໃຜກໍຍັງຈົດຈຳ ລຳລຶກຄັ້ງໜຶ່ງໃນອະດີດທີ່ໄດ້ ດຳລົງຊີວິດຢູ່ທີ່ເມືອງວຽງໄຊ ອັນເປັນຖານທີ່ໝັ້ນຢ່າງແໜ້ນ ແກ່ນຂອງການປະຕິວັດລາວ.
ໃນພື້ນທີ່ທຳມະຊາດ ທີ່ ສວຍສົດງົດງາມ ແລະ ໂອບ ເອື້ອໄປ ດ້ວຍທົ່ງນາປ່າເຂົາ, ມີ ພູຜາສະຫລັບສັບຊ້ອນຕັ້ງ ເຈີ່ນເທີ້ນອັນມີສາຍານາມ ວ່າ ເຂດນາໄກ່ໄດ້ກາຍມາເປັນ ເມືອງວຽງໄຊໃນ ວັນທີ 30 ພະ ຈິກ 1968 ແລະ ມາຮອດວັນທີ 30 ພະຈິກ 2018 ໃກ້ຈະມາ ເຖິງນີ້ກໍຈະມີອາຍຸ 50 ປີພໍດີ.
+ ຖ້ຳຜູ້ນຳທີ່ເມືອງວຽງໄຊດິນແດນວິລະຊົນ2018/
+ 12 ຕຸລາກັບເຫດການປະຫວັດສາດຂອງຊາດ2018/
ນັບແຕ່ເມືອງວຽງໄຊໄດ້ ກຳເນີດເກີດຂຶ້ນໄດ້ກາຍເປັນ ແຫລ່ງຊຸບຫລໍ່ປັ້ນເອົານັກປະຕິ ວັດຮຸ້ນຕໍ່ຮຸ້ນເພື່ອເຮັດຫລ້ອນ ໜ້າທີ່ປະຕິວັດ ແລະ ສາມາດ ປົດປ່ອຍປະເທດໄດ້ຢ່າງສົມບູນ ໃນປີ 1975 ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງມີໄຊ.
ເມື່ອຫວນຍ້ອນ ໃນຍຸກປະຫວັດສາດ, ທີ່ເຮັດໃຫ້ວຽງໄຊ ກາຍເປັນນະຄອນຫລວງຂອງ ເຂດປົດປ່ອຍກໍຍ້ອນສະພາບ ການບ້ານເມືອງຂອງປະເທດ ເຮົາປະສົບບັນຫາຄວາມ ທຸກຍາກລຳບາກທັງລ້າຫລັງ ແລະ ດ້ອຍພັດທະນາມາຫລາຍ ຮ້ອຍປີ.
ຊ້ຳບໍ່ໜຳຍັງຕົກເປັນຫົວ ເມືອງຂຶ້ນຂອງສັກດີນາສະ ຫຍາມສືບຕໍ່ມາໃສ່ຍຸກຝຣັ່ງ ແລະ ສຸດທ້າຍກໍແມ່ນຈັກກະພັດ ອາເມລິກາມາບຽດຢຶດຄຸ້ມຄອງ.
ຈາກສະພາບດັ່ງກ່າວ, ກໍເຮັດໃຫ້ປະເທດລ້ານຊ້າງອັນແສນຮັກຕົກຢູ່ໃນຊາຕາອາພັບ ເຮັດໃຫ້ຄົນພາຍໃນປະເທດ ມີສອງຂົ້ວທີ່ຂັດແຍ້ງກັນທາງ ດ້ານອຸດົມການ.
ໃນສອງຂົ້ວທີ່ວ່າ ນີ້ໄດ້ມີ ຝ່າຍໜຶ່ງໄດ້ເຫັນດີເຫັນພ້ອມ ໄປນຳສັກດີນາທັງຮັບໃຊ້ຈັກ ກະພັດຜູ້ຮຸກຮານຢ່າງຫລົ້ມ ຫົວຈົມທ້າຍ, ສ່ວນອີກຝ່າຍໜຶ່ງ ພັດມີແນວຄິດ ແລະ ອຸດົມການ ຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ອອກຈາກເງື່ອມມືຂອງພວກ ທີ່ມາບຸກລຸກຮຸກຮານ.
ຖ້າຈະໃຫ້ທິດກ່ຳຍົກເອົາ ມາເວົ້າແຕ່ກົກແຕ່ເຄົ້າກິໆກີໆ ກໍເລີ່ມແຕ່ເຈົ້າອານຸວົງ, ຍາຄູ ຂີ້ຫອມ, ຄູບາແກ້ວ, ພໍ່ກະດວດ, ເຈົ້າຟ້າປັດໄຈ, ອົງແກ້ວກົມມະດຳ, ຕໍ່ໃສ່ຂະບວນການແນວ ລາວອິດສະຫລະ, ມາຮອດການ ນຳພາຂອງພັກປະຊາຊົນລາວ ໃນອະດີດ ແລະ ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ.
ເມື່ອຕັ້ງໂຈດກັນວ່າ, ດ້ວຍສາເຫດໃດການນຳປະຕິວັດເຮົາຈຶ່ງກຳນົດເອົາເມືອງວຽງ ໄຊ ເປັນຖານທີ່ໝັ້ນຂອງການ ປະຕິວັດ ຫລື ວ່າເປັນນະຄອນ ຫລວງຂອງເຂດປົດປ່ອຍ? ຄຳຕອບທີ່ໃສແຈ້ງກໍຄືຍ້ອນເຂດ ເມືອງວຽງໄຊເປັນເຂດພູຜາ ປ່າດົງທີ່ສະຫລັບສັບຊ້ອນ, ອ້ອມຮອບດ້ວຍພູຜາຫລາຍໜ່ວຍ, ມີຖ້ຳຮູພູເຂົານ້ອຍໃຫຍ່ ທີ່ຫລາກຫລາຍສາມາດເປັນ ບ່ອນຈັ້ງທ່າຂອງກຳລັງປະຕິ ວັດດັ່ງເຮົາເຫັນບັນດາຖ້ຳຂອງ ຜູ້ນຳແຕ່ລະຖ້ຳໃນປັດຈຸບັນ.
ສ່ວນປັດໄຈອັນທີສອງ ແມ່ນປະຊາຊົນບັນດາເຜົ່າຢູ່ ເຂດເມືອງວຽງໄຊກໍຄືແຂວງ ຊຳເໜືອເຄີຍມີມູນເຊື້ອຕໍ່ສູ້ ພິລະອາດຫານມາແຕ່ສະໄໝ ເຈົ້າຟ້າປັດໄຈ, ເປັນຄົນດຸໝັ້ນ ຫ້າວຫັນສັດຊື່ ແລະ ເຫັນດີ ເຫັນພ້ອມໄປນຳການປະຕິວັດ ຢ່າງຈິງຈັງ.
ນອກຈາກນັ້ນ, ກໍຍັງມີ ປັດໄຈອື່ນໆ ດ້ານອັດຕະວິໄສ ແລະ ພາວະໄສ, ໃນໄລຍະສົງ ຄາມອັນດຸເດືອດນັບແຕ່ຊຸມປີ 1960 ເປັນຕົ້ນມາ, ຈັກກະພັດ ອາເມລິກາ ແລະ ລູກມືໄດ້ຂົນ ເອົາລະເບີດນ້ອຍໃຫຍ່ໄປຖິ້ມໃສ່ ຖານທີ່ໝັ້ນເມືອງວຽງໄຊຈົນ ວ່ານັບບໍ່ຖ້ວນແຕ່ກໍບໍ່ສາມາດ ທຳລາຍບັນດາຖ້ຳ ແລະ ດັບມອດກຳລັງປະຕິວັດຂອງພວກ ເຮົາໄດ້, ຍິ່ງໄປກວ່ານັ້ນ, ດ້ວຍ ຄວາມສະຫລາດ ແລະ ມີໄຫວ ພິບບົນເສັ້ນທາງບຸກຕີຍາດ ເອົາໄຊຊະນະໃນຄັ້ງນີ້ໄປສູ່ ໄຊຊະນະອື່ນການປະຕິວັດລາວຍິ່ງຂະຫຍາຍຕົວ, ທັງຂະຫຍາຍເຂດປົດປ່ອຍຈາກ ຊຳເໜືອໄປຫາຜົ້ງສາລີ, ຊຽງຂວາງ, ພາກກາງພາກໃຕ້, ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ອັດຕະປື ແລະ ຈຳປາສັກສຸດ ທ້າຍກໍສາມາດແຜ່ຂະຫຍາຍ ໄປໄດ້ 2/3 ຂອງປະເທດອັນ ເປັນເຫດໃຫ້ອີກຝ່າຍໜຶ່ງ ຕ້ອງຍອມຜ່າຍແພ້ຍອມຈຳ ນົນ ແລະ ມາຮອດປີ 1975 ກໍ ສາມາດປົດປ່ອຍທົ່ວປະເທດ ໄດ້ຢ່າງຊິ້ນເຊີງ.
ຈາກມູນເຊື້ອປະຫວັດສາດ ແລະ ໄຊຊະນະທີ່ກ່າວມານັ້ນ, ຍ້ອນເມືອງວຽງໄຊກາຍເປັນທີ່ ຕັ້ງຍຸດທະສາດ, ເປັນນະຄອນ ຫລວງຂອງເຂດປົດປ່ອຍທີ່ໄດ້ ປັ້ນເອົານັກປະຕິວັດຈາກຮຸ້ນເກົ່າ ສູ່ຮຸ້ນໃໝ່ທັງຢູ່ໃນຄວາມຈົດ ຈຳຂອງຄົນໃນທົ່ວປະເທດ./.

