ແມ່ຄ້າຕະຫລາດສົດຍັງບໍ່ໄດ້ຮັບການຄຸ້ມຄອງເທົ່າທີ່ຄວນ
ໄລຍະຜ່ານມາ, ລັດຖະບານລາວ ໄດ້ວາງລະບຽບການ ແລະ ນະໂຍບາຍຕ່າງໆ ເພື່ອສະໜັບສະໜູນຊາວຄ້າຂາຍຢູ່ໃນຕະຫລາດ, ໂດຍສະເພາະແມ່ຍິງລາວ. ຍ້ອນນິຕິກຳເຫລົ່ານັ້ນສ່ວນໃຫຍ່ແມ່ນຍັງຂາດການເສື່ອມສານບົດບາດຍິງ-ຊາຍ ແລະ ຍັງບໍ່ສາມາດ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເຊັ່ນ: ຄ່າທຳນຽມ ຕະຫລາດສູງເກີນໄປ ແລະ ການລົງທະບຽນທີ່ຊັບຊ້ອນ, ຊຶ່ງນຳໄປສູ່ຄວາມສ່ຽງຕ່າງໆ.
ຜ່ານການສຶກສາຄົ້ນຄ້ວາຂອງອົງການ UN Women, ທີ່ໄດ້ລາຍງານຕໍ່ກອງປະຊຸມສຳມະນາໃນຫົວຂໍ້: ການສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງດ້ານເສດຖະກິດ ແລະ ບົດບາດຍິງ-ຊາຍກັບການປົກປັກຮັກສາສິ່ງແວດລ້ອມ ແບບຍືນຍົງ, ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ, ໂດຍໄດ້ສ່ອດແສງໃຫ້ເຫັນວ່າ: ຊາວຄ້າຂາຍເພດຍິງໂດຍສ່ວນໃຫຍ່ແມ່ນປະເຊີນກັບສິ່ງທ້າທາຍຫລາຍຢ່າງເຊັ່ນ: ສິນຄ້າ ສູນເສຍ-ເສຍຫາຍໃນລະຫວ່າງການຂົນສົ່ງ, ສະຖານທີ່ບໍ່ເໝາະສົມໃນການຂາຍເຄື່ອງ, ອຸປະສັກໃນການຂໍອະນຸຍາດຕັ້ງຮ້ານ ແລະ ສິ່ງອຳນວຍຄວາມສະດວກຂອງຕະ ຫລາດ ແມ່ຍິງຈຳນວນໜຶ່ງຖືກລະເມີດ ແລະ ໃຊ້ຄວາມຮຸນແຮງ ໃນຂໍ້ຂັດແຍ່ງລະຫວ່າງແມ່ ຄ້າດ້ວຍກັນ ລວມໄປເຖິງເຈົ້າໜ້າທີ່ຮັບຜິດຊອບຕະຫລາດ, ຊຶ່ງ ມີຄວາມຫຍຸ້ງຍາກໃນການບໍລິຫານວຽກຂອງຕົນຢູ່ເຮືອນຊານໃນເວລາທີ່ເຮັດວຽກຢູ່ຕະຫລາດ, ຊຶ່ງເຂົາເຈົ້າເຫລົ່ານັ້ນໄດ້ແບກຫາບຄວາມຮັບຜິດຊອບອັນໜັກໜ່ວງ, ສຳລັບການ ເຮັດອາຊີບເປັນແມ່ຄ້ານີ້ກໍເພື່ອສະໜັບສະໜູນຄອບຄົວຂອງເຂົາເຈົ້າເອງ.
ຊາວຄ້າຂາຍຂະໜາດນ້ອຍຫລາຍໆຄົນຢູ່ໃນ ສປປ ລາວ ແມ່ນຜູ້ຄ້າຂາຍໃນຕະຫລາດ, ຊຶ່ງເຮັດໃຫ້ເຂົາເຈົ້າໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ໂດຍສະເລ່ຍແລ້ວ ແມ່ຍິງເກືອບ 100% ເປັນຊາວຄ້າຂາຍຢູ່ຕະຫລາດສົດທົ່ວປະເທດ, ຊຶ່ງພວກເຂົາເປັນສ່ວນສຳຄັນຂອງການພັດທະນາເສດຖະກິດ ແລະ ເປັນກຳລັງແຮງງານຢູ່ໃນຕົວເມືອງ, ຊຶ່ງແມ່ຄ້າສ່ວນໃຫຍ່ແມ່ນປູກ ແລະ ຜະລິດສິນຄ້າທີ່ເຂົາເຈົ້າຂາຍຢູ່ໃນຕະຫລາດຈຳນວນໜຶ່ງກໍແມ່ນເປັນຊາວກະສິກອນ ແລະ ເປັນພາກສ່ວນໜຶ່ງຂອງກຳລັງແຮງງານຢູ່ໃນທ້ອງຖິ່ນ ແລະ ເຮັດວຽກຢູ່ໃນທ້ອງຖິ່ນແມ່ຄ້າຂາຍຜະລິດຕະພັນຂອງເຂົາເຈົ້າໃນຕອນເຊົ້າ ແລະ ເຮັດວຽກຢູ່ໃນສວນຕອນບ່າຍ, ພ້ອມທັງມີບົດບາດທີ່ສຳຄັນໃນການສ້າງລາຍຮັບ ແລະ ຄວາມຢູ່ດີກິນດີຂອງຄອບຄົວ. ຂະນະດຽວກັນເຂົາເຈົ້າຍັງເຮັດວຽກດູແລເບິ່ງແຍງຢູ່ຄອບຄົວ ແລະ ຊຸມຊົນໂດຍບໍ່ໄດ້ຮັບຄ່າຈ້າງໃດໆ.