ລາວສະເໜີບໍລິສັດໄມໂຄຣຊອບສິງກະໂປຮັບຮອງຕົວອັກສອນເພັດສະລາດເຂົ້າໃນຊອບແວສີນຄ້າຂອງບໍລິສັດ

- kitchen vibe - ລາວສະເໜີບໍລິສັດໄມໂຄຣຊອບສິງກະໂປຮັບຮອງຕົວອັກສອນເພັດສະລາດເຂົ້າໃນຊອບແວສີນຄ້າຂອງບໍລິສັດ

- fontLogo - ລາວສະເໜີບໍລິສັດໄມໂຄຣຊອບສິງກະໂປຮັບຮອງຕົວອັກສອນເພັດສະລາດເຂົ້າໃນຊອບແວສີນຄ້າຂອງບໍລິສັດ
           ເມື່ອທ້າຍອາທິດຜ່ານມານີ້, ທ່ານຮອງລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ບຸນສະເຫລີມໄຊ ເຄນນາວົງ ໄດ້ໄປຢ້ຽມຢາມບໍລິສັດ ໄມໂຄຣຊອບ ທີ່ປະເທດສິງກະໂປ ເພື່ອເບິ່ງລະບົບຊອບແວຄລາວ ຄອມພິວຕິ້ງ ຢູ່ສູນຂໍ້ມູນຂອງບໍລິສັດດັ່ງກ່າວ, ພ້ອມທັງໄດ້ສະເໜີໃຫ້ບໍລິສັດໄມໂຄຣຊອບພິຈາລະນາຮັບຮອງເອົາຕົວອັກສອນເພັດສະລາດ(Phetsa rathOT) ທີ່ເປັນຕົວອັກສອນມາດຕະຖານແຫ່ງຊາດເຂົ້າໃນບັນ

ດາລະບົບປະຕິບັດການ ແລະ ຊອບແວອື່ນໆທີ່ເປັນຜະລິດຕະພັນສິນຄ້າ ຂອງໄມໂຄຣຊອບ ເພື່ອໃຫ້ສິນຄ້າດັ່ງກ່າວສາມາດສະແດງພາສາລາວ ແລະ ແປ້ນພິມພາສາລາວໄດ້ຢ່າງຖືກຕ້ອງ. ນອກນີ້ຍັງສະເໜີໃຫ້ບໍລິສັດໄມໂຄຣຊອບເປີດສູນຝຶກອົບຮົມ ແລະ ສະໜອງຫລັກສູດການຝຶກທີ່ກ່ຽວຂ້ອງກັບຂະແໝງ ITC ຢູ່ສະຖາບັນ ITC ຕື່ມອີກ, ຂະນະດຽວກັນບໍລິສັດໄມໂຄຣຊອບ ໄດ້ເຫັນດີທີ່ຈະໃຫ້ການຮ່ວມມືໃນການສະໜອງຂໍ້ມູນທີ່ກ່ຽວຂ້ອງກັບບັນດາການແຜ່ກະຈາຍຂອງຄອມພິວເຕີວິຣຸສ ແລະ ການໂຈມຕີທາງໄຊເບີ ໃຫ້ແກ່ສູນສະກັດກັ້ນ ແລະ ແກ້ໄຂເຫດການສຸກເສີນທາງຄອມພິວເຕີ ເພື່ອເປັນຂໍ້ມູນອ້າງອີງໃນການຮັບມື ແລະ ເຜີຍແຜ່ຂໍ້ມູນແຈ້ງເຕືອນທີ່ກ່ຽວ

- Visit Laos Visit SALANA BOUTIQUE HOTEL - ລາວສະເໜີບໍລິສັດໄມໂຄຣຊອບສິງກະໂປຮັບຮອງຕົວອັກສອນເພັດສະລາດເຂົ້າໃນຊອບແວສີນຄ້າຂອງບໍລິສັດ

ຂ້ອງກັບການນຳໃຊ້ ITC ໃຫ້ປອດໄພ, ໂດຍມອບໃຫ້ສູນ Microsoft Didital Crimes Uniit ເປັນຜູ້ຈັດຕັ້ງປະຕິບັດ.

- 5 - ລາວສະເໜີບໍລິສັດໄມໂຄຣຊອບສິງກະໂປຮັບຮອງຕົວອັກສອນເພັດສະລາດເຂົ້າໃນຊອບແວສີນຄ້າຂອງບໍລິສັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!