ລະນຶກເອົາວັນວິສາຄະບູຊາເຂົ້າສູ່ຈິດໃຈຂອງຊາວພຸດ.
ຕາມພຸດທະປະຫວັດໄດ້ກ່າວໄວ້ວ່າ: ພຣະພຸດທະເຈົ້າຊື່ເດີມເພິ່ນແຕ່ເກີດອອກມາແມ່ນສິດທັດທະ. ເວລາເພິ່ນເກີດອອກມາກໍແຕກຕ່າງຈາກຄົນທົ່ວໄປ ຄືມີແຂ້ວ 32 ເຫລັ້ມ ແລະ ຍ່າງໄດ້ 7 ບາດກ້າວ. ເມື່ອເຫັນວ່າເປັນຄົນແປກໝູ່ ຜູ້ເປັນພໍ່ກໍເລີຍເອົາໝໍໂຫນໝໍທວາຍ (ໝໍຫັກໄມ້ໄລ່ຍາມ) ມາດູມາເດົາເບິ່ງວ່າເມື່ອເຕີບໃຫຍ່ຂຶ້ນທ້າວ ສິດທັດທະ ຈະເປັນຄົນດີ ຫລື ຮ້າຍ. ບັນດາໝໍໂຫນໝໍທວາຍທັງຫລາຍຕ່າງກໍວິເຄາະຫັກໄມ້ໄລ່ຍາມຕາມຕໍາລາຂອງໃຜມັນ, ບາງຄົນກໍວ່າເມື່ອເພິ່ນໃຫຍ່ຂຶ້ນຈະໄດ້ເປັນເຈົ້າໂລກ, ບາງໝໍກໍວ່າຈະໄດ້ເປັນເຈົ້າຊີວິດປົກຄອງບ້ານເມືອງ, ມີໝໍໂຫນຜູ້ໜຶ່ງຊື່ ໂກນທັນຍະ ເວົ້າແປກໝູ່ວ່າເມື່ອພຣະອົງໃຫຍ່ຂຶ້ນຈະໄດ້ອອກບວດເປັນພຣະພຸດທະເຈົ້າວ່າຊັ້ນ !.
ເມື່ອເປັນດັ່ງວ່າ, ຜູ້ເປັນພໍ່ຄືເຈົ້າສຸດໂທທະນະ ກໍເປັນຫ່ວງ, ທັງໜ່ວງໜ່ຽວໃນຈິດໃຈວ່າບາດລູກໃຫຍ່ຂຶ້ນມາຢາກໃຫ້ມີຜູ້ສືບທອດເປັນເຈົ້າແຜ່ນດິນແທນ ຈຶ່ງຫາວິທີສຸບລ້ຽງ ໂດຍບໍ່ໃຫ້ເຫັນກັບໂລກພາຍນອກ. ເມື່ອເຕີບໃຫຍ່ຂຶ້ນມາເຖິງອາຍຸກະສຽນແລ້ວກໍແຕ່ງເມຍໃຫ້ຈົນວ່າໄດ້ລູກໜຶ່ງຄົນ. ນັບແຕ່ເຈົ້າສິດທັດທະໃຫຍ່ເປັນຊາຍຮູບງາມດໍາລົງຊີວິດຢູ່ໃນວັງ, ມີທັງເມຍ, ທັງລູກ, ມີນາງສະໝົມກົມມະວັງຄອຍເບິ່ງແຍງຖະໜຸຖະໜອມຈົນເຖິງຂັ້ນຍຸງບໍ່ໃຫ້ກັດ, ໝັດບໍ່ໃຫ້ຕອດ, ແມງງອດບໍ່ໃຫ້ດັ້ນ, ຢາກກິນຫຍັງກໍໄດ້ກິນ, ມີຄວາມສະໜຸກສຸກສໍາລານຈົນບໍ່ມີອັນໃດຈະມາປຽບໄດ້.
ມີໂອກາດຄັ້ງໜຶ່ງ, ເຈົ້າສິດທັດທະ ໄດ້ຂໍອະນຸຍາດອອກຈາກວັງເພື່ອທອດພະເນດຕາມຊານເມືອງອ້ອມແອ້ມ, ເມື່ອເດີນໄປເຫັນຄົນທຸກ, ເຫັນຄົນຂໍທານ, ເຫັນຄົນເຈັບ, ເຫັນຄົນລົ້ມຕາຍ, ເຫັນພວກໜຶ່ງກໍາລັງມ່ວນຊື່ນເລີຍແປກໃຈ ຈຶ່ງຕັ້ງບັນຫາຖາມຜູ້ໃກ້ຊິດເສນາບໍລິວານວ່າ: ນີ້ແມ່ນເຂົາເປັນຫຍັງກັນ ? ເຂົາເຮັດຫຍັງ ? ແຕ່ກໍໄດ້ຮັບຄໍາຕອບວ່າ: ນີ້ຄືສັງວຽນແຫ່ງຄວາມສຸກ, ຄວາມທຸກ ແລະ ຄວາມໂສກເສົ້າເສຍໃຈຂອງມະນຸດທີ່ເກີດມາໃນໂລກ, ທຸກສິ່ງຢ່າງທີ່ເກີດມາໃນໂລກບໍ່ມີສິ່ງໃດແນ່ນອນ, ມີເກີດແກ່ເຈັບຕາຍເປັນຂອງທໍາມະດາແລະ ບໍ່ມີໃຜຈະສາມາດຫລີກເວັ້ນໄດ້. ເມື່ອເຈົ້າສິດທັດທະເຫັນດັ່ງນັ້ນ ຈຶ່ງໄດ້ຕຶກຕອງຄົ້ນຄວ້າຄົ້ນຄິດ ແລະ ພະຍາຍາມອອກທ່ຽວຊົມໄປຫລາຍໆຄັ້ງກໍຍິ່ງເຫັນຄວາມທຸກຄວາມສຸກຂອງຄົນເຮົາແມ່ນບໍ່ມີສິ່ງໃດຈະທ່ຽງແທ້. ຜ່ານການວິເຄາະຄົ້ນຄວ້າຫລາຍຫລົບຫລາຍຕ່າວຈຶ່ງມາສະຫລຸບວ່າ: ບໍ່ວ່າຄົນ ຫລື ສັດເດຍລະສານ ຕະຫລອດຮອດວັດຖຸສິ່ງຂອງທີ່ເກີດມາໃນໂລກມີຄວາມຫຍຸ້ງຍາກລໍາບາກຢ່າງຫລວງຫລາຍ ອາດມີແຕ່ເຮົາທີ່ມີຄວາມສຸກຢູ່ໃນວັງ, ຄວາມສຸກຂອງເຮົາແມ່ນຢູ່ບົນຄວາມທຸກຂອງຄົນອື່ນ ຫລື ຫລາຍໆຄົນ ແລະ ຕໍ່ໄປເຮົາຈະບໍ່ເຮັດດັ່ງນີ້ເດັດຂາດ. ສຸດທ້າຍຮອດເວລາອັນຄວນເພິ່ນຈຶ່ງຕັດສິນໃຈລັກໜີຈາກວັງປະລູກປະເມຍໄປພ້ອມກັບອາສະໄນ ແລະ ນາຍສັນນະ. ເຈົ້າສິດທັດທະ ໜີເຂົ້າປ່າຮ່ອມຫ້ວຍພູ ເຂົາປະຕິບັດຕົນສະລະພັດຢ່າງ, ບາງຄັ້ງເຮັດຄືຄົນຂໍທານບ້າໄບ້ເສຍຈິດ, ທັງນັ່ງສະມາທິ, ທັງເດີນຈົມກົມເພື່ອສຶກສາໂລກທໍາມະຊາດ ແລະ ສັງຄົມ, ທຸກສິ່ງທຸກຢ່າງເພິ່ນຊອກຮູ້ຮໍ່າຮຽນດ້ວຍຕົນເອງ ຖືເອົາປາກົດການທາງທໍາມະຊາດ ແລະ ສັງຄົມເປັນມະຫາວິທະຍາໄລໃນການຮຽນຮູ້ທຸກສິ່ງທຸກຢ່າງໃນໂລກ. ເພິ່ນປະຕິບັດຕົນຢູ່ຢ່າງນັ້ນມາໄດ້ 6 ປີຈຶ່ງສາມາດຕັດສະຮູ້ (ເຖິງຍານ) ແລ້ວຮູ້ທຸກສິ່ງທຸກຢ່າງຢູ່ໃນຜືນພິພົບ, ຮູ້ອະນາຄົດເບື້ອງໜ້າເບື້ອງຫລັງໃຜຊິຕາຍໃຜຊິຍັງ, ຮູ້ຮອດພາສາສັດທຸກຊະນິດ, ທັງມີລິດເດດລືຊາ, ດໍາດິນບິນບົນ, ເຫາະເຫີນເດີນອາກາດ, ຄວາມຮູ້ຄວາມຫລັກສາລະພັດຢ່າງໃນດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ.
ໃນຫລັກທໍາຄໍາສັ່ງສອນຂອງເພິ່ນໄດ້ກາຍມາເປັນທໍາມະວິໄນສີ່ໝື່ນແປດພັນພະທໍາມະຂັນແລະ ມີອັນຍອດຍິ່ງອື່ນໆອີກ. ມາຮອດປັດຈຸບັນຖ້າຜູ້ໃດປະຕິບັດໄດ້ກໍສາມາດເຖິງຍານກາຍເປັນສາວົກຂອງເພິ່ນໄດ້. ສະຫລຸບແລ້ວ, ທຸກສິ່ງຢ່າງທີ່ເພິ່ນຮອບຮູ້ນັ້ນແມ່ນລ້ວນແຕ່ຖືເອົາການສຶກສາ, ສາມະທິ, ຮໍ່າຮຽນດ້ວຍຕົນເອງທັງນັ້ນ. ນີ້ຄືປະຫວັດຄວາມເປັນມາໂດຍສັງເຂບຂອງພຣະພຸດທະເຈົ້າທີ່ຜູ້ຂຽນໄດ້ລວດລັດຕັດຕອນມາເລົ່າສູ່ຟັງແບບພື້ນບ້ານ.
ຈາກຄຸນງາມຄວາມດີທີ່ບໍ່ມີໃຜຄື ແລະ ບໍ່ຄືໃຜ ຜູ້ຄົນທັງໂລກຈຶ່ງປະທານສາຍານາມເພິ່ນວ່າເປັນພຣະພຸດທະເຈົ້າ, ຈາກນັ້ນຄໍາສັ່ງສອນຂອງເພິ່ນຈຶ່ງກາຍເປັນລະບອບ ຫລື ນິກາຍການປົກຄອງທາງພຸດທະສາສະໜານັບແຕ່ມື້ມີພຣະພຸດເຈົ້າເປັນຕົ້ນມາຮອດປັດຈຸບັນແມ່ນໄດ້ 2560 ປີແລ້ວ ເນື່ອງຈາກພຣະພຸດທະເຈົ້າເປັນສາສະດາຈານເອກຂອງໂລກຜູ້ນັບຖື ກໍຄືຊາວພຸດທັງຫລາຍຈຶ່ງພາກັນເຄົາລົບນົບໄຫວ້ ແລະ ສັກກາລະບູຊາມາຮອດປັດຈຸບັນ. ໃນຄໍາສັ່ງສອນຂອງພຣະພຸດທະເຈົ້າ ຄືກົດລະບຽບ ຫລືວ່າ ກົດຫ້າມການກະທໍາໃນຊີວິດຂອງຄົນເຮົາຄື: ປານາ ຫ້າມບໍ່ໃຫ້ຂ້າສັດ, ອະທິນາ ຫ້າມບໍ່ໃຫ້ລັກ, ກາເມ ຫ້າມບໍ່ໃຫ້ຫລິ້ນຊູ້ສູ່ເມຍທ່ານ, ມຸສາ ຫ້າມບໍ່ໃຫ້ຕົວະ, ສຸຣາເມ ຫ້າມບໍ່ໃຫ້ດື່ມເຫລົ້າ ຫລື ສິ່ງມືນເມົາ. ນີ້ເພິ່ນເອີ້ນວ່າສິນຫ້າຂໍ້ ຖ້າຜູ້ໃດປະຕິບັດໄດ້ຜູ້ນັ້ນເຖິງຍານເປັນສາວົກຂອງພຣະພຸດທະເຈົ້າໄດ້.