ຊາວ​ພຸດ​ລາວ​ຮ່ວມ​ໃສ່​ບາດ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ພສ 2561 ດ້ວຍບັນຍາກາດຄືກຄື້ນ

ຊາວ​ພຸດ​ລາວ​ຮ່ວມ​ໃສ່​ບາດ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ພສ 2561 ດ້ວຍບັນຍາກາດຄືກຄື້ນ - give arm - ຊາວ​ພຸດ​ລາວ​ຮ່ວມ​ໃສ່​ບາດ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ພສ 2561 ດ້ວຍບັນຍາກາດຄືກຄື້ນ
ຊາວ​ພຸດ​ລາວ​ຮ່ວມ​ໃສ່​ບາດ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ພສ 2561 ດ້ວຍບັນຍາກາດຄືກຄື້ນ - kitchen vibe - ຊາວ​ພຸດ​ລາວ​ຮ່ວມ​ໃສ່​ບາດ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ພສ 2561 ດ້ວຍບັນຍາກາດຄືກຄື້ນ

​ເຊົ້າວັນ​ທີ 24 ຕຸລານີ້, ຊຶ່ງກົງ​ກັບ​ມື້ຂຶ້ນ 15 ຄໍ່າ​ເດືອນ 11 ພສ 2561 ​ເປັນ​ວັນ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ, ​ໂດຍ​ຊາວ​ພຸດທະສາສະນິກະຊົນລາວ​ໃນ​ທົ່ວ​ປະ​ເທດ​ ຕ່າງກໍໄດ້​ພ້ອມ​ພາກັນ​ໄປ​ທຳບຸນ​ໃສ່​ບາດ​ຖວາຍ​ສັງຄະ​ທານ​ແດ່​ພະສົງ​ສຳ​ມະ​ເນນ​ຢູ່​ຕາມ​ວັດວາອາ​ຮາມ​ຕ່າງໆ​ດ້ວຍ​ບັນຍາກາດ​ຄຶກຄື້ນ ​ແລະ ຮັບ​ຟັງ​ທຳ​ມະ​ເທດ​ສະໜາ ​ເພື່ອ​ຍຶດຖື​ເປັນ​ຫລັກ​ທຳ​ພື້ນຖານ​ໃນ​ການ​ດຳລົງ​ຊີວິດ​ທີ່​ຖືກຕ້ອງ ​ແລະ ປົກ​ປັກ​ຮັກສາ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ດັ່ງກ່າວ​ໃຫ້​ຄົງ​ຢູ່​ຄູ່​ຊາດ​ລາວ​ຕະຫລອດ​ໄປ ​ແລະ ​ໃນ​ຕອນບ່າຍ​ມື້ດຽວ​ກັນ ກໍ​ໄດ້​ມີ​ການ​ແຂ່ງຂັນ​ຊ່ວງເຮືອ​​ເພດ​ຍິງ​ ແລະ ​ຕອນ​ຄໍ່າກໍ​ມີ​ການ​ວຽນທຽນ​ຕາມ​ວັດວາອາ​ຮາມ​ຕ່າງໆ, ພ້ອມ​ດ້ວຍ​ປະ​ເພນີ​ລອຍກະໂທງ, ໄຫລ​ເຮືອ​ໄຟ​ທີ່​ສວຍ​ງາມ​ຕາມ​ສາຍນໍ້າຕ່າງໆ.

ອອກພັນສາໝາຍຄວາມວ່າ: ອອກຈາກການເຂົ້າບໍາເພັນກຸສົນ, ຮຽນຮູ້ຫລັກທໍາຕ່າງໆຂອງພະສົງມາເປັນເວລາ 3 ເດືອນເຕັມແລ້ວພະສົງສາມະເນນຈຶ່ງສາມາດໄປນອນຄ້າງຄືນຢູ່ຕາມວັດວາອື່ນໄດ້, ສ່ວນຄໍາວ່າ: ປະວໍລະນາ ແມ່ນການຍືດອາຍຸອອກໄປອີກ, ເຊິ່ງມີຄວາມໝາຍວ່າ: ການບອກໄວ້ລ່ວງໜ້າ ຫລື ຂໍອະນຸຍາດໄວ້ລ່ວງໜ້າ, ແມ່ນ​ການ​ເສີມ​ຂະຫຍາຍ​ມູນ​ເຊື້ອວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ ​ທີ່​ໄດ້​ສືບ​ທອດ​ກັນ​ມາ​ແຕ່​ບູຮານ​ນະ​ການ, ທັງ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ ​ແລະ ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ທ່ຽວ​ລາວ​ໃຫ້​ນັບ​ມື້ຫລາຍ​ຂຶ້ນ.

ຊາວ​ພຸດ​ລາວ​ຮ່ວມ​ໃສ່​ບາດ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ພສ 2561 ດ້ວຍບັນຍາກາດຄືກຄື້ນ - Visit Laos Visit SALANA BOUTIQUE HOTEL - ຊາວ​ພຸດ​ລາວ​ຮ່ວມ​ໃສ່​ບາດ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ພສ 2561 ດ້ວຍບັນຍາກາດຄືກຄື້ນ
ຊາວ​ພຸດ​ລາວ​ຮ່ວມ​ໃສ່​ບາດ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ພສ 2561 ດ້ວຍບັນຍາກາດຄືກຄື້ນ - 5 - ຊາວ​ພຸດ​ລາວ​ຮ່ວມ​ໃສ່​ບາດ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ພສ 2561 ດ້ວຍບັນຍາກາດຄືກຄື້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!