ສະພາຮັບຮອງເອົາກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນ ແລະ ກົດໝາຍວ່າດ້ວຍສະຖິຕິ


ຮ່າງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ແລະ ຮ່າງກົດໝາຍວ່າດ້ວຍສະຖິຕິ ໄດ້ຖືກນຳສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 11 ພຶດສະພານີ້, ເຫັນວ່າ ສສຊ ໄດ້ພິຈາລະນາ ແລະ ເປັນເອກະພາບຮັບຮອງເອົາກົດໝາຍທັງສອງສະບັບດັ່ງກ່າວດ້ວຍຄະແນນສຽງສ່ວນຫລາຍ.
ໃນພາກເຊົ້າຂອງວັນດັ່ງກ່າວ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ນຳສະເໜີ ຮ່າງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ຕໍ່ກອງປະຊຸມວ່າ: ການປັບປຸງຮ່າງກົດໝາຍສະບັບນີ້ ແມ່ນເພື່ອແນໃສ່ເຮັດໃຫ້ມີຄວາມຊັດເຈນ ເຂົ້າໃຈງ່າຍ, ກວມເອົາໝົດທຸກບັນຫາໃນການຄຸ້ມຄອງນ້ຳ ແລະ ຊັບພະຍາກອນນ້ຳ, ສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການໃນປັດຈຸບັນ ແລະ ວິໄສທັດຂອງແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສອດຄ່ອງກັບຫລັກການຂອງສາກົນ, ຊຶ່ງກົດໝາຍສະບັບປັດຈຸບັນມີ 49 ມາດຕາ, ແຕ່ເພື່ອເຮັດໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ການເມືອງ ແລະ ວັດທະນະທຳ-ສັງຄົມໃນອະນາຄົດ, ຈຶ່ງໄດ້ປັບປຸງດ້ວຍການໂຮມມາດຕາທີ່ມີການກ່ຽວພັນເຂົ້າກັນ ຈຶ່ງໄດ້ປັບປຸງມາເປັນ 28 ມາດ ຕາ, ໄດ້ຮັກສາໄວ້ 3 ມາດຕາ ແລະ ສ້າງຂຶ້ນໃໝ່ 67 ມາດຕາ ເພື່ອໃຫ້ສອດ ຄ່ອງກັບໂຄງສ້າງຂອງກົດໝາຍໃນສະພາບຕົວຈິງ ເຮັດໃຫ້ການຄຸ້ມຄອງ, ການປົກປັກຮັກສາ, ການນຳໃຊ້, ການພັດທະນາ ແລະ ຂຸດຄົ້ນນ້ຳ ແລະ ຊັບພະຍາ ກອນນ້ຳ ລວມທັງ ການສະກັດກັ້ນ ແລະ ຕ້ານຜົນເສຍຫາຍຈາກນ້ຳ ແລະ ບູ ລະນະຟື້ນຟູ ເພື່ອຮັບປະກັນຄຸນນະພາບ ແລະ ປະລິມານນໍ້າ ແລະ ຊັບພະຍາ ກອນນໍ້າ, ຫລຸດຜ່ອນຜົນກະທົບອັນບໍ່ດີຕໍ່ຊີວິດ, ສຸຂະພາບຂອງຄົນ, ສິ່ງທີ່ມີຊີ ວິດອື່ນໆ ແລະ ສິ່ງແວດລ້ອມ, ອຳນວຍຄວາມສະດວກໃນການຄຸ້ມຄອງ ແລະ ປົກປັກຮັກສານ້ຳ ແລະ ຊັບພະຍາກອນນ້ຳໃຫ້ຍືນຍົງ ແລະ ສອດຄ່ອງກັບສະພາບເສດຖະກິດ-ສັງຄົມຂອງຊາດ.
ສ່ວນໃນພາກບ່າຍຂອງວັນດັ່ງກ່າວ, ສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍສະຖິຕິ ສະບັບປັບປຸງ ພ້ອມທັງລົງຄະແນນສຽງຮັບຮອງເອົາກົດໝາຍສະບັບດັ່ງກ່າວດ້ວຍຄະແນນສຽງເປັນເອກະພາບ, ເມື່ອກົດໝາຍສະບັບໃໝ່ສຳເລັດ, ຈະເຮັດໃຫ້ວຽກງານສະຖິຕິໄດ້ຮັບການສ້າງ ແລະ ພັດທະນາຢ່າງເປັນລະບົບ, ທັນສະໄໝ, ໜັກແໜ້ນ ແລະ ມີປະ ສິດທິພາບ ແນໃສ່ຮັບປະກັນຂໍ້ມູນສະຖິຕິຄົບຖ້ວນ, ຊັດເຈນ, ທັນເວລາ ແລະ ສອດຄ່ອງກັບຄວາມເປັນຈິງ ສາມາດເປັນບ່ອນອີງໃຫ້ແກ່ການກຳນົດ ທິດທາງ ໜ້າທີ່ລວມ ຂອງແຜນພັດທະນາເດຖະກິດ-ສັງຄົມແຫ່ງຊາດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດໃຫ້ເຂັ້ມແຂງ, ຍຸຕິທຳ ແລະ ສີວິໄລໃນອະນາຄົດ, ຮ່າງກົດໝາຍສະບັບໃໝ່ນີ້ ປະກອບມີ: 10 ພາກ, 8 ໝວດ ແລະ 81 ມາດຕາ.