ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຄືນຂອງວັນທີ 10 ພຶດ ສະພານີ້, ຢູ່ເຂດບ້ານນາຜາສຸກ, ເມືອງໄຊທານີ ໄດ້ເກີດເຫດລົດຈັກຂັບຂີ່ມາດ້ວຍຄວາມໄວ ໄປຕຳເອົາທ້າຍລົດພວງທີ່ຈອດຢູ່ຂ້າງທາງຢ່າງຮຸນແຮງ, ສົ່ງຜົນໃຫ້ຜູ້ຂັບຂີ່ລົດຈັກດັ່ງກ່າວເສຍຊີວິດ 2 ຄົນ, ເຈົ້າໜ້າທີ່ໃຫ້ການສັນນິຖານວ່າ: ອາດເປັນຍ້ອນສະພາບເສັ້ນທາງດັ່ງກ່າວບໍ່ມີໄຟເຍືອງທາງ ແລະ ເປັນເສັ້ນທາງຄັບແຄບ ຈຶ່ງເຮັດໃຫ້ອຸປະຕິເຫດເກີດຂຶ້ນໄດ້ງ່າຍ, ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ຍັງຈະໄດ້ມີການສືບສວນ-ສອບສວນ ແລະ ສອບຖາມຜູ້ພົບເຫັນເຫດການ ເພື່ອດຳເນີນຄະດີດັ່ງກ່າວ.
ຂ່າວໃຫ້ຮູ້ອີກວ່າ: ຄ້າຍແລງຂອງດຽວກັນ, ຢູ່ບ້ານໄຊສີ, ເມືອງໄຊເສດຖາ ແຂວງອັດຕະປື ກໍໄດ້ເກີດເຫດລົດໃຫຍ່ຕຳເອົາລົດຈັກຢ່າງຮຸນແຮງ ເຮັດໃຫ້ລົດໃຫຍ່ປິ້ນລົງຂ້າງທາງ ແລະ ຜູ້ຂັບຂີ່ຈັກເສຍຊີວິດຄາທີ່.