ບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ຈົ່ງຊ່ວຍກັນປະຢັດ ແລະ ຕ້ານການຟູມເຟືອຍ

- 2258444 - ບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ຈົ່ງຊ່ວຍກັນປະຢັດ ແລະ ຕ້ານການຟູມເຟືອຍ
- kitchen vibe - ບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ຈົ່ງຊ່ວຍກັນປະຢັດ ແລະ ຕ້ານການຟູມເຟືອຍ

ໂດຍ: ທ່ຽງທຳ   

ສະບາຍດີ, ເພື່ອນຜູ້ອ່ານທີ່ ຮັກແພງ, ໃນຊ່ວງໄລຍະເຂົ້າພັນ ສາທ່ຽງທຳ ມີຄວາມດີໃຈນຳ ເພື່ອນຜູ້ອ່ານເຮົາໃນສ່ວນຫລາຍ ໃຜໆ ກໍງົດເຫລົ້າງົດເບຍ, ເວົ້າ ລວມກໍມີການຜ່ອນຜັນຕໍ່ສິ່ງມືນ ເມົາດັ່ງກ່າວ, ແຕ່ໃນຂະນະດຽວ ກັນກໍໜ້າເປັນຫວ່ງເພາະຫລາຍ ຄົນກໍຍັງໃຫ້ຄວາມຫວັງວ່າ: “ອອກພັນສາກ່ອນ” ຈິ່ງສະ ຫລອງກັນໃຫ້ສະໃຈເພາະອົດມາ 3 ເດືອນແລ້ວ ແລະ ມີກຳນົດນີ້ ກໍ ຈະໝູນວຽນມາຮອດແລ້ວໃນ ວັນທີ 24 ຕຸລານີ້, ເຊິ່ງກົງກັບມື້ ຂຶ້ນເພັງ 15 ຄ່ຳເດືອນ 11 ລາວ ກໍເປັນມື້ອອກພັນສາປະວໍລະນາ ພສ 2561 ແລະ ຢູ່ຫລາຍເຂດ ແຂວງຂອງປະເທດເຮົາກໍຈະມີ ການຄົບງັນ, ຕັກບາດຍາດນ້ຳ ຖວາຍສັງຄະທານຕາມຮີດຄອງ ປະເພນີທີ່ເຄີຍປະຕິບັດມາແຕ່ບູ ຮານນະການຂອງພຸດທະສາ ສະນິກະຊົນເຮົາ ແລະ ຕໍ່ມາມື ແຮມ 1 ຄ່ຳ ເດືອນ 12 ລາວກໍ ຈະມີການແຂ່ງຂັນຊ່ວງເຮືອຕາມ ຮີດຄອງເພື່ອເປັນການສ້າງບັນ ຍາກາດເບີກບານມ່ວນຊື່ນສະ ເຫລີມສະຫລອງຜົນຜະລິດ ລະດູຝົນ ແລະ ເຕົ້າໂຮມຄວາມ ສາມັກຄີຂອງທົ່ວປວງຊົນລາວ ທັງຊາດ.

- Visit Laos Visit SALANA BOUTIQUE HOTEL - ບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ຈົ່ງຊ່ວຍກັນປະຢັດ ແລະ ຕ້ານການຟູມເຟືອຍ

ແຕ່ໃນຂະນະດຽວກັນນັ້ນ, ພວກເຮົາຕ້ອງມີສະຕິ, ຫລິ້ນ ກິນແນວໃດໃຫ້ພໍດີພໍງາມບົນ ຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟູມເຟືອຍໂດຍສະ ເພາະປີນີ້ເປັນປີທີ່ປະເທດເຮົາ ປະສົບກັບໄພນ້ຳຖ້ວມຢ່າງຮ້າຍ ແຮງນັບແຕ່ເໜືອຮອດໃຕ້, ສ້າງ ຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນ ຈຳນວນມະຫາສານ ໂດຍສະ ເພາະເຫດຮ້າຍເຂື່ອນແຕກຢູ່ ເມືອງສະໜາມໄຊ ແຂວງອັດຕະ ປື, ຈົນມາຮອດປັດຈຸບັນກໍຍັງ ແກ້ບໍ່ຕົກ, ຫລາຍຄອບຄົວຍັງ ບໍ່ທັນມີເຮືອນຢູ່ໝັ້ນຄົງ, ເຂົ້າປາ ອາຫານຕ້ອງອາໄສການຊ່ວຍ ເຫລືອຂອງລັດຖະບານ, ໃນຂະ ນະປະເທດເຮົາກໍພວມປະສົບ ກັບຄວາມຫຍຸ້ງຍາກທາງດ້ານ ເສດຖະກິດເປັນບໍ່ໜ້ອຍ.

ດັ່ງນັ້ນການເປັນເຈົ້າຕົນ ເອງຫລິ້ນກິນແນວໃດ, ດື່ມແນວ ໃດໃຫ້ພໍດີພໍງາມປະຢັດມັດທະ ຍັດແຕ່ໄດ້ທັງຄວາມເບີກບານ ມວນຊື່ນ, ຄວາມສາມັກຄີຮັກ ແພງນັ້ນແມ່ນສິ່ງດີເລີດຂອງ ຊາວພຸດທະສາສະນິກະຊົນເຮົາ ແລະ ຢາຄິດວ່າມືໃດອອກພັນ ສາແລ້ວເຮົາຈະກິນ, ຈະດື່ມຈົນ ບໍ່ຮູ້ທາງເມືອເຮືອນ ຫລື ຮ້າຍ ແຮງກວ່ານັ້ນກໍມັກຈະມີອຸປະຕິ ເຫດຕາມມາກໍດັ່ງຕົວເລກສະຖິ ຕິການເກີດອຸປະຕິເຫດຢູ່ປະເທດ ເຮົາໂດຍສ່ວນໃຫຍ່ແມ່ນມາ ຈາກການດື່ມສິ່ງມືນເມົາ, ທັງ ເສຍເງິນຄຳເສຍໂມງເວລາ ແລະ ສິ່ງຫາຍຍະນະອື່ນໆ.

ຢ່າງຄາດເດົາບໍ່ໄດ້ ແລະ ໃນບົດແຈ້ງການຂອງເຈົ້າໜ້າ ທີ່ຮັກສາຄວາມສະຫງົບກໍໄດ້ ຫ້າມ ແລະ ເຕືອນໃຫ້ມວນຊົນ ມີສະຕິໃນການຄົບງັນບຸນປະເພ ນີ ດັ່ງກ່າວໃຫ້ແທດເໝາະກັບ ວັດທະນະທຳອັນດີງາມຂອງ ຊາດ, ສອດຄ່ອງກັບນ້ຳໃຈປະ ຢັດມັດທະຍັດ ແລະ ຕ້ານການ ຟູມເຟືອຍອື່ນໆ ແລະ ຢາກເຮັດ ໄດ້ແນວນີ້ເບື້ອງລັດ ແລະ ອຳ ນາດການປົກຄອງເຮົາກໍຕ້ອງ ເປັນແບບຢ່າງບໍ່ໝາຍຄວາມ ວ່າຮອດງານໃດໜຶ່ງແລ້ວກໍ ສວຍໂອກາດເຮັດໃບສະເໜີຂໍ ອຸປະຖຳຕ່າງໆ ຢ່າງບໍ່ສົມເຫດ ສົມຜົນ ແລະ ຄຽງຄູ່ກັນນັ້ນກໍ ຕ້ອງເອົາໃຈໃສ່ຄຸ້ມຄອງດ້ານ ສະບຽບອາຫານ ແລະ ລາຄາ ສິນຄ້າ, ຄ່າບໍລິການຕ່າງໆ ໃຫ້ ຢູ່ໃນເກນປົກກະຕິ ເພື່ອບໍ່ໃຫ້ມີ ການສວຍໂອກາດປັ່ນປ່ວນລາ ຄາ ແລະ ເຮັດໃຫ້ຄ່າຄອງຊີບ ຂອງສັງຄົມຖີບຕົວສູງຂຶ້ນ, ນີ້ ແມ່ນສິ່ງທີ່ດີທີ່ສຸດຂອງການປະ ຢັດມັດທະຍັດ ແລະ ຕ້ານການ ຟູມເຟືອຍຢ່າງມີຜົນ./.

ປະເພນີຕ່າງໆ ໃນງານບຸນອອກພັນສາ-ປະວໍລະນາ2018/

ປະເພນີບຸນອອກພັນສາ2018/

- 2258444 - ບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ຈົ່ງຊ່ວຍກັນປະຢັດ ແລະ ຕ້ານການຟູມເຟືອຍ

- 3 - ບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ຈົ່ງຊ່ວຍກັນປະຢັດ ແລະ ຕ້ານການຟູມເຟືອຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!