ຜົນກວດສອບໄດ້ແກ້ໄຂສະພາບຫຍໍ້ທໍ້ໃນຂົງເຂດງົບປະມານ-ການເງິນຫລຸດລົງ




ທ່ານປະທານອົງການກວດສອບແຫ່ງລັດ ນາງ ວຽງທອງ ສີພັນດອນ ໃຫ້ຮູ້ວ່າ: ຜົນການກວດສອບໄດ້ສ້າງສະຕິເຄົາລົບກົດໝາຍ, ວິໄນແຜນການ ແລະ ການເງິນໃຫ້ແກ່ຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນດີຂຶ້ນເປັນລໍາດັບ, ຊຶ່ງຕະຫລອດໄລຍະ 5 ປີຜ່ານມາອົງການກວດສອບແຫ່ງລັດໄດ້ສະເໜີຫລາຍມາດຕະການ ແລະ ວິທີການແກ້ໄຂບັນດາຫົວໜ່ວຍທີ່ກວດພົບດ້ານລາຍຮັບທີ່ໄດ້ຈາກການຄຸ້ມຄອງບັນຊີເງິນຝາກນອກລະບົບຢູ່ທະນາຄານທຸລະກິດ, ອົງການບໍລິຫານວິຊາການ, ເງິນກອງທຶນລັດ, ການຍົກເວັ້ນພາສີ-ອາກອນຈໍານວນຫລາຍ, ການຈັດເກັບລາຍຮັບທີ່ດິນ, ການເຊົ່າ ແລະ ສໍາປະທານດິນລັດ, ລາຍຮັບຈາກການຂາຍໄມ້ ແລະ ອື່ນໆ. ສ່ວນລາຍຈ່າຍແມ່ນກວດເຫັນນໍາບັນດາໂຄງການນອກແຜນ-ເກີນແຜນສະພາແຫ່ງຊາດຮັບຮອງ, ໂຄງການບໍ່ມີການປະມູນຕາມລະບຽບກົດໝາຍ, ການອວ່າຍທຶນໂຄງການບໍ່ຖືກຕ້ອງຕາມຫລັກການຂຶ້ນແຜນ, ການຊໍາລະໜີ້ໂຄງການລົງທຶນຂອງລັດດ້ວຍເງິນສົດ ແລະ ການອອກພັນທະບັດ, ການອວ່າຍໜີ້ສາມແຈບໍ່ຖືກຫລັກການສ້າງແຜນງົບປະມານລັດ, ການນໍາໃຊ້ເງິນລາຍຮັບວິຊາການບໍ່ລວມສູນ ແລະ ອື່ນໆ, ໄດ້ກວດເຫັນສະພາບການຄຸ້ມຄອງທະນາຄານແຫ່ງລັດ ແລະ ທະນາຄານທຸລະກິດຂອງລັດມີໜີ້ສີນຈໍານວນຫລວງຫລາຍ, ລະບົບການຄວບຄຸມພາຍໃນບໍ່ຮັດກຸມ, ການຄຸ້ມຄອງລາຍຈ່າຍມີລັກສະນະຟູມເຟືອຍສົ່ງຜົນກະທົບຕໍ່ຖານະການເງິນ ແລະ ຄວາມໝັ້ນຄົງທາງດ້ານການເງິນ-ເງິນຕາ, ໄດ້ກວດເຫັນສະພາບການຄຸ້ມຄອງຫົວໜ່ວຍຂອງລັດມີສະພາບຂາດທຶນຢ່າງຕໍ່ເນື່ອງ, ປະສິດທິພາບ ແລະ ປະສິດທິຜົນບໍ່ສູງ, ລາຍຈ່າຍບໍລິຫານ, ເງິນເດືອນ ແລະ ຈ່າຍໂຄສະນາທີ່ເປັນລາຍຈ່າຍທາງອ້ອມມີລັກສະນະຊະຊາຍຟູມເຟືອຍ, ບໍ່ມີນິຕິກໍາຮອງຮັບຢ່າງຊັດເຈນ, ສົ່ງຜົນໃຫ້ຫົວໜ່ວຍທຸລະກິດຂອງລັດຈໍານວນຫລາຍຢູ່ໃນສະພາບຂາດທຶນ ແລະ ທຶນທີ່ລັດຖະບານປະກອບໃຫ້ຫລຸດລົງບໍ່ເກີດດອກອອກຜົນ. ນອກຈາກນີ້ການບໍລິຫານຄຸ້ມຄອງເງິນກູ້ຢືມ ແລະ ຊ່ວຍເຫລືອລ້າຈາກຕ່າງປະເທດຍັງມີສະພາບການຈັດຊື້-ຈັດຈ້າງບໍ່ຄົບຕາມຂັ້ນຕອນຕົກລົງ, ການຄຸ້ມຄອງຊັບສີນໂຄງການ, ການແຕ່ງຕັ້ງພະນັກງານຄຸ້ມຄອງໂຄງການ, ການຈ່າຍເງິນຮ່ວງບໍລິຫານບໍ່ຖືກຕາມກົດໝາຍ ແລະ ຍ້ອນຜົນການກວດສອບທີ່ສະແດງໃຫ້ເຫັນດັ່ງກ່າວນັ້ນ, ສະພາແຫ່ງຊາດ ແລະ ລັດຖະບານຈຶ່ງໄດ້ອອກມະຕິ, ຄໍາສັ່ງ ແລະ ແຈ້ງການຕ່າງໆ ເພື່ອກໍານົດມາດຕະການແກ້ໄຂ, ເຮັດໃຫ້ສາມາດເກັບກູ້ ແລະ ຮຽກເກັບເງິນຄືນເຂົ້າສູ່ງົບປະມານແຫ່ງລັດເປັນຈໍານວນຫລາຍດ້ວຍເງິນສົດ ແລະ ການຈົດຮັບ-ຈົດຈ່າຍຜ່ານລະບົບງົບປະມານລັດ, ບັນດາປະກົດການລະເມີດວິໃນແຜນການ-ການເງິນ ໄດ້ຄ່ອຍໆຖືກຈໍາກັດ ແລະ ຫລຸດລົງເທື່ອລະກ້າວ, ສາມາດແກ້ໄຂປະກົດການຫຍໍ້ທໍ້ທາງດ້ານການເງິນ-ງົບປະມານ, ແກ້ໄຂບັນຫາພະນັກງານທີ່ສໍ້ລາດບັງຫລວງເປັນຈໍານວນບໍ່ໜ້ອຍນັບແຕ່ສູນກາງ ແລະ ທ້ອງຖິ່ນ. ຜົນກວດສອບໄດ້ເຮັດໃຫ້ສະພາແຫ່ງຊາດ, ລັດຖະບານ, ກະຊວງ, ຂະແໜງການ, ບັນດາແຂວງ ແລະ ນະຄອນຫລວງ ໄດ້ມີການຮີບຮ້ອນປັບປຸງແກ້ໄຂ, ປ່ຽນແປງ, ລົບລ້າງ ແລະ ສ້າງນິຕິກໍາໃໝ່ຫລາຍສະບັບເພື່ອອັດຊ່ອງຫວ່າງ, ທັງເປັນການສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂະແໜງການ.