ທ່ານນາຍົກລັດຖະມົນຕີສຳເລັດການຢ້ຽມຢາມມາເລເຊຍ




ໃນລະຫວ່າງການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ມາເລເຊຍໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດທີ່ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ. ສອງຝ່າຍຍັງໄດ້ປຶກສາຫາລືກັນກ່ຽວກັບການຮ່ວມມືໃນດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄ້າ-ການລົງທຶນ, ການເງິນ-ທະນາຄານ, ຄົມມະນາຄົມ ແລະ ຂົນສົ່ງ, ການທ່ອງທ່ຽວ, ສາທາລະນະສຸກ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ. ຈາກນັ້ນ, ທ່ານນາຍົກລັດຖະມົນຕີທັງສອງປະເທດໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີແຫ່ງ ສປປ ລາວ ແລະ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງມາເລເຊຍ.
ໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະໄດ້ເຂົ້າຢ້ຽມຂໍ່ານັບສົມເດັດ ຢັງດິ ເປີ ຕວນ ອາກົງ ທີ 15 ຊຸນຕານມູຮຳມັດທີ 5 ພະຣາຊາທິບໍດີແຫ່ງມາເລເຊຍ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາພົບປະນັກທຸລະກິດມາເລເຊຍ-ລາວ ເພື່ອເຜີຍແຜ່ນະໂຍບາຍດ້ານການລົງທຶນຂອງສອງປະເທດ, ພ້ອມນໍາສະເໜີກາລະໂອກາດການເຮັດທຸລະກິດ ແລະ ການລົງທຶນເຊິ່ງກັນ ແລະ ກັນອີກດ້ວຍ.