

ວັນທີ 10 ພຶດສະພານີ້, ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະເໜີກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII, ທີ່ປະກອບມີ 9 ພາກ, 9 ໝວດ ແລະ 74 ມາດຕາ ແລະ ສສຊ ເຫັນດີເປັນເອກະພາບກັນຮັບຮອງເອົາກົດໝາຍດັ່ງກ່າວ ເພື່ອນຳໃຊ້ເປັນນິຕິກຳທີ່ເປັນເຄື່ອງມືອັນສຳຄັນໃນການຄຸ້ມຄອງການເຄື່ອນໄຫວ, ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນໃຫ້ປະສິດທິພາບສູງ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ມີຄວາມຍຸຕິທຳ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງ ເຮັດໃຫ້ການເຂົ້າເຖິງການບໍລິການທາງດ້ານກົດໝາຍຕາມຂະບວນການຍຸຕິທຳຂອງປະຊາຊົນບັນດາເຜົ່າມີຄວາມສະດວກ, ກະທັດຮັດວ່ອງໄວ, ໂປ່ງໃສ ແລະ ຮັບປະກັນຄວາມຍຸຕິທຳໃນສັງຄົມ ສາມາດອຳນວຍຄວາມສະດວກໃຫ້ແກ່ອົງການສືບສວນ-ສອບສວນ ແລະ ອົງການຈັດຕັ້ງອື່ນໆໃນການປະສານສົມທົບວຽກງານດ້ານຕ່າງໆໄດ້ດີຂຶ້ນ. ນອກນີ້ ຍັງເປັນການພັດທະນາປັດໃຈພາຍໃນ ລວມທັງກົດໝາຍ ແລະ ບັນດານິຕິກຳລຸ່ມກົດໝາຍຢ່າງເປັນເຈົ້າການ, ສ້າງເງື່ອນໄຂເອື້ອຍອຳນວຍຄວາມສະດວກທີ່ດີ, ສາມາດເຊື່ອມໂຍງພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ບົດຮຽນ, ເຕັກໂນໂລຊີ ມາພັດທະນາວຽກງານໄອຍະການປະຊາຊົນຕາມທິດກ້າວໜ້າ ແລະ ທັນສະໄໝເທື່ອລະກ້າວຕາມແຜນແມ່ບົດ ແລະ ວິໄສທັດຮອດປີ 2030, ຍຸດທະສາດປີ 2025 ແລະ ແຜນພັດທະນາ 5 ປີ 2016-2020 ອີກດ້ວຍ.