ການພັດທະນາສື່ ຜ່ານການສ້າງຕົວແບບ
ໂດຍ: ຈານແຫຍ່
ໃນປັດຈຸບັນຄຳວ່າ “ຕົວ ແບບ” ຫລື ຄວາມເປັນ“ ແບບ ຢ່າງ” ນັ້ນພວກເຮົາເຄີຍຟັງຈົນ ໄນ່ຫູ ແລະ ເຄີຍໄດ້ເວົ້າບໍ່ເຫືອດ ປາກເຊັ່ນ ຄຳວ່າພະນັກງານ- ສະມາຊິກພັກຕ້ອງເປັນຕົວ ແບບ, ບຸກຄົນລະດັບຫົວໜ້າ ຕ້ອງເປັນແບບຢ່າງໄປກ່ອນ ເຮັດກ່ອນ.
ເລື່ອງນີ້ບໍ່ໄດ້ເວົ້າລ້າ ແຕ່ມີ ໜໍ່ແໜງ “ຕົວແບບ” ໃນສາຂາ ອາຊີບຕ່າງໆ ໄດ້ປົ່ງຂຶ້ນປານ ເຫັດປວກໃນ ຍາມຝົນເຊັ່ນຊາວ ນາ-ຊາວສວນຕົວແບບ, ບ້ານ ຕົວແບບ, ກຳມະກອນຕົວແບບ ແລະ ກໍມີຫລາຍໆ ຊື່ທີ່ມີຄວາມ ໝາຍດຽວກັບ ຄຳວ່າ “ຕົວ ແບບ” ເຊັ່ນບ້ານວັດທະນະທຳ, ບ້ານປອດຄະດີ, ບ້ານພັດທະນາ ດັ່ງນີ້ເປັນຕົ້ນ.
+ ຢາກໃຫ້ລະບົບສື່ສານມີສັນຍານທຸກພື້ນທີ່2018/
+ ເຖິງຄາວລັດຕ້ອງໄດ້ສະໜັບສະໜູນທຶນຮອນຊ່ວຍສື່ເຮົາຫລາຍຂຶ້ນ2018/
ທາງເບື້ອງ ສິລະປິນ ນັ້ນ ກໍມີຊື່ສະເພາະທີ່ວັດແທກຄວາມ ເປັນຕົວແບບ-ຄວາມເປັນແບບ ຢ່າງເຊັ່ນ: ນາມມະຍົດສິລະ ປິນດີເດັ່ນ, ສິລະປິນແຫ່ງຊາດ. ແຕ່ກໍແປກວ່າທາງເບື້ອງນັກ ຂ່າວ ຫລື ມື ຄໍລຳບົດຍັງບໍ່ມີ ຊັ້ນຫລືບ ຫລື ເຄື່ອງໝາຍຂອງ ຄວາມເປັນຕົວແບບນຳໝູ່.
ຜ່ານມາເຄີຍມີຜູ້ໃຫ້ຂໍ້ ຄິດວ່າ ເບື້ອງນັກຂ່າວ- ນັກ ຂຽນບົດກໍຄວນມີນາມມະຍົດ ມີຊື່ຕຳແໜງ ວິຊາການ ທີ່ບົ່ງ ບອກເຖິງຄຸນນະພາບ ຫລື ຄວາມ ເປັນມືອາຊີບ.
ຈານແຫຍ່ ວ່າຄິດແບບ ນີ້ຖືກຕ້ອງແຕ່ກໍບໍ່ຈຳເປັນຕ້ອງ ເຮັດແບບ “ປາດແປະ” ກັບ ຕົວແບບໃນສາຂາອາຊີບອື່ນ ກໍໄດ້ອາດເລີ່ມຈາກວິທີງາຍໆ ກໍຄືໃນວົງການສື່ຂອງພວກ ເຮົາຕ້ອງມີລະບົບຕີລາຄາຜົນ ງານກັນຢ່າງຈິງຈັງກ່ຽວກັບຄຸນ ນະພາບຂອງຂ່າວຂອງບົດວ່າ ໃນປີໜຶ່ງໆ ນັ້ນມີບົດມີຂ່າວໃດ ແດ່ທີ່ຂຽນໄດ້ດີມີອິດທິພົນຕໍ່ ຫາງສຽງ, ມີພະລັງຊຸກຍູ້ໃຫ້ມີ ການປ່ຽນແປງສູ່ສິ່ງທີ່ດີ.
ຈາກນັ້ນກໍຕີລາຄາບຸກ ຄົນຜູ້ຂຽນຂ່າວກໍຄືເຈົ້າຂອງ ບົດ. ກວ້າງໄປກວ່ານັ້ນກໍຄື ການສ້າງຕັ້ງໜ່ວຍງານວິຈານ ຂ່າວ-ບົດ, ຕ່າງໆ ທີ່ລົງໃນສື່ ລວມທັງຄໍລຳປະຈຳ. ໜ່ວຍງານ ຫລື ບຸກຄົນຮັບຜິດຊອບເລື່ອງ ນີ້ມີບົດທີ່ຕິດຕາມຜົນງານ ການຂຽນ ຂ່າວ-ບົດ, ຕິດຕາມ ຫາງສຽງຕໍ່ບົດດັ່ງກ່າວ. ຢາກ ຕິດຕາມຕີລາຄາໄດ້ດີກໍຕ້ອງ ກຳໄດ້ວ່າ ຄໍລຳຕ່າງໆ ນັ້ນເລີ່ມ ແຕ່ເວລາໃດ, ມີຄົນນິຍົມຊົມ ຊອບຫລາຍປານໃດ.
ຕົວຢ່າງຄໍລຳ “ຊີວິດ ແລະ ກົດໝາຍ” ໃນໜັງສືພິມ “ປະ ເທດລາວ” ຫລື ຄໍລຳ “ນາໆ ສາລະ” ໃນໜັງສືພິມ “ວຽງ ຈັນໃໝ່” ລາມໄປເຖິງຄໍລຳ “Streetwise” ໃນວຽງຈັນ ທາມ ວ່າເປັນຫຍັງຄໍລຳເຫລົ່ານີ້ ຈຶ່ງໄດ້ຮັບຄວາມນິຍົມຊົມຊອບ ແລະ ຢູ່ໄດ້ນານ.
ການສ້າງຕົວແບບໃນວົງ ການຄົນສື່ນີ້ ຈານແຫຍ່ ວ່າບໍ່ຕ້ອງ ຄິດຍາກເອົາພຽງແຕ່ໃຫ້ມີການ ສະຫລຸບ ຕີລາຄາບົດປະຈຳປີ ຫລື ປະຈຳບັ້ນກໍໄດ້ເຊັ່ນ ມີບົດໃດ ແດ່ທີ່ເປັນຕົວແບບໃນການສະ ເໜີເຫດການໄພພິບັດນ້ຳຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດ ຕະປື ເຊິ່ງເປັນບົດທີ່ເວົ້າຄວາມ ຈິງ, ເປັນບົດທີ່ມີພະລັງໃນການ ປຸກລະດົມນ້ຳໃຈຊ່ວຍເຫລືອ ເກື້ອກູນກັນ, ເປັນບົດທີ່ສາມາດ ຕີຖອຍການໂຄສະນາໃສ່ຮ້າຍ ປ້າຍສີຂອງພວກບໍ່ດີ.
ຈານແຫຍ່ວ່າ ຖ້າເຮັດໄດ້ໃນ ແຕ່ລະທ້າຍປີ, ໜັງສືພິມ- ວາລະ ສານ ຄວນອຸທິດພື້ນທີ່ອັນແນ່ ນອນ ເພື່ອສັງລວມ ແລະ ຕີລາຄາ ຄຸນນະພາບຂອງບົດຂ່າວ-ບົດ ຄວາມ, ສະຫລຸບຫາງສຽງຕໍ່ ເນື້ອໃນຂອງບົດດັ່ງກ່າວຢ່າງ ເລິກເຊິ່ງ, ບໍ່ຄວນເປັນບົດຂອບ ໃຈ, ຕີລາຄາລວມໆ ແລະ ອວຍ ພອນເນື່ອງໃນໂອກາດສົ່ງທ້າຍ ປີເກົ່າຕ້ອນຮັບປີໃໝ່.
ການຕີລາຄາຂ່າວ-ບົດ ຂຽນນັ້ນຕ້ອງອີງໃສ່ ທັດສະ ນະ- ຫລັກການຂອງການຂຽນ ຂ່າວ-ບົດ ແລະ ອີງໃສ່ເຫດການ ສຳຄັນທີ່ເກີດຂຶ້ນໃນປີນັ້ນໆ.
ຈານແຫຍ່ ວ່າຖ້າເຮັດໄດ້ ພຽງສ່ຳນີ້ ພວກເຮົາກໍຈະມີ ຂ່າວ-ບົດ ທີ່ເປັນຕົວແບບໃຫ້ ນັກຂ່າວຂອງພວກເຮົາຖືເປັນ ບົດຮຽນ./.