ດ່ານຂົວມິດຕະພາບ ໄທ-ລາວ ນຳໃຊ້ Auto Channel

- 18403179 653526821517768 378044536249544706 n - ດ່ານຂົວມິດຕະພາບ ໄທ-ລາວ ນຳໃຊ້ Auto Channel
- kitchen vibe - ດ່ານຂົວມິດຕະພາບ ໄທ-ລາວ ນຳໃຊ້ Auto Channel

- 18403179 653526821517768 378044536249544706 n 300x180 - ດ່ານຂົວມິດຕະພາບ ໄທ-ລາວ ນຳໃຊ້ Auto Channel
    ດ່ານກວດຄົ້ນເຂົ້າເມືອງຈັງຫວັດໜອງຄາຍ ເປີດໃຊ້ລະບົບ “ອໍໂຕຊາແນວ” ໃນມໍ່ໆນີ້ ພາຍຫລັງສຳນັກງານ ກວດຄົນເຂົ້າເມືອງເລືອກເປັນດ່ານແຫ່ງທຳອິດໃຊ້ລະບົບດັ່ງກ່າວ ເພື່ອອຳນວຍຄວາມສະດວກໃຫ້ຄົນເດີນທາງ ເຂົ້າ-ອອກປະເທດສະດວກ ໄວທັນໃຈ.

ຜູ້ສື່ຂ່າວລາຍງານວ່າ: ທີ່ດ່ານຂົວມິດຕະພາບ ໄທ-ລາວ ແຫ່ງທີ 1 ໜອງຄາຍ ໄດ້ທົດລອງລະບົບໃຊ້ລະບົບອໍ ໂຕຊາແນວ (Auto Channel) ສຳລັບກວດໜັງສືເດີນທາງຂອງປະຊາຊົນທີ່ຈະເດີນທາງເຂົ້າ-ອອກປະເທດ ໂດຍ ຕິດຕັ້ງໄວ້ຢູ່ດ່ານຂາອອກ 2 ເຄື່ອງ ແລະ ດ່ານຂາເຂົ້າປະເທດ 1 ເຄື່ອງ ໂດຍດ່ານໜອງຄາຍເປັນດ່ານແຫ່ງທຳອິດ ທີ່ດຳເນີນການຄ້າຍກັບສະໜາມບິນສຸວັນນະພູມ ເນື່ອງຈາກເປັນດ່ານໃຫຍ່ ມີຄົນເດີນທາງເຂົ້າ-ອອກປະເທດໃນ ແຕ່ລະວັນເປັນຈຳນວນຫລາຍ ແລະ ຕິດກັບນະຄອນຫລວງວຽງຈັນ ສປປ ລາວ ຈຶ່ງຕ້ອງມີການບໍລິການ ແລະ ອຳນວຍຄວາມສະດວກແກ່ປະຊາຊົນໃຫ້ໄດ້ຫລາຍທີ່ສຸດ ໂດຍມີການໃຊ້ລະບົບເຕັກໂນໂລຊີຂໍ້ມູນກັບສຳນັກງານ ກວດຄົນເຂົ້າເມືອງເປັນລະບົບກວດສ່ວນບຸກຄົນທີ່ໄດ້ມາດຕະຖານ ສາມາດກວດສອບຂໍ້ມູນໄດ້ທັນທີ.

- Visit Laos Visit SALANA BOUTIQUE HOTEL - ດ່ານຂົວມິດຕະພາບ ໄທ-ລາວ ນຳໃຊ້ Auto Channel

ສ່ວນຂັ້ນຕອນໃນການກວດມີ 2 ຂັ້ນຕອນ ຫລັງຈາກກວດພາສະປອດແລ້ວ ຄົນເດີນທາງຈະເຂົ້າສູ່ຊ່ອງກວດ ແລະ ຖ່າຍພາບ ເພື່ອປຽບທຽບຮູບຖ່າຍກັບຂໍ້ມູນໃນລະບົບ ແລະ ໃນຮູບພາສະປອດ, ສ່ວນຂັ້ນຕອນທີ 2 ເປັນ ການສະແກນລາຍນິ້ວມື ເປັນການກວດສອບໃນດ້ານຄວາມປອດໄພ ໂດຍສະເພາະກັບບຸກຄົນທີ່ມີໝາຍຈັບ ຫລື ບັນຊີດຳຫາກເດີນທາງມາເຂົ້າເຄື່ອງອໍໂຕຊາແນວແລ້ວຖ່າຍພາບສະແກນລາຍນິ້ວມືພົບມີໝາຍຈັບກໍຈະຖືກ ຄວບຄຸມຕົວໄວ້ທັນທີ ເປັນການອຳນວຍຄວາມສະດວກແກ່ປະຊາຊົນທົ່ວໄປ ແລະ ອຳນວຍຄວາມສະດວກແກ່ ເຈົ້າໜ້າທີ່ນຳອີກ.

- 5 - ດ່ານຂົວມິດຕະພາບ ໄທ-ລາວ ນຳໃຊ້ Auto Channel
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!