ທີມຊາດຮອລແລນ ແຕ່ງຕັ້ງ ອັດໂວຄາດ ຄຸມທີມແລ້ວ
May 10, 2017 - 3:17 PM




ອັດໂວຄາດ ອາຍຸ 69 ປີ ຄືໜຶ່່ງໃນໂຕເລືອກຂອງ ສະມາ ຄົມບານເຕະຮອລ ພ້ອມກັບ ເຮງ ເທັນຄາດ ແລະ ຮຸບ ສະຕີເວນ ເຊິ່ງໃນວັນຈັນຜ່ານຜູ້ຈັດການ ສ່ວນໂຕຂອງ ອັດໂວຄາດ ກໍໄດ້ ອອກມາເປີດເຜີຍຂ່າວດີກັບສ່ື ມວນຊົນວ່າການເຈລະຈາໃກ້ໄດ້ຂໍ້ຢຸດຕິໃນໄວໆນີ້.
ຈົນຫຼ້າສຸດ ສະມາຄົມບານ ເຕະຮອລແລນ ໄດ້ປະກາດແຕ່ງ ຕັ້ງ ດິກ ອັດໂວຄາດ ເຂົ້າມາເຮັດ ໜ້າທີ່ຜູ້ຈັດການ ທີມຊາດຮອລ ແລນ ອີກຄັ້ງຢ່າງເປັນທາງການ ພ້ອມດ້ວຍ ຣຸດ ກຸລລິດ ໃນຕຳ ແໜ່ງມືຂວາ ເພື່ອກອບກູ້ສະຖາ ນະການໃນເກມຄັດບານໂລກ 2018 ເຂດເອີຣົບ ເຊິ່ງປັດຈຸບັນ ທີມຍັງຢູ່ອັນດັບ 4 ຂອງກຸ່ມ A ມີຢູ່ພຽງ 7 ຄະແນນເທົ່ານັ້ນ ຈາກ ການລົງສະໜາມ 5 ນັດ.
ທັງນີ້ຄາດວ່າ ອັດໂວຄາກ ຈະຄຸມທີມນັດທຳອິດໃນເກມອຸ່ນ ເຄື່ອງ ດ້ວຍການພາທີມພົບກັບ ທີມຊາດໂມຣ໊ອກໂກ ໃນັວນທີ 31 ພຶດສະພານີ້.