9 ສັນຍານອັນຕະລາຍຈາກອາການເຈັບຫົວ
May 10, 2017 - 2:52 PM




- ພະຍາດ ແລະ ອາການເຈັບປ່ວຍທາງກາຍອື່ນໆທີ່ເກີດຮ່ວມກັບອາການເຈັບຫົວ ເຊັ່ນ : ມີໄຂ້, ໜາວສັ່ນ, ເຫື່ອອອກຕອນກາງຄືນ, ປວດກ້າມຊີ້ນ, ນຳ້ໜັກຫລຸດ, ມີປະຫວັດພະຍາດມະເຮັງ, ການຕິດເຊື້ອ ຫລື ພູມຕ້ານທານບົກພ່ອງ ເຊັ່ນ : HIV, ຜູ້ທີ່ກິນຢາບາງປະເພດ ເຊັ່ນ : ຢາສະເຕຍຣອຍ, ຢາລະລາຍລິ່ມເລືອດ, ຢາກົດພູມຕ້ານທານ ເຊິ່ງປະຫວັດເຫລົ່ານີ້ບົ່ງບອກເຖິງພະຍາດຕິດເຊື້ອ, ການອັກເສບ ແລະ ການແຜ່ກະຈາຍຂອງມະເຮັງ.
- ອາການສະແດງຜິດປົກກະຕິທາງລະບົບປະສາດ ໄດ້ແກ່ພຶດຕິກຳ ຫລື ບຸກຄະລິກກະພາບປ່ຽນຈາກເກົ່າ, ແຂນຂາອ່ອນແຮງ, ຊາ ຫລື ການຮັບຮູ້ດ້ານປະສາດສຳຜັດ, ການເບິ່ງເຫັນ ຫລື ການໄດ້ຍິນຜິດປົກກະຕິ.
- ອາການເຈັບຫົວທີ່ເລີ່ມຕົ້ນຫລັງຕື່ນນອນ ມັກບົ່ງບອກເຖິງອາການຄວາມດັນໃນກະໂຫລກຫົວສູງຂຶ້ນ.
4. ອາການເຈັບຫົວທີ່ເກີດຂຶ້ນຮຸນແຮງຢ່າງກະທັນຫັນ ເຊິ່ງມັກໃຊ້ເວລາເປັນພຽງແຕ່ສ້ຽວວິນາທີບົ່ງບອກເຖິງຄວາມຜິດປົກກະຕິຂອງຫລອດເລືອດສະໝອງ ທັງເສັ້ນເລືອດສະໝອງຕີບ ແລະ ແຕກ.
- ອາການເຈັບຫົວເທື່ອທຳອິດຫລັງອາຍຸ 50 ປີ ເຖິງວ່າພະຍາດທີ່ກ່ຽວຂ້ອງກັບການເຈັບຫົວຈະມີຫລາຍໆຊະນິດອາດເລີ່ມຕົ້ນເທື່ອທຳອິດຫລັງອາຍຸ 40 – 50 ປີກໍຕາມ ເຊິ່ງມີບາງອາການເຈັບຫົວທີ່ບໍ່ແມ່ນຜົນຈາກການຮັບຢາ, ແຕ່ເປັນການເຈັບຫົວຈາກຄວາມເຄັ່ງຄຽດ, ໄມເກຣນ, ອາການເຈັບຫົວແບບປະສົມ ແລະ ເຈັບແບບເປັນຊຸດໆ, ແຕ່ອາຍຸທີ່ຫລາຍຂຶ້ນມັກກ່ຽວຂ້ອງກັບພະຍາດອື່ນທີ່ອາດຈະເປັນສາເຫດຂອງອາການເຈັບຫົວໄດ້ ເຊິ່ງພົບຫລາຍແມ່ນກ້ອນຊີ້ນປົ່ງ, ການຕິດເຊື້ອຂອງລະບົບປະສາດພາກສ່ວນກາງ, ການອັກເສບຂອງຫລອດເລືອດ. ດັ່ງນັ້ນ, ຜູ້ທີ່ມີອາການເຈັບຫົວເທື່ອທຳອິດຫລັງອາຍຸ 50 ປີ ຈຶ່ງຄວນໄດ້ຮັບການເອັກສະເຣສະໝອງທຸກເທື່ອ ເຖິງວ່າຈະບໍ່ພົບຄວາມຜິດປົກກະຕິຈາກການກວດຮ່າງກາຍທາງລະບົບປະສາດ.
6. ລັກສະນະອາການເຈັບຫົວຕ່າງຈາກອາການເຈັບຫົວທີ່ເປັນປະຈຳ ໂດຍສະເພາະອາການເຈັບຫົວທີ່ຮຸນແຮງຫລາຍຂຶ້ນເລື້ອຍໆ ໂດຍທີ່ບໍ່ມີໄລຍະເວລາເຊົາເຈັບ ຫລື ມີຄວາມຖີ່ ແລະ ຄວາມຮຸນແຮງຫລາຍຂຶ້ນ.
- ອາການເຈັບຫົວທີ່ຮຸນແຮງຂຶ້ນເມື່ອໄອ, ຈາມ ຫລື ເບັ່ງ ມັກກ່ຽວຂ້ອງກັບຄວາມດັນໃນກະໂຫລກຫົວສູງຂຶ້ນເຊັ່ນກັນ.
- ອາການເຈັບຫົວທີ່ຮຸນແຮງຂຶ້ນເມື່ອມີການປ່ຽນທ່າທາງ ເຊັ່ນ ເຈັບຫລາຍຂຶ້ນເມື່ອຢືນ, ນອນ ຫລື ເມື່ອມີການເຄື່ອນໄຫວຂອງຫົວ ແລະ ຄໍ ອາດເກີດຈາກຄວາມຜິດປົກກະຕິຂອງລະບົບນຳ້ໃນຜົ້ງສະໝອງ ແລະ ໄຂສັນຫລັງ ຫລື ກະດູກກ້ານຄໍ.
- ອາການເຈັບຫົວທີ່ເກີດຂຶ້ນເບື້ອງດຽວຕະຫລອດເວລາ ຫລື ມັກເຈັບບໍລິເວນຫລັງຫົວ ສະແດງເຖິງພະຍາດ, ສະພາບທີ່ອາດເກີດຢູ່ບໍລິເວນນັ້ນຂອງຫົວ ຫາກເປັນອາການເຈັບຫົວທົ່ວໄປມັກມີການສະຫລັບຂ້າງຊ້າຍ – ຂວາ, ແຕ່ມັກຈະເຈັບເບື້ອງໜຶ່ງຫລາຍກ່ວາອີກເບື້ອງໜຶ່ງ.